ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

8 ຄົນ ເສຍຊີວິດ ໃນການໂຈມຕີ ຢູ່ແຄວ້ນ ແຄັສເມຍ ຂອງ ອິນເດຍ (ວີດີໂອ)


ກຳລັງຮັກສາຄວາມສະຫງົບຂອງອິນເດຍ ໄປເຖິງຄ້າຍ Samba ບ່ອນທີ່ພວກກະບົດໂຈມຕີ ປະມານ 40 ຫຼັກກິໂລແມັດ ຫ່າງຈາກເມືອງຈາມມູ (26 ກັນຍາ 2013)
ກຳລັງຮັກສາຄວາມສະຫງົບຂອງອິນເດຍ ໄປເຖິງຄ້າຍ Samba ບ່ອນທີ່ພວກກະບົດໂຈມຕີ ປະມານ 40 ຫຼັກກິໂລແມັດ ຫ່າງຈາກເມືອງຈາມມູ (26 ກັນຍາ 2013)
ເຈົ້າໜ້າທີ່ອິນເດຍກ່າວວ່າ ພວກທີ່ສົງໄສວ່າເປັນກະບົດແບ່ງແຍກ
ດິນແດນໄດ້ຍິງສັງຫານຢ່າງໜ້ອຍ 8 ຄົນ ໃນການບຸກໂຈມຕີປ້ອມ
ຕຳຫລວດແຫ່ງນຶ່ງ ທີ່ແຄວ້ນແຄັສເມຍ ໃນສ່ວນທີ່ຢູ່ ພາຍໃຕ້ການ
ຄວບຄຸມຂອງອິນເດຍຊຶ່ງລັດຖະບານທ້ອງຖິ່ນກ່າວວ່າແນໃສ່ເພື່ອ
ທັບມ້າງ ການເຈລະຈາສັນຕິພາບ ລະຫວ່າງອິນເດຍ ແລະປາກິສ
ຖານ.

ເຈົ້າໜ້າທີ່ເວົ້າວ່າພວກໂຈມຕີໄດ້ຍິງປືນສາດເຂົ້າໃສ່ປ້ອມຕຳຫຼວດ
ທີ່ເມືອງ Hiranagar ແລະຫລັງຈາກນັ້ນກໍຈີ້ເອົາລົດບັນທຸກຄັນນຶ່ງ
ເພື່ອຫລົບໜີໄປ. ໃນຈຳນວນພວກທີ່ເສຍຊີວິດນັ້ນແມ່ນຕຳຫຼວດບໍ່
ຕໍ່າກວ່າ 4 ຄົນ.

ເມືອງ Hiranagar ຕັ້ງຢູ່ປະມານ 200 ຫຼັກກິໂລແມັດຫ່າງຈາກເມືອງ Srinagar ຊຶ່ງເປັນຫົວ ເມືອງໃຫຍ່ທີ່ສຸດ ໃນແຄວ້ນແຄັສເມຍສ່ວນທີ່ອິນເດຍຄວບຄຸມຢູ່ ໄປທາງທິດໃຕ້.

ນອກນັ້ນແລ້ວ ພວກໂຈມຕີຍັງໄດ້ແນເປົ້າໝາຍໃສ່ຄ້າຍທະຫານທີ່ຕັ້ງຢູ່ໃກ້ຄຽງ.

ທ່ານ Omar Abdullah ຜູ້ປົກຄອງ ເຂດຈາມມູ ແລະແຄັສເມຍ ກ່າວວ່າ ການໂຈມຕີທີ່ວ່ານີ້ ແມ່ນແນໃສ່ເພື່ອທັບມ້າງຂັ້ນຕອນການສ້າງສັນຕິພາບກ່ອນໜ້າການເຈລະຈາລະຫວ່າງນາ ຍົກລັດຖະມົນຕີອິນເດຍ ແລະປາກິສຖານ ຢູ່ຂ້າງນອກຂອງກອງປະຊຸມ ສະມັດຊາໃຫຍ່ອົງ
ການສະຫະປະຊາຊາດ ທີ່ນະຄອນນິວຢອກ ໃນສັບປະດານີ້.

ນາຍົກລັດຖະມົນຕີອິນເດຍ ທ່ານ Manmohan Singh ໄດ້ອອກຖະແຫລງການສະບັບນຶ່ງ
ເອີ້ນການໂຈມຕີນີ້ວ່າ ຊົ່ວຮ້າຍທີ່ສຸດ ແລະປະກາດວ່າ ພວກເຂົາຈະບໍ່ສາມາດທັບມ້າງການ ດຳເນີນຄວາມພະຍາຍາມເພື່ອຊອກຫາຊ່ອງທາງແກ້ໄຂບັນຫາຄວາມເຄັ່ງຕຶງລະຫວ່າງອິນ
ເດຍແລະປາກິສຖານໄດ້.

ທັງອິນເດຍ ແລະປາກິສຖານ ຕ່າງກໍອ້າງວ່າ ແຄວ້ນແຄັສເມຍທັງໝົດເປັນຂອງຕົນ. ກຸ່ມກະ ບົດຕ່າງໆໄດ້ທຳການຕໍ່ສູ້ການປົກຄອງຂອງອິນເດຍຢູ່ໃນເຂດດັ່ງກ່າວນັບແຕ່ປີ 1989 ເປັນ ຕົ້ນມາ.

Suspected Separatists Attack Police, Army Bases in Kashmir
please wait

No media source currently available

0:00 0:00:48 0:00
ລິງໂດຍກົງ
XS
SM
MD
LG