ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຮິນດູໄປສະແຫວງບຸນ ທີ່ວັດຖໍ້າເທິງພູ


ແຜນທີ່ ແຄວ້ນແຄັສເມຍ
ແຜນທີ່ ແຄວ້ນແຄັສເມຍ

ພວກສະແຫວງບຸນ ທີ່ນັບຖືສາສະໜາຮິນດູ ຈຳນວນຫຼາຍໝື່ນຄົນ ພວມພາກັນຫຼັ່ງໄຫຼ ໄປຍັງແຄວ້ນແຄັສເມຍ ຂອງອິນເດຍ ບ່ອນທີ່ ການປະທະກັນ ລະຫວ່າງຕຳຫຼວດ ແລະພວກແບ່ງແຍກດິນແດນ ທີ່ຕໍ່ຕ້ານອິນເດຍ ເຮັດໃຫ້ມີ ຜູ້ເສຍຊີວິດແລ້ວ ຢ່າງນ້ອຍ 13 ຄົນ ໃນໄລຍະ ສອງສາມອາທິດ ຜ່ານມານີ້.

ພວກສະແຫວງບຸນ ພວມພາກັນເດີນທາງ ໄປຍັງວັດແຫ່ງນຶ່ງ ທີ່ຕັ້ງຢູ່ເທິງພູ ສູງ 3,000 ກວ່າແມັດ ເພື່ອເຮັດບຸນ ປະຈຳປີ ທີ່ວັດຖໍ້າ AMARNATH ເພື່ອອຸທິດ ໃຫ້ແກ່ພະສີວະ ຊຶ່ງເປັນນຶ່ງ ໃນບັນດາ ເທບພະເຈົ້າ ຂອງສາສະໜາຮິນດູ.

ການສະຫຼອງບຸນ ເປັນເວລາ 2 ເດືອນ ໄດ້ເລີ້ມຂຶ້ນ ໃນວັນທີ 30 ມິຖຸນາ. ພວກສະແຫວງ ບຸນຕ້ອງພາກັນ ຍ່າງດ້ວຍຄວາມຍາກລຳບາກ ຂຶ້ນ​ໄປຫາຖໍ້າ ຊຶ່ງ​ຢູ່​ໃນ​ນັ້ນ ມີຮູບທີ່ເປັນນໍ້າກ້ອນ​ ໂດຍ​ທຳ​ມະ​ຊາດ ທີ່ກ່າວ​ກັນ​ວ່າ​ ເປັນ​ຮູບພະສີວະ.

ກ່ອນອື່ນ ພວກສະແຫວງບຸນ ຕ້ອງໄດ້ພາກັນ ໄປຫານຶ່ງ ໃນຈຳນວນແຄ້ມ 2 ທີ່ຕັ້ງຢູ່ຕີນພູ ຄືທີ່ເມືອງ NUNWUN ຫຼືເມືອງ BALTAL ຊຶ່ງ​ສຳລັບ ​ຫຼາຍໆ​ຄົນ​ແລ້ວ ຕ້ອງໄດ້ຜ່ານເຂດ ທີ່ມີຄວາມເຄັ່ງຕຶງ ໃນແຄວ້ນແຄັສເມຍ ທີ່ພວມມີການປະທ້ວງ ຢ່າງຮຸນແຮງນັ້ນ.

ອິນເດຍ ໄດ້ສົ່ງກຳລັງ ຮັກສາຄວາມສະຫງົບ ພິເສດຫຼາຍພັນຄົນ ໄປຍັງເຂດດັ່ງກ່າວ ເພື່ອຮັກສາ ຄວາມເປັນລະບຽບຮຽບຮ້ອຍ ແລະປົກປ້ອງ ພວກສະແຫວງບຸນ.

XS
SM
MD
LG