ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ. Karzai ຊົມເຊີຍ ຊາວອັຟການິສຖານ ທີ່ພາກັນອອກໄປ ປ່ອນບັດຢ່າງຫຼວງຫຼາຍ (ວີດີໂອ/ສະໄລດ໌)


Afghanistanelection6april14
please wait

No media source currently available

0:00 0:00:56 0:00

ເບິ່ງວີດີໂອເລື້ອງນີ້

ປະທານາທິບໍດີ Hamid Karzai ​ແຫ່ງ​ອັຟກາ​ນິສຖານ
​ໄດ້​ກ່າວ​ຍ້ອງຍໍ​ສັນລະ​ເສີນ​ພົນລະ​ເມືອງຂອງ​ປະ​ເທດຂອງ
ທ່ານ ທີ່ໄດ້ທ້າ​ທາຍ​ຕໍ່​ການ​ຂົ່​ມຂູ່​ຕ່າງ​ໆ​ຂອງ​ກຸ່​ມກໍ່​ການ​ຮ້າຍ​
ຕາ​ລີ​ບັນ ​ແລະ​ພາກັນ​ອອກ​ໄປ​ປ່ອນ​ບັດ​ ໃນ​ຈຳນວນ​ຫຼວງ
​ຫຼາຍ​ ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ນັ້ນ.

ທ່ານ Karzai ກ່າວ​ວ່າ ການ​ປະກອບ​ສ່ວນ​ໃນ​ການເລືອກ
ຕັ້ງຂອງ​ເຂົາ​ເຈົ້າ ຕາມ​ຄຳ​ເວົ້າ​ຂອງ​ທ່ານ ກໍ​ແມ່ນ​ວ່າ “​ໄດ້
​ເຮັດໃຫ້​ປະ​ເທດທີ່​ຮັກ​ ແລະ​ຫວງ​ແຫນ​ຂອງ​ພວກ​ເຮົາ
ມີ​ຄວາມ​ພາກພູມ​ໃຈ​ແລະ​ບັນລຸຄວາມ​ສຳ​ເລັດ​.”


ປະຊາຊົນ​ໄດ້​ອອກ​ໄປ​ປ່ອນ​ບັດ​ເປັນ​ຈຳນວນ​ຫຼວງ​ຫຼາຍໃນ​ວັນ​ເສົາ​ວານ​ນີ້ ຈົນ​ວ່າ
​ບາງ​ໜ່ວຍປ່ອນ​ບັດ ໝົດ​ບັດປ່​ອນ​ບັດ​ໄປ​ກ່ອນ​ເວລາ​ອັດ​ລົງ ​ໃນການ​ໂອນ​ອຳນາດ​
ແບບ​ປະຊາທິປະ​ໄຕ​ຄັ້ງ​ທຳ​ອິດ​ຂອງ​ປະ​ເທດ.
.
ການ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເຄັ່ງ​ຄັດ​ໃນ​ທົ່ວ​ປະ​ເທດ ​ເພາະວ່າ
ພວກ​ຫົວ​ຮຸນ​ແຮງ​ຕາ​ລີ​ບັນ ​ໄດ້​ທຳ​ການ​ຂົ່ມຂູ່​ທີ່ຈະ​ລົບ​ກວນ​ການ​ເລືອກຕັ້ງ ​ແຕ່​
ການ​ປ່ອນ​ບັດ​ປາກົດ​ວ່າ ​ໄດ້​ດຳ​ເນີນ​ໄປ​ໂດຍ​ປາດ​ສະ​ຈາກ​ຄວາມ​ວຸ້ນ​ວານ​ໃດ​ໆ.
ໜ່ວຍ​ປ່ອນ​ບັນ​ຫຼາຍ​ແຫ່ງ​ໄດ້​ປິດ​ລົງ​ຍ້ອນ​ການ​ຂົ່ມຂູ່​ທີ່​ຈະ​ກໍ່ຄວາມ​ຮຸນ​ແຮງ​ຂຶ້ນ​ນັ້ນ.

ທ່ານ Jan Kubis ຜູ້ຕາງໜ້າ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ປະຈຳ​ອັຟກາ​ນິສ
ຖານ ​ໄດ້​ກ່າວ​ຍ້ອງຍໍ​ປະຊາຊົນ​ຜູ້​ມີ​ສິດ​ປ່ອນ​ບັດ​ຂອງ​ອັຟກາ​ນິສຖານ ທີ່​ພາກັນ​
ອອກ​ໄປ​ປ່ອນ​ບັດ “ເຖິງ​ແມ່ນ​ມີ​ການ​ຂົ່ມຂູ່ ​ແລະ​ການ​ນາບ​ຂູ່​ໃຫ້​ຢ້ານ​ກົວ
ຕ່າງໆ”
ທີ່​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ ​ຈາກ​ພວກ​ກະບົດ​ນັ້ນ.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ​ກ່າວຊົມ​
ເຊີຍ ປະຊາຊົນ​ອັຟກາ​ນິສຖານ​ຫຼາຍ​ລ້ານ​ຄົນ ທີ່​ອອກ​ໄປ​ປ່ອນ​ບັດ ​ໃນ​ອັນ​ທີ່​
ທ່ານ​ເອີ້ນ​ວ່າ “ການ​ເລືອກ​ຕັ້ງ​ຄັ້ງ​ປະຫວັດສາດ​ນັ້ນ.” ທ່ານ​ໂອ​ບາ​ມາ​ຍັງ​ກ່າວ​
ເພື່ອເຮັດໃຫ້ ການປ່ອນບັດເລືອກຕັ້ງນີ້ເປັນໄປໄດ້ນັ້ນ. ທ່ານໂອບາມາກ່າວ
ວ່າ ການເລືອກ ຕັ້ງຄັ້ງນີ້ ​ແມ່ນ​ມີ​ຄວາມສຳຄັນທີ່ສຸດ ເພື່ອຊ່ວຍ​ຮັບປະກັນໃຫ້
ອັຟການິສຖານ ມີອະນາຄົດທີ່​ເປັນປະຊາທິປະໄຕຕະຫລອດທັງການຊ່ອຍ
ເຫຼືອຂອງນາໆຊາດ ສືບຕໍ່ໄປນັ້ນ.

ຄາດວ່າ ຈະມີການປະກາດຜົນຂອງການເລືອກຕັ້ງຂັ້ນຕົ້ນ ໃຫ້ຊາບໃນທ້າຍ
ເດືອນນີ້ ແລະຜົນ​ຂັ້ນຊີ້ຂາດ ກຳນົດຈະມີຂຶ້ນໃນວັນທີ 14 ເດືອນພຶດສະພາ
ຕໍ່ໜ້ານີ້. ການປ່ອນບັດເລືອກຕັ້ງຮອບສອງ ແມ່ນຈຳເປັນ ຖ້າບໍ່​ມີຜູ້ສະໝັກ
ຄົນໃດ ໃນຈຳນວນ 8 ຄົນນັ້ນ ໄດ້ຮັບຄະ​ແນນສຽງ ຫຼາຍກວ່າເຄິ່ງນຶ່ງຂອງ
ຄະແນນສຽງທັງໝົດ.
XS
SM
MD
LG