ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະທ່ານກາຊາຍ ຈະຫາລື ເລື້ອງການຮັກສາ ກຳລັງ ຢູ່ອັຟການິສຖານ ຫຼັງປີ 2014


ທະຫານສະຫະລັດ ຂະນະປະຕິບັດງານສູ້ລົບ ໃນອັຟການີສຖານ
ທະຫານສະຫະລັດ ຂະນະປະຕິບັດງານສູ້ລົບ ໃນອັຟການີສຖານ
ທ່ານ​ຮາ​ມິດ ກາ​ຊາຍ ປະທານາ​ທິບໍດີ​ອັຟກາ​ນີສຖານ​ມີ​ກໍານົດ​ຈະ​ພົບ​ປະ​ກັບ ທ່ານ ລີ​ອອນ ພາແນັດ​ຕ້າ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ແລະທ່ານນາງ Hillary Clinton ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ໃນຂະນະ​ທີ່ລັດຖະບານ​ທ່ານ​ໂອ​ບາ​ມາພວມ​ສຶກສາ​ພິ​ຈາລະ​ນາຢ່າງຮອບ​ຄອບ ກ່ຽວ​ກັບ​ອະນາຄົດ​ຂອງກອງທັບ​ສະຫະລັດ ​ຢູ່​ໃນ​ອັຟກາ​ນີສຖານ​ນັ້ນ.

ທ່ານ​ກາ​ຊາຍ ມີ​ກໍານົດ​ພົບ​ປະ​ກັບ​ທ່ານ ພາ​ແນັດ​ຕ້າ ​ໃນ​ຕອນ​ເຊົ້າຂອງ​ວັນພະຫັດ​ມື້​ນີ້ ລຸ​ນ ຫຼັງຈາກ​ພິທີ​ກວດ​ກອງກຽດ​ຕິ​ຍົດ​ຕ້ອນຮັບທ່ານ​ທີ່​ທໍານຽບຫ້າແຈ ຫຼືຕຶກ Pentagon ນັ້ນ.

ທ່ານ​ກາ​ຊາຍ​ມີ​ກໍານົດ​ພົບ​ປະ​ກັບ​ທ່ານ​ນາງຄຼິນຕັນ ​ໃນ​ຕອນ​ແລງວັນ​ພະຫັດ ມື້​ນີ້​ເຊັ່ນ​ກັນ ​ແລະຫຼັງຈາກ​ນັ້ນ​ ກໍ​ຈະ​ຮ່ວມ​ຮັບ​ປະທານ​ອາຫານ​ຄໍ່າ​ກັບ​ທ່ານ​ນາງ.

​ການ​ເຈລະຈາ​ຂອງທ່ານ​ກາ​ຊາຍ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ​ຕ່າງປະ ​ເທດ​ຂອງ​ສະລະ​ລັດ ມີ​ຂຶ້ນມື້​ນຶ່ງ ​ລ່ວງ​ໜ້າການ​ພົບ​ປະກັນແບບນຶ່ງ​ຕໍ່​ນຶ່ງ​ກັບ​ປະທານາທິບໍດີ​ໂອ​ບາ​ມາ. ຄາດ​ວ່າຜູ້​ນໍາ​ທັງ​ສອງຈະ​ປຶກສາ​ຫາ​ລື​ກັນ​ເລຶ່ອງ ບັນຫາຄວາມ​ໝັ້ນຄົງ​ຕ່າງໆ ​ເຊັ່ນວ່າ ຈະ​ມີ​ທະຫານ​ສະຫະລັດ​ຫຼາຍປານ​ໃດ ​ປະ​ຈໍາ​ການ​ຢູ່​ໃນ​ອັຟກາ​ນີສຖານ ຫຼັງຈາກ​ທະຫານ​ສ່ວນ​ໃຫຍ່​ຖອນ​ອອກ​ຈາກ​ອັຟກາ​ນີສຖານ​ໄປ​ໃນ​ປີ 2014 ແລະ​ຈະ​ຢູ່​ພາຍ​ໃຕ້​ເງື່ອນ​ໄຂ​ແບບ​ໃດ.

ຕາມ​ແຜນ​ການ​ປັດຈຸບັນ​ນີ້ ຮຽກຮ້ອງ​ໃຫ້​ສະຫະລັດ​ຖອນ​ທະຫານ​ເກືອບວ່າ​ທັງ​ໝົດ 68,000 ຄົນ​ຈາກ​ອັຟກາ​ນີສຖານ​ພາຍ​ໃນ​ທ້າຍ​ປີ 2014.

​ແຕ່​ແຜນການ​ດັ່ງ​ກ່າວ​ຍັງຕົກລົງ​ກັນ​ບໍ່​ໄດ້​ຍ້ອນ​ເງື່ອນ​ໄຂ​ຕ່າງໆ ​ໂຮມ​ທັງ​ການ​ທີ່​ວ່າກອງທັບ​ອັຟກາ​ນີສຖານ ຈະ​ສາມາດ​ສືບ​ຕໍ່​ຮັບ​ເອົາ​ຄວາມຜິດຊອບ​ດ້ານຄວາມ​ໝັ້ນຄົງດ້ວຍຕົນ​ເອງ​ໄດ້​ຫຼືບໍ່ໃນ​ເວລາ​ນັ້ນ. ສະ​ນັ້ນ​ເວລາ​ນີ້​ ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ​ບົດບາດ​ຂອງ​ອະ​ເມຣິ ກັນ​ທີ່​ຍັງ​ປະຈຳການ​ຕໍ່ຢູ່​ອັຟກາ​ນິສຖານ​ນັ້ນ​ແມ່ນ​ຫຍັງ ຖ້າ​ຫາກສະຫະລັດ​ຍັງ​ມີ​ກຳລັງ​ເຫຼືອ ຢູ່​ແທ້.
XS
SM
MD
LG