ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

6 ຄົນ ເສຍຊີວິດ ຍ້ອນ ​ການຍິງປືນ​ໃຫຍ່ ​ໂຈມ​ຕີ ຂ້າມຊາຍ​ແດນ ຢູ່​​ໃນ​ແຄວ້ນ​ Kashmir


ແຄວ້ນ Kashmir.
ແຄວ້ນ Kashmir.

ກອງ​ທັບ​ປາ​ກິ​ສຖານ​ກ່າວ​ວ່າ ຈຳນວນ​ຜູ້​ເສຍຊີວິດ ຈາກ​ການຍິງປືນ​ໃຫຍ່​ໂຈມ​ຕີຂ້າມ
ຊາຍ​ແດນເມື່ອຄືນ​ແລ້ວນີ້ ​ໂດຍ​ອິນ​ເດຍ ຢູ່ໃນ​ແຄວ້ນ​ Kashmir ທີ່ມີ​ການ​ຂັດ​ແຍ້​ງກັນ
ນັ້ນ ​ໄດ້​ເພີ້​ມຂຶ້ນ​ເປັນ​ຫົກ​ຄົນ​.

ຢູ່​ໃນ​ຖະ​ແຫລ​ງການ​ໃນ​ວັນ​ສຸກ​ມື້​ນີ້ ​ໂຄສົກ​ຂອງກອງທັບ​ປາ​ກິ​ສຖານ ພົນຕີ Asif
Ghafoor ກ່່າວ​ວ່າ 26 ຄົນ​ ຮວ​ມທັງ​ແມ່ຍິງແລະ​ເດັກນ້ອຍໄດ້​ຮັບ​ບາດ​ເຈັບ​ໃນ​ອັນ​ທີ່
ທ່ານ​ຮ້ອງ​ວ່າ ການ​ຍິງ​ປືນ​ໃຫຍ່​ໂຈມ​ຕີ​ຂ້າມ​ຊາຍ​ແດນຂອງ​ອິນ​ເດຍ “​ໂດຍ​ບໍ່ມີ​ການ
ທ້າ​ທາຍ​ເກາະ​ຜິດ” ໃສ່ໝູ່ບ້ານ Charwa ​ແລະ Harpal ທີ່ຕັ້ງຢູ່​ໃນ​ເຂດ ​ປາ​ກິ​ສຖານ.

​ເຫດຮ້າຍ​ເທື່ອ​ຫລ້າ​ສຸດ​ໃນ​ເຂດ​ພູ​ຫິມະ​ໄລທີ່​ຍັງ​ມີ​ການ​ຂັດ​ແຍ້​ງກັນນັ້ນ ມີ​ຂຶ້ນ​ໃນ​ຂະນະ​
ທີ່ ນາຍົກລັດຖະມົນຕີປາ​ກິ​ສຖານ ທ່ານ Shahid Khaqan Abbasi ກ່່າວ​ຢູ່​ໃນ​ຄຳປາ
​ໄສຂອງ​ທ່ານ ​ທີ່ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ວ່າ ​ອິນ​ເດຍ​ໄດ້​ລະ​ເມີດ
ສິດທິ​ດ​ມະນຸດຫລາຍ​ຄັ້ງ​ຢູ່ໃນ​ແຄວ້ນ Kashmir ສ່ວນທີ່​ເປັນ​ຂອງອິນ​ເດຍ.

“ປາ​ກິ​ສຖານ​ຮຽກຮ້ອງ​ໃຫ້ນາໆ​ຊາດ ​ທຳ​ການສືບສວນກ່ຽວ​ກັບການກະ​ທຳ​ຄວາມ​ຜິດ​
ຂອງ​ອິນ​ເດຍ ​ໃນ​ເຂດຍຶດຄອງຢູ່​ແຄວ້ນ Kashmir. ພວກ​ເຮົາ​ຮ້ອງ​ຂໍ​ໃຫ້​ເລຂາທິການ​
ໃຫຍ່​ສະຫະ​ປະຊາ​ຊາດ​ແລະ​ຫ້ອງການຂ້າ​ຫລວງ​ໃຫຍ່​ສິດທິ​ມະນຸດສົ່ງ ຄະນະ​ກຳມາ
ທິການສືບສວນ​ໄປຍັງ​ເຂດຍຶດຄອງຢູ່​ແຄວ້ນ Kashmir ​ເພື່ອກວດ​ພິສູດ​ເບິ່ງ​ລັກສະນະ
​ແລະ​ຂອບເຂດ ໃນ​ການ​ລະ​ເມີດສິດທິ​ມະນຸດ ​ຂອງ​ອິນ​ເດຍ ທຳ​ການລົງ​ໂທດພວກ​ທີ່​ຮັບຜິດຊອບ ​ແລະ​ໃຫ້​ຄວາມ​ຍຸຕິທຳ ​ແລະຊ່ວຍບັນ​ເທົາແກ່​ບັນດາ​ຜູ້​ເຄາະ​ຮ້າຍ.”

​ໃນ​ຂັ້​ນ​ຕົ້ນ ກອງທັບ​ປາ​ກິ​ສຖານ​ກ່າວ​ໃນວັນ​ພະຫັດ​ວານ​ນີ້​ວ່າ ​ທະຫານ​ອິນ​ເດຍ​ໄດ້ຍິງ
​ໂຈມ​ຕີ​ຂ້າມ​ຊາຍ​ແດນສັງຫານ​ພົນລະ​ເຮືອນ​ຢ່າງ​ໜ້ອຍ 4 ຄົນ. ອີງ​ຕາມ ຖະ​ແຫລ​ງການ
​ຂອງ​ກອງທັບ​ແລ້ວ ແມ່ນ​ໄດ້​ຖິ້ມ​ໂທດ​ໃສ່​ອິນ​ເດຍຕໍ່​ການຍິງ​ໂຈມຕີ​ກັນ​ດ້ວຍ​ປືນ​ໃຫຍ່
ທີ່​ເກີດ​ຂຶ້ນ​ຢູ່​ບ້ານ Charwa.

ການຍິງ​ໂຈມ​ຕີ​ກັນ​ດ້ວຍປືນໃຫຍ່​ແບບ​ນີ້ ມັກ​ເກີດ​ຂຶ້ນ​ຢູ່ໃນ​ແຄວ້ນ Kashmir ທີ່​ໄດ້​ເປັນ
ສາ​ເຫດ ກໍ່​ໃຫ້​ເກີດ​ສົງຄາມ​ສອງ​ຄັ້ງ ຂອງ​ຈຳນວນ​ທັງ​ໝົດ​ສາມ​ຄັ້ງ ລະ ຫວ່າງສອງ​ປະ​ເທດມທະຫາອຳນາດ​ນິວ​ເຄລຍ ນັບ​ແຕ່​ປີ 1947 ​ເປັນຕົ້ນມາຊຶ່ງ​ເປັນ​ປີ​ທີ່​ປະ​ເທດ​ທັງ​ສອງ
​ໄດ້​ຮັບເອກ​ກະລາດ​ຈາກ​ອັງກິດ.

​ແຄວ້ນ Kashmir ​ໄດ້​ຖືກ​ແບ່ງ​ກັນ​ລະຫວ່າງປາ​ກິ​ສຖານ ​ແລະ​ອິນ​ເດຍ ​ແຕ່ປະເທດ​ທັງ
​ສອງຕ່າງ​ກໍ​ອ້າງ​ເອົາກຳມະສິດ​ທັງ​ໝົດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Pakistan India
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG