ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສູ້ລົບກັນ ຢູ່ໃນລັດກະຈິນ ຂອງ ມຽນມາ ພາໃຫ້ເປັນຫ່ວງ ຢ້ານເກີດສົງຄາມກາງເມືອງ


ທະຫານຂອງກອງທັບເອກະລາດກະຈິນ ທີ່ເປັນຝ່າຍກະບົດນັ້ນ ຢືນຍາມຢູ່ໜ້າຄ້າຍຢູ່ໃນເຂດລາວາ ຢັງ, ຢູ່ນອກເມືອງລາຍຊາ ( Laiza) ທີ່ຕັ້ງຂອງສໍານັກງານໃຫຍ່ທີ່ປະກອບອາວຸດຂອງ
ພວກກະບົດຢູ່ໃນລັດ ກະຈິນ, ທາງພາກເໜືອຂອງມຽນມາ ໃນວັນທີ 20 ມີນາ 2018
ທະຫານຂອງກອງທັບເອກະລາດກະຈິນ ທີ່ເປັນຝ່າຍກະບົດນັ້ນ ຢືນຍາມຢູ່ໜ້າຄ້າຍຢູ່ໃນເຂດລາວາ ຢັງ, ຢູ່ນອກເມືອງລາຍຊາ ( Laiza) ທີ່ຕັ້ງຂອງສໍານັກງານໃຫຍ່ທີ່ປະກອບອາວຸດຂອງ ພວກກະບົດຢູ່ໃນລັດ ກະຈິນ, ທາງພາກເໜືອຂອງມຽນມາ ໃນວັນທີ 20 ມີນາ 2018

ພົນລະເຮືອນຫລາຍພັນຄົນ ຍັງໄດ້ພາກັນອົບພະຍົບໄປຢູ່ບ່ອນໃໝ່ໃນເຂດພາກເໜືອ
ຂອງມຽນມາ ໃນຂະນະທີ່ມີການສູ້ລົບກັນຄັ້ງໃໝ່ເກີດຂຶ້ນໃນຊຸມອາທິດມໍ່ໆ ມານີ້ ໂດຍ
ທີ່ຫລາຍໆຄົນກໍສາມາດເຂົ້າເຖິງບ່ອນທີ່ຈະໄດ້ຮັບການຊ່ວຍເຫລືອໄດ້ພຽງໜ້ອຍດຽວ
ຈຶ່ງໄດ້ເຮັດໃຫ້ມີຄວາມກັງວົນກັນຄັ້ງໃໝ່ວ່າ ຂັ້ນຕອນສັນຕິພາບຂອງປະເທດ ໄດ້ຢຸດ
ສະງັກລົງ ພາຍໃຕ້ຄະນະລັດຖະບານຊຸດປັດຈຸບັນນີ້.

ການສູ້ລົບກັນລະຫວ່າງກອງທັບມຽນມາ ຊຶ່ງເອີ້ນກັນວ່າ ຕັດມາດໍ (Tatmadaw) ແລະ
ກອງທັບເອກະລາດກະຈິນເກີດຂຶ້ນ ແລະໄດ້ເຮັດໃຫ້ຄົນທີ່ອາໄສຢູ່ໃນຂົງເຂດດັ່ງກ່າວພາ
ກັນຫລົບໜີຈາກຢ່າງໜ້ອຍ 3 ຫົວເມືອງນ້ອຍ ຢູ່ໃນລັດກະຈິນໃນຊຸມອາທິດຜ່ານມານີ້, ອີງຕາມແຫລ່ງຂ່າວຢູ່ໃນທ້ອງຖິ່ນ ທີ່ແຈ້ງໃຫ້ວີໂອເອຊາບ. ສ່ວນບຸກຄົນອື່ນໆ ແມ່ນໄດ້
ຕົກຄ້າງຍ້ອນການສູ້ລົບກັນດັ່ງກ່າວ,ຫລາຍກວ່າ 150 ຄົນ ທີ່ບໍ່ສາມາດຫລົບອອກມາໄດ້ ຍ້ອນມີການສູ້ລົບກັນຢ່າງໜັກ ຢູ່ໃກ້ເຂດພາກັນທ໌ (Hpakant) ຊຶ່ງເປັນເຂດຫ່າງໄກ
ສອກຫລີກ ທີ່ມີຊື່ສຽງດ້ານຢົກທີ່ມີຄຸນນະພາບດີ, ອີງຕາມການບອກເລົ່າຂອງທ່ານອູຈູ
(Oo Choo) ສະມາຊິກສະພາ ຢູ່ໃນທ້ອງຖິ່ນ ຕໍ່ວີໂອເອ ຜ່ານທາງໂທລະສັບ.

ນັກລົບກອງທັບເອກະລາດກະຈິນພາກັນຍ່າງຈາກສະໜາມລົບຢູ່ແນວໜ້າໃນເມືອງ ມູດູ ໄປຫາຖານທັບຜາລັບ ຢູ່ໃນເຂດທີ່ຄວບຄຸມໂດຍພວກກະບົດຊາວກະຈິນ ໃນເຂດເໜືອຂອງມຽນມາ ໃນວັນທີ 17 ມີນາ, 2018
ນັກລົບກອງທັບເອກະລາດກະຈິນພາກັນຍ່າງຈາກສະໜາມລົບຢູ່ແນວໜ້າໃນເມືອງ ມູດູ ໄປຫາຖານທັບຜາລັບ ຢູ່ໃນເຂດທີ່ຄວບຄຸມໂດຍພວກກະບົດຊາວກະຈິນ ໃນເຂດເໜືອຂອງມຽນມາ ໃນວັນທີ 17 ມີນາ, 2018

ທ່ານກ່າວວ່າ "ພວກເຂົາເຈົ້າບໍ່ສາມາດຫລົບໜີ ມາໄດ້ນຶ່ງອາທິດແລ້ວ.”

ທ່ານເດວິດ ບອກຄ໌ (David Baulk) ຜູ້ຊ່ຽວຊານດ້ານສິດທິມະນຸດຂອງອົງ Fortify Rights ເວົ້າວ່າ ຫລາຍພັນຄົນໄດ້ອົບພະຍົບຫລົບໜີ ຍ້ອນມີການສູ້ລົບກັນໃນເດືອນ
ແລ້ວນີ້.

ທ່ານ Knut Ostby ຜູ້ຕາງໜ້າສະຫະປະຊາຊາດ ແລະຜູ້ປະສານງານດ້ານມະນຸດສະ
ທຳປະຈຳມຽນມາ ໄດ້ອອກຖະແຫຼງການສະບັບນຶ່ງ ໃນອາທິດແລ້ວ ປະນາມຄວາມຮຸນ
ແຮງຄັ້ງຫລ້າສຸດຢູ່ໃນລັດກະຈິນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ​

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG