ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ອັຟການິສຖານ ຢ້ຽມຢາມ ປາກີສຖານ (ວີດິໂອ)


ນາຍົກລັດຖະມົນຕີປາກີສຖານ ທ່ານ Sharif (ຂວາ) ພົບປະກັບ​ປະທານາທິບໍດີ ​ອັຟກາ​ນິສຖານ ທ່ານ Karzai
ນາຍົກລັດຖະມົນຕີປາກີສຖານ ທ່ານ Sharif (ຂວາ) ພົບປະກັບ​ປະທານາທິບໍດີ ​ອັຟກາ​ນິສຖານ ທ່ານ Karzai
ປະທານາທິບໍດີ​ອັຟກາ​ນິສຖານ ທ່ານ Hamid Karzai
ຢ້ຽມຢາມປາ​ກີ​ສຖານ​. ທ່ານ Karzai ເດີ​ນທາງ​ໄປ​ຮອດ​
ກຸງ Islamabad ໃນ​ວັນ​ຈັນ​ມື້​ນີ້ ​ໂດຍ​ມີ​ຈຸດປະສົງຈະ​ຮ້ອງ
ຂໍໃຫ້​ປາ​ກີ​ສຖານ​ຊ່ອຍເຫລືອ ເພື່ອ​ຍຸຕິ​ສົງຄາມທີ່​ຍືດ​ເຍື້ອ
ຍາວ​ນານມາເປັນ​ເວລາ 12 ປີ​ ​ນັ້ນ ​ໂດຍ​ຜ່ານການ​ສົນທະ
ນາ​ກັນໂດຍ​ກົງ ລະຫວ່າງລັດຖະບານກຸງກາ​ບູລ ​ກັບກຸ່ມ
​ກໍ່​ການ​ຮ້າຍ​ຕາ​ລີບານ.

ການ​ຢ້ຽມຢາມ​ເປັນ​ເວລາ 2 ມື້​ໃນ​ຄັ້ງ​ນີ້ ຈະ​ເປັນ​ການ​ພົບ
​ປະກັນ​ໂດຍ​ກົງ​ເທື່ອ​ທໍາ​ອິດຂອງ ຜູ້​ນໍາ​ອັຟກາ​ນີສຖານ
ກັບນາຍົກລັດຖະມົນຕີປາກີສຖານ ທ່ານ Nawaz Sharif
ນັບ​ຕັ້ງ​ແຕ່​ທ່ານ Sharif ​ເຂົ້າ​ກໍາ​ຕໍາ​ແໜ່​ງ​ໃນ​ເດືອນ​ມິຖຸນາແລ້ວ​ນີ້.

ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ພວກ​ຜູ້​ນໍາ​ຂອງອັຟກາ​ນິສຖານ ກັບ​ຄູ່​ຕໍາ​ແໜ່​ງປາກີສຖານ
ນັ້ນ​ແມ່ນ​ໄດ້​ຟົດ​ເດືອດ​ມາຫຼາຍປີ​ແລ້ວ ຍ້ອນ​ການ​ກ່າວ​ຫາ​ຂອງ​ທາງອັຟກາ​ນີສຖານ
ທີ່​ວ່າປາກີສຖານໃຫ້ທີ່ຢູ່ອາ​ໄສ​ ແກ່ພວກ​ຜູ້​ບັນຊາ​ການ​ຂອງ​ກຸ່ມພວກກໍ່​ການ​ຮ້າຍ
ຕາ​ລີບານ ​ແລະ​ຊ່ອຍພວກ​ເຂົາ​ວາງ​ແຜນ​ທໍາ​ການ​ໂຈມ​ຕີ​ຕ່າງ​ໆ​ ຕໍ່ກອງ​ທະຫານ
​ທ້ອງ​ຖິ່ນ​ແລະກອງ​ກໍາລັງ​ປະສົມ​ທີ່​ນໍາພາ​ໂດຍ​ສະຫະລັດ​ນັ້ນ. ທາງປາກີສຖານ​ໄດ້
​ປະຕິ​ເສດ​ມາໂດຍ​ຕະຫຼອດ ​ຕໍ່​ການ​ກ່າວ​ຫາ​ດັ່ງກ່າວ.

ພວກ​ນັກ​ວິ​ເຄາະ​ຫຼາຍ​ຄົນ ກ່າວ​ວ່າ ການກົດ​ດັນຂອງທ່ານ Karzai ​ເພື່ອໃຫ້ທາງ
ປາກີສຖານຊ່ອຍ​ໃນ​ການຍຸຕິ​ສົງຄາມນັ້ນ​ ແມ່ນຈະ​ເພີ່ມ​ທະວີ​ຂຸ້ນຂ້ຽວ​ຍິ່ງ​ຂຶ້ນ ກ່ອນ​
ກໍານົດ​ເສັ້ນ​ຕາຍໃນການ​ຖອນ​ກອງ​ກໍາ​ລັງ​ປະສົມ​ຂອງ​ກຸ່ມ NATO ທີ່​ນໍາພາ​ໂດຍ​
ສະຫະລັດ​ ອອກ​ຈາກ​ອັຟກາ​ນິ​ສຖານ​ ຈະ​ມາ​ເຖິງໃນ​ເດືອນ​ທັນວາ 2014 ນັ້ນ.

ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ ກ່າວ​ວ່າ ນອກນັ້ນ ທ່ານ Karzai ​ຍັງ​ຈະ​ກົດ​ດັນ​ໃຫ້ປ່ອຍ
​ພວກ​ນັກ​ໂທດ​ຊາວອັຟກາ​ນິສຖານທີ່​ຖືກ​ຄຸມ​ຂັງ​ໃນປາກີສຖານ ຊຶ່ງ​ຮວມທັງນັກບວດ
Mullah Abdul Ghani Baradar ອະດີດ​ຮອງ​ຜູ້​ບັນຊາ​ການ​ຂອງ​ກຸ່ມຕາ​ລີ​ບານນໍາ.

AFGHANISTAN PAKISTAN VO.mov
please wait

No media source currently available

0:00 0:00:33 0:00
XS
SM
MD
LG