ປະທານາທິບໍດີອັຟການີສຖານ ທ່ານ Hamid Karzai ກ່າວວ່າ
ທ່ານຈະລໍຖ້າ ຈົນກວ່າການເລືອກຕັ້ງປະທານາທິບໍດີຢູ່ໃນ
ປະເທດຂອງທ່ານໃນເດືອນເມສາປີໜ້ານີ້ ກ່ອນທີ່ຈະເຊັນ
ຂໍ້ຕົກລົງດ້ານຄວາມໝັ້ນຄົງກັບສະຫະລັດ.
ໃນການໃຫ້ສໍາພາດກັບວິທະຍຸ Radio Free Europe
ແລະ Radio Liberty ທີ່ໄດ້ຮັບເງິນ ສະໜັບສະໜູນຈາກ
ລັດຖະບານສະຫະລັດນັ້ນ ທ່ານ Karzai ໄດ້ກ່າວວ່າ ຂໍ້ຕົກລົງ
ດັ່ງກ່າວນີ້ ແມ່ນນອນຢູ່ໃນຜົນປະໂຫຍດທີ່ດີທີ່ສຸດສຳລັບ
ປະເທດຂອງທ່ານ ແຕ່ທ່ານກໍກ່າວວ່າ ກ່ອນອື່ນໝົດ
ສະຫະລັດຕ້ອງຍຸຕິການໂຈມຕີຕໍ່ບ້ານເຮືອນຂອງຊາວອັຟການີສຖານ ແລະໃຫ້ຊ່ອຍ
ກະຕຸກຊຸກຍູ້ຂັ້ນຕອນການເຈລະຈາສັນຕິພາບ ທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມາ ໃຫ້ເລີ້ມ
ຄືນອີກ ກ່ອນທ່ານຈະຍອມເຊັນຂໍ້ຕົກລົງສະບັບນີ້.
ນອກນັ້ນ ທ່ານຍັງກ່າວຢໍ້າອີກວ່າ ສະຫະລັດຈະບໍ່ຕ້ອງເຂົ້າມາກ້າວກ່າຍໃນການເລືອກ
ຕັ້ງຂອງ ອັຟການີສຖານ ຊຶ່ງຈະມີຂຶ້ນໃນເດືອນເມສາຈະມາເຖິງນີ້.
ສະພາຜູ້ນຳຊົນເຜົ່າຫຼື Loya Jirga ໄດ້ຮຽກຮ້ອງໃຫ້ທ່ານ Karzai ລົງນາມໃນຂໍ້ຕົກລົງ
ສະບັບ ນີ້ ໃນທັນທີ ຊຶ່ງຈະຮຽກຮ້ອງໃຫ້ກອງກໍາລັງທະຫານສະຫະລັດ ຢູ່ໃນອັຟການີສຖານ
ຕໍ່ໄປ ຫຼັງຈາກປີ 2014 ເພື່ອຊ່ອຍລັດຖະບາ ນໃນການຕໍ່ຕ້ານກັບກຸ່ມກະບົດຕາລີບັນ.
ໃນການໃຫ້ສໍາພາດ ກັບທາງໂທລະພາບ TOLO ຂອງອັຟການິສຖານນັ້ນທີ່ປຶກສາດ້ານ
ຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດທ່ານນາງ Susan Rice ໄດ້ກ່າວວ່າ ທ່ານນາງ
ຮູ້ສຶກຜິດຫັວງຫຼັງຈາກໄດ້ພົບປະກັນກັບທ່ານ Karzai ໃນວັນຈັນແລ້ວນີ້ ຊຶ່ງທ່ານບໍ່ໄດ້
ກະກຽມທີ່ຈະລົງນາມໃນຂໍ້ຕົກລົງສະບັບນີ້ ໃນທັນທີນັ້ນ.
ທ່ານນາງ Rice ໄດ້ກ່າວວ່າ ທ່ານ Karzai ຕ້ອງລົງນາມໃນຂໍ້ຕົກລົງ ພາຍໃນທ້າຍປີນີ້
ຫຼືວ່າ ສະຫະລັດແມ່ນບໍ່ມີທາງເລືອກ ທີ່ຈະຖອນກອງກໍາລັງທັງໝົດຂອງຕົນ ອອກຈາກ
ປະເທດອັຟການິສຖານຫຼັງຈາກ ປີ 2014.