ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ຄວາມວຸ້ນວາຍໃນແຄວ້ນແຄັສເມຍ


ທະຫານອິນເດຍ ລາດຕະເວນຢູ່ຕາມຖະໜົນຫົນທາງ ຫຼັງຈາກໄດ້ມີການປະກາດ ຫ້າມອອກນອກເບ້ານຮືອນ ທີ່ນະຄອນ Srinagar ລຸນຫຼັງມີຜູ້ເສຍຊີວິດ 17 ຄົນ (14 ກັນຍາ 2010)

ຕຳຫຼວດໃນແຄວ້ນແຄັສເມຍໃນສ່ວນທີ່ຢູ່ພາຍໃຕ້ການຄວບ ຄຸມຂອງອິນເດຍ ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ໄດ້​ຍິງ​ປືນ​ ໃສ່​ພວກ​ປະ​ທ້ວງ ທີ່​ໄດ້​ຝ່າຝືນ​ຄໍາ​ສັ່ງ​ ຫ້າມອອກນອກ​ບ້ານ​ໃນ​ຍາມ ​ຄໍ່າ​ຄືນ ​ແລະ​ແກວ່ງ​ກ້ອນ​ຫີນໃສ່​ຕໍາຫຼວດ ໃນມື້ນີ້ ນຶ່ງມື້ຫຼັງ າກໄດ້ເກີດ ການປະທະກັນ​ເຖິງ​ຕາຍ ຢູ່​ໃນ​ເຂດ​ນັ້ນ.

ຕໍ​າຫຼວດ​ໄດ້​ຍິງ​ປືນ​ໃສ່​ພວກ​ປະ​ທ້ວງ​ ກຸ່ມ​ນ້ອຍໆ​ກຸ່ມ​ນື່ງ​ໃນ​ ວັນອັງຄານມື້​ນີ້ ທີ່​ເມືອງ Baramulla ​ໃກ້ໆ Srinagar ​ເມືອງ​ເອກຂອງ​ແຄວ້ນ Kashmir ຂອງອິນ​ເດຍ. ລາຍ​ງານ​ຂ່າວ​ເວົ້າ​ວ່າ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ ຢ່າງ​ຍ້ອນ 3 ຄົນ.

ໃນ​ວັນ​ຈັນ​ວານ​ນີ້ ຄວາມ​ຮຸນ​ແຮງທີ່​ເກີດ​ຂຶ້ນ ​ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງນ້ອຍ 18 ຄົນ ຮວມທັງຕຳຫຼວດຄົນນຶ່ງ​ແລະ​ບາດເຈັບ​ອີກຢ່າງ​ນ້ອຍ 70 ຄົນ ຊື່​ງ​ເປັນ​ມື້​ນຶ່ງ​ທີ່​ນອງ​ເລືອດ​ທີ່​ສຸດ ຢູ່​ໃນແຄວ້ນ​ ໃນເຂດ​ພູ​ເຂົາ​ຫິມມະ​ໄລ​ແຫ່ງ​ນັ້ນ ນັບ​ແຕ່ການເດີ​ນຂະ​ບວນປະ​ທ້ວງ​ຂອງ ​ມະຫາຊົນ ຕໍ່​ຕ້ານການ​ປົກຄອງ​ ຂອງ​ອິນ​ເດຍ ​ໄດ້​ເລີ່​ມຂຶ້ນ​ເມື່ອ 3 ​ເດືອນ​ກ່ອນ.

ເຈົ້າໜ້າທີ່ກ່າວວ່າ ສາ​ເຫດສ່ວນນຶ່ງ ຂອງການປະທ້ວງ ​ໃນ​ມື້ວານ​ນີ້ ​ແມ່ນ​ເປັນ​ຍ້ອນມີຂ່າວ ໂທລະພາບ ຈາກຊ່ອງຂອງທາງການອີຣ່ານ ທີ່ລາຍງານວ່າ ໄດ້ມີການໝິ່ນປະໝາດ ຕໍ່ພະ ຄຳພີໂກຣ່ານ ຢູ່ໃນສະຫະລັດ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ຫ້າມ​ອອກ​ນອກ​ບ້ານ​ເຮືອ​ນ ​ແມ່ນ​ເພື່ອ​ປ້ອງ​ກັນ ບໍ່​ໃຫ້​ເກີດຄວາມ​ຮຸນ ​ແຮງ​ຂຶ້ນ​ອີກ.

XS
SM
MD
LG