ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ກາ​ຊາຍ ​ຫ້າມທະຫານ ຮ້ອງຂໍເອົາການໂຈມຕີ ທາງອາກາດຈາກເນໂຕ້ (ວີດິໂອກ່ຽວຂ້ອງ)


ທ່ານ ຮາມິດ ກາຊາຍ ປະທານາທິບໍດີ ອັຟການີສຖານ ຂະນະກ່າວຕໍ່ ນັກຮຽນນາຍຮ້ອຍທະຫານ, ວັນທີ 16 ກຸມພາ 2013.
ທ່ານ ຮາມິດ ກາຊາຍ ປະທານາທິບໍດີ ອັຟການີສຖານ ຂະນະກ່າວຕໍ່ ນັກຮຽນນາຍຮ້ອຍທະຫານ, ວັນທີ 16 ກຸມພາ 2013.
ທ່ານ ຮາ​ມິດ ກາ​ຊາຍ ປະທານາທິບໍດີ​ອັຟກາ​ນີສຖານ ​ເວົ້າ​ວ່າ
ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ອັຟກາ​ນີສຖານ ​ຈະ​ຖື​ກສັ່ງ​ຫ້າມ ​
ບໍ່​ໃຫ້​ຮ້ອງຂໍ​ໃຫ້ກໍາລັງເນ​ໂຕ້​ ​ທໍາ​ການ​ໂຈມ​ຕີ​ທາງ​ອາກາດ​ ຕໍ່
​ເຂດ​ທີ່​ມີ​ຄົນ​ຢູ່ອາໄສ.

​ໃນ​ການ​ກ່າວ​ຄໍາ​ປາ​ໄສ​ ​ໃນ​ວັນ​ເສົາ​ວານ​ນີ້ ຕໍ່​ບັນດາ​ນັກ​ຮຽນ
​ນາຍຮ້ອຍ​ທີ່​ໂຮງຮຽນ​ທະຫານ​ແຫ່ງນຶ່ງ ​ໃນ​ເມືອງຫຼວງກາ​ບູລ
ນັ້ນ ທ່ານ ກາ​ຊາຍ ​ເວົ້າ​ວ່າ ທ່ານຈະ​ອອກ​ດໍາລັດ​ສະບັບ​ນຶ່ງ​ໃນ
ວັນອາທິດ​ມື້​ນີ້ ລະບຸ​ວ່າ ຫ້າມກໍາລັງຂອງ​ອັຟກາ​ນີສຖານ​ ຮ້ອງ
ຂໍ​ເອົາການ​ໂຈມ​ຕີ​ທາງ​ອາກາດ​ຈາກເນໂຕ້ ໃສ່​ບ້ານ​ຢູ່​ອາໄສ ຫຼື
ໝູ່​ບ້ານ​ຕ່າງໆ ບໍ່​ວ່າ​ຈະ​ຕົກ​ຢູ່​ໃນສະພາບ​ການ​ຢ່າງ​ໃດ​ກໍ​ຕາມ.

ປາກົດ​ວ່າ ຄໍາ​ປະກາດ​ຂອງ​ທ່ານ ​ເປັນ​ການເອີ່ຍ​ເຕື້ອງ​ເຖິງ​ການ
​ໂຈມ​ຕີ​ທາງ​ອາກາດ​ຂອງ​ເນ​ໂຕ້ ທີ່​ໄດ້​ສັງຫານ 10 ຄົນ ​ໂຮມ​ທັງແມ່ຍິງ​ແລະ​ເດັກນ້ອຍ ທີ່
ແຂວງ Kunar ​ເມື່ອ​ວັນພຸດ​ຜ່ານ​ມາ​ນີ້. ກໍ​າລັງຂອງ​ອັຟກາ​ນີສຖານ​ໄດ້​ຮ້ອງ​ຂໍ​ການໂຈມຕີ
ທາງ​ອາກາດ ​ໃນ​ລະ​ຫວ່າງ​ການ​ປະຕິບັດ​ງານ​ຮ່ວມກັນ​ ລະຫວ່າງ​ອັຟກາ​ນີສຖານ ແລະ​
ສະຫະລັດ ທີ່​ແນ​ເປົ້າໝາຍ​ໃສ່​ພວກ​ຫົວ​ຕໍ່ສູ້​ຕາ​ລິ​ບານ ​ຢູ່​ໃນ​ຂົງ​ເຂດ.

ຢ່າງ​ໜ້ອຍ​ ພວກ​ຕາ​ລິ​ບານ​ທີ່​ເຊື່ອມ​ໂຍງ​ກັບ​ກຸ່ມ​ອາ​ລອາ​ຄີ​ດາ ສາມ​ຄົນ​ເສຍ​ຊີວິດ ​ໃນການ
​ປະຕິບັດ​ງານ​ບຸກ​ໂຈມ​ຕີ​ດັ່ງກ່າວ. ການ​ບາດ​ເຈັບ​ລົ້ມ​ຕາຍຂອງພົນລະ​ເຮືອນ ໄດ້ເປັນ
ສາ​ເຫດ​ທີ່ພາ​ໃຫ້​ເກີດ​ຂໍ້​ຂັດ​ແຍ້​ງກັນ ລະຫວ່າງ​ອັຟກາ​ນີສຖານ ​ແລະກໍາລັງ​ປະສົມ​ນາໆ
ຊາດ​ທີ່​ນໍາ​ໂດຍສະຫະລັດ ​ໃນ​ລະຫວ່າງສົງຄາມທີ່​ດໍາ​ເນີນ​ມາ​ໄດ້ 11 ປີ ​ໃນ​ອັຟກາ​ນີສ
ຖານນັ້ນ. ທ່ານ ຮາ​ມິດ ກາ​ຊາຍ ​ໄດ້​ປະນາມ​ການ​ສັງຫານພວກ​ພົນລະ​ເຮືອນ​ແບບ​ນັ້ນ ​
ຢູ່​ເປັນ​ປະ​ຈໍາ.

ເບິ່ງວີດິໂອກ່ຽວຂ້ອງ:

Obama Details Afghanistan Drawdown in State of the Union Speech
please wait

No media source currently available

0:00 0:02:57 0:00
ລິງໂດຍກົງ
XS
SM
MD
LG