ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ຍົກເລິກ ການຫ້າມ ອອກນອກເຮືອນ ຍາມກາງຄືນ


ເຈົ້າ​ໜ້າ​ທີ່ອິນ​ເດຍ ​ໄດ້​ຍົກ​ເລີກ​ການ​ຫ້າມ​ອອກ​ນອກ​​ເຮືອນ
​ໃນ​ຍາມ​ກາງຄືນ ຢູ່​ທົ່ວ​ຂົງ​ເຂດ ທີ່ຕົນຄວບ​ຄຸມ ໃນ​ແຄວ້ນ​ແຄັ​ສ​ເມຍ.
ເຈົ້າ​ໜ້າ​ທີ່ອິນ​ເດຍ ​ໄດ້​ຍົກ​ເລີກ​ການ​ຫ້າມ​ອອກ​ນອກ​​ເຮືອນ ​ໃນ​ຍາມ​ກາງຄືນ ຢູ່​ທົ່ວ​ຂົງ​ເຂດ ທີ່ຕົນຄວບ​ຄຸມ ໃນ​ແຄວ້ນ​ແຄັ​ສ​ເມຍ.
ບັນດາ​ເຈົ້າ​ໜ້າ​ທີ່ອິນ​ເດຍ ​ໄດ້​ຍົກ​ເລີກ​ການ​ຫ້າມ​ອອກ​ນອກເຮືອນ
​ໃນ​ຍາມ​ກາງຄືນ ​ເປັນ​ເວລາ​ນຶ່ງ​ອາທິດ ຢູ່​ທົ່ວ​ຂົງ​ເຂດ ທີ່ອິນ​ເດຍ
ຄວບ​ຄຸມໃນ​ແຄວ້ນ​ແຄັ​ສ​ເມຍ.

ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ຍົກ​ເລີກການຫ້າມດັ່ງກ່າວ ​ໃນ​ວັນ​ເສົາ​ມື້​ນີ້.
ຊາວ​ແຄັສ​ເມຍ​ບາງຄົນ​ພົບ​ວ່າ ຫ້າງ​ຮ້ານ​ຈຳນວນ​ນຶ່ງ​ແລະ​ທຸລະ​
ກິດ​ຍັງ ພາກັນ​ປິດ​ຢູ່​ໃນ​ວັນ​ເສົາ​ມື້ນີ້ ຍ້ອນ​ການ​ນັດ​ຢຸດ​ງານ​ປະ​ທ້ວງ​ທີ່​ຮຽກຮ້ອງ ​ໃຫ້​ມີ​ຂຶ້ນ​ໂດຍ​ກຸ່ມ​ຈັດຕັ້ງການ​ເມືອງ​ແລະ​ສາສະ ໜາ.

ການຫ້າມ​ອອກ​ນອກເຮືອນໃນ​ຍາມ​ກາງຄືນໄດ້​ເລີ້ມຂຶ້ນ​ໃນ​ວັນ​ເສົາ​ແລ້ວ​ ນີ້ ຫລັງ​ຈາກ​ໄດ້​ມີ​ການແຂວນ​ຄໍ​ຜູ້ຊາຍຊາວ​ແຄັສ​ເມຍ​ຄົນ​ນຶ່ງ ທີ່​ກຸງ​ນິວ​ເດ​ລີ ​ທີ່​ຖືກ​ຕັດສິນ​ໂທດ​ຍ້ອນ​ບົດບາດ​ຂອງ​ລາວ​ໃນ​ການໂຈມ​ຕີສະພາ​ ​ແຫ່ງ​ຊາດອິນ​ເດຍ ​ໃນ​ປີ 2001.

ມີ​ຫລາຍໆ​ຄົນ​ຢູ​ໃນແຄວ້ນ​ແຄັ​ສ​ເມຍ​ເຊື່ອວ່າ ທ້າວ Afzal Guru ບໍ່​ໄດ້​ຮັບ​ຄວາມ​ຍຸດຕິ​ທໍາໃນ​ການ​ດຳ​ເນີນ​ຄະດີ.

ການ​ປະ​ທ້ວງ​ໄດ້ເກີດ​ຂື້ນ ​ຢູ່ທີ່ບ້ານເກີດ​ຂອງ​ທ້າວ Guru ​ໃນເມື​ອງ Sopore ຫລັງ​ຈາກລາວ ໄດ້ຖືກປະຫານ​ຊີວິດ ​ເຖິງ​ແມ່ນເຈົ້າ​ໜ້າ​ທີ່​ໄດ້ສົ່ງກໍາລັງ​ຮັກສາ​ຄວາມປອດ​ໄພຫຼາຍ​ພັນ​ຄົນ ​ໄປ​ຮັກສາ​ການ​ໃນທົ່ວ​ເຂດຮ່ອມ​ພູ​ແຄັ​ສ​ເມຍ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ປະ​ທ້ວງ ທີ່​ອາດ​ເກີດ ຂຶ້ນນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG