ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ທະຫານອິນເດຍ 17 ຄົນໄດ້ຖືກຂ້າຕາຍ ໃນແຄວ້ນ Kashmir


ທະຫານ ອິນເດຍ ຄົນໜຶ່ງ ເດີນທາງໄປຮອດຖານທັບ ເຊິ່ງໄດ້
ຖືກໂຈມຕີໂດຍພວກທີ່ຖືກສົງໄສວ່າເປັນກະບົດໃນເມືອງ Uri, ພາກຕາເວັນອອກຂອງເມືອງ Srinagar, ໃນແຄວ້ນ Kashmir ທີ່ຄວບຄຸມໂດຍ ອິນເດຍ, 18 ກັນຍາ, 2016.
ທະຫານ ອິນເດຍ ຄົນໜຶ່ງ ເດີນທາງໄປຮອດຖານທັບ ເຊິ່ງໄດ້ ຖືກໂຈມຕີໂດຍພວກທີ່ຖືກສົງໄສວ່າເປັນກະບົດໃນເມືອງ Uri, ພາກຕາເວັນອອກຂອງເມືອງ Srinagar, ໃນແຄວ້ນ Kashmir ທີ່ຄວບຄຸມໂດຍ ອິນເດຍ, 18 ກັນຍາ, 2016.

ນາຍົກລັດຖະມົນຕີ ອິນເດຍ ທ່ານ ນາຣັນດຣາ ໂມດີ ໄດ້ປະນາມ ອັນທີ່ທ່ານເອີ້ນວ່າ ການ ໂຈມຕີ “ຢ່າງຂີ້ຂາດຕາຂາວ” ຂອງພວກຫົວຮຸນແຮງໃນແຄວ້ນ​ Kashmir ທີ່ໄດ້ເຮັດໃຫ້ ທະຫານອິນເດຍເສຍຊີວິດ 17 ຄົນ ແລະບາດເຈັບອີກຫຼາຍຄົນ.

ທ່ານ ໂມດີ ໄດ້ປະຕິຍານ ໃນ Twitterວ່າ ຈະບໍ່ປ່ອຍໃຫ້ “ພວກຢູ່ເບື້ອງຫຼັງຂອງການ ໂຈມຕີນີ້ ລອດພົ້ນໄປຈາກການລົງໂທດ.”

ພວກເຈົ້າໜ້າທີ່ ໃນເຂດທີ່ອິນເດຍປົກຄອງຂອງ Kashmir ກ່າວວ່າ ການໂຈມຕີຕໍ່ກອງ ບັນຊາການທະຫານໃນວັນອາທິດມື້ນີ້ ມີຂຶ້ນທີ່ ຢູຣີ ຫ່າງຈາກເມືອງ Srinagar ອັນເປັນ ສ່ວນໃຫຍ່ຂອງແຄວ້ນ ໄປທາງທິດຕາເວັນຕົກປະມານ 100 ກມ.


ພວກເຈົ້າໜ້າທີ່ກ່າວວ່າ ໃນເຫດການນີ້ ພວກຫົວຮຸນແຮງໄດ້ເສຍຊີວິດ 4 ຄົນ.

ແຄວ້ນ​ Kashmir ໄດ້ຖືກແບ່ງແຍກອອກຈາກກັນເປັນຂອງປາກິສຖານແລະອິນເດຍ. ເຂດພູຫິມະໄລແຫ່ງນີ້ ໄດ້ຖືກຮຽກຮ້ອງເອົາເປັນກຳມະສິດໂດຍເຕັມຂອງທັງສອງປະເທດ ປະກອບອາວຸດນິວເຄລຍທັງສອງດັ່ງກ່າວ. ປະເທດເພື່ອນບ້ານທີ່ວ່ານີ້ ໄດ້ຕໍ່ສູ້ສົງຄາມກັນ ສອງຄັ້ງໃນຈຳນວນສາມຄັ້ງເພື່ອຍາດແຍ່ງເອົາເຂດພູຫິມະໄລດັ່ງກ່າວ.

ກຸງນິວແດັນລີ ຖິ້ມໂທດເລື້ອງຄວາມປັ່ນປ່ວນໃນຂົງເຂດ ໃສ່ກຸ່ມຫົວຮຸນແຮງອິສລາມຊຶ່ງ ຕັ້ງທີ່ໝັ້ນຢູ່ໃນ ປາກິສຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG