ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານກາຊາຍ ກ່າວວ່າ ການຢຶດເງິນໂດຍສະຫະລັດ 'ເປັນຄວາມໂຫດຮ້າຍ' ຕໍ່ຊາວອັຟການິສຖານ


ແຟ້ມຮູບ-ອະດີດປະທານາທິບໍດີອັຟການິສຖານ ທ່ານຮາມິດ ກາຊາຍ, ກ່າວຢູ່ໃນລະຫວ່າງການຖະແຫຼງຂ່າວ ໃນນະຄອນຫຼວງກາບູລ, ວັນທີ 13 ກຸມພາ 2022.
ແຟ້ມຮູບ-ອະດີດປະທານາທິບໍດີອັຟການິສຖານ ທ່ານຮາມິດ ກາຊາຍ, ກ່າວຢູ່ໃນລະຫວ່າງການຖະແຫຼງຂ່າວ ໃນນະຄອນຫຼວງກາບູລ, ວັນທີ 13 ກຸມພາ 2022.

ອະດີດປະທານາທິບໍດີຂອງອັຟການິສຖານ ທ່ານຮາມິດ ກາຊາຍ ເຂົ້າຮ່ວມກັບກຸ່ມຕາລິບານທີ່ປົກຄອງປະເທດ ໃນມື້ວັນອາທິດວານນີ້ ເພື່ອຜັກດັນໃຫ້ສະຫະລັດພິຈາລະນາໃນການຕັດສິນໃຈ ມອບເງິນຂອງປະເທດຂອງທ່ານໃຫ້ເຄິ່ງນຶ່ງ ໃນ
ຈໍານວນປະມານ 7 ຕື້ໂດລາ ເຊິ່ງຖືກກັກຢູ່ຕ່າງປະເທດ ເພື່ອ​ເປັນ​ເງິ​ນ​ສຳ​ຮອງ ສຳ​ລັບ​ມອບ​ໃຫ້ແກ່ຄອບຄົວຂອງ​ພວກ​ເຄາະ​ຮ້າຍໃນການ​ໂຈມ​ຕີ​ຂອງພວກກໍ່ການຮ້າຍ ເມື່ອ​ວັນ​ທີ 11 ກັນຍາ 2001.

ທ່ານກາຊາຍ ກ່າວຢູ່ໃນການຖະແຫຼງຂ່າວ ໃນນະຄອນຫຼວງກາບູລວ່າ “ປະຊາ ຊົນຊາວອັຟການິສຖານ ຂໍແບ່ງປັນຄວາມເຈັບປວດຂອງຄອບຄົວ ແລະ ຄົນທີ່ພວກເຂົາຮັກ ທີ່ເສຍຊີວິດຈາກການເຫດການທີ່ຮ້າຍແຮງເມື່ອວັນທີ 11 ກັນຍາ, ພວກເຮົາຂໍສະແດງຄວາມເສຍໃຈຕໍ່ພວກເຂົາເຈົ້າ.”

ຢ່າງໃດກໍຕາມ “ປະຊາຊົນຊາວອັຟການິສຖານກໍເປັນຜູ້​ເຄາະ​ຮ້າຍຄື​ກັນກັບຄົນທີ່ເສຍຊີວິດເຫຼົ່ານັ້ນ,” ທ່ານກາຊາຍກ່າວ. “ການກັກເງິນຫຼືການຢຶດເງິນຈາກປະຊາ ຊົນຊາວອັຟການິສຖານໃນຊື່ນັ້ນ ມັນເປັນຄວາມບໍ່ຍຸຕິທໍາ, ບໍ່ເປັນທໍາ ແລະເປັນ ຄວາມໂຫດຮ້າຍ ຕໍ່ຊາວອັຟການິສຖານ.”

ທະນາຄານ Da Afghanistan Bank, ເຊິ່ງເປັນທະນາຄານກາງຂອງປະເທດ ໄດ້ຝາກເງິນໄວ້ ຢູ່ທີ່ທະນາຄານກາງ ຂອງສະຫະລັດ ໃນລັດນິວຢອກ. ເງິນດັ່ງ ກ່າວໄດ້ຖືກກັກໄວ້ ຕັ້ງແຕ່ເດືອນສິງຫາໃນປີແລ້ວນີ້ ເມື່ອລັດຖະບານອັຟການິສຖານ ທີ່ໄດ້ຮັບການສະໜັບສະໜຸນຈາກສະຫະລັດພັງ​ທະ​ລາຍ​ລົງ ແລະກຸ່ມຕາລິບານກໍເຂົ້າຢຶດຄອງປະເທດ.

ນັກວິຈານກ່າວວ່າ ການທີ່ສະຫະລັດກັກເງິນຂອງອັຟການິສຖານນັ້ນ ໄດ້ເຮັດໃຫ້ສະຖານະການທາງດ້ານມະນຸດສະທໍາ ຍິ່ງຊຸດໂຊມລົງໄປອີກ ໃນປະເທດທີ່ເກີດຄວາມຂັດແຍ້ງພາຍໃນ ແລະເຮັດ​ໃຫ້ລະບົບເສດຖະກິດຂອງປະເທດທີ່ເພິ່ງພາການຊ່ວຍເຫຼືອຈາກນານາຊາດ ເຂົ້າສູ່ການຫຼົ້ມສະຫຼາຍ.

ໃນມື້ວັນສຸກແລ້ວນີ້, ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ອອກຄໍາສັ່ງລະດັບສູງ ໂດຍຮຽກຮ້ອງທະນາຄານຈົ່ງຈັດສັນເງິນທີ່ຖືກກັກນັ້ນ ໃນຈໍານວນ 3 ຕື້ 500 ລ້ານໂດລາໃຫ້ເປັນກອງທຶນເພື່ອການຊ່ວຍເຫຼືອດ້ານມະນຸດສະທໍາຢູ່ໃນອັຟການິສຖານ. ສ່ວນເງິນ 3 ຕື້ 500 ລ້ານໂດລາທີ່ເຫຼືອນັ້ນ ຈະຕ້ອງເກັບໄວ້ຢູ່ໃນສະຫະລັດ ເພື່ອເປັນເງິນທີ່ຈະຕ້ອງຈ່າຍສໍາລັບການຟ້ອງຮ້ອງຂອງຄອບ ຄົວຜູ້ເຄາະຮ້າຍໃນສະຫະລັດກ່ຽວ​ກັບການກໍ່ການຮ້າຍທີ່ຍັງຄົງດໍາເນີນງານຕາມ ຂັ້ນຕອນ ຢູ່ໃນສານຂອງສະ​ຫະ​ລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG