ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂະບວນລົດ ອົງການເນໂຕ ຖືກໂຈມຕີດ້ວຍ ລະເບີດສະຫຼະຊີບ ໃນອັຟການິສຖານ ຕາຍ 8


ກຳລັງຮັກສາຄວາມປອດໄພ ພວມກວດກາ ສະຖານທີ່ຖືກໂຈມຕີ ດ້ວຍລະເບີດສະຫລະຊີບ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 3 ພຶດສະພາ, 2017.
ກຳລັງຮັກສາຄວາມປອດໄພ ພວມກວດກາ ສະຖານທີ່ຖືກໂຈມຕີ ດ້ວຍລະເບີດສະຫລະຊີບ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 3 ພຶດສະພາ, 2017.

ກະຊວງພາຍໃນຂອງອັຟການິສຖານກ່າວວ່າ ການ​ໂຈມ​ຕີ​ດ້ວຍລະເບີດສະຫລະຊີບ
ໃນວັນພຸດມື້ນີ້ ໃນລະຫວ່າງ ຕອນເຊົ້າເວລາ​ເຂົ້າການ ຢູ່ນະຄອນຫຼວງ ກາບູລ ນັ້ນ
ໄດ້ສັງຫານຢ່າງໜ້ອຍ 8 ຄົນ ແລະ ອີກ 25 ຄົນ ໄດ້ຮັບບາດເຈັບ.

ພັນເຮືອເອກສະຫະລັດ Bill Salvin ໂຄສົກຂອງ ກອງກຳລັງປະສົມ ອົງການເນໂຕ
ທີ່ນຳພາໂດຍສະຫະລັດ ໄດ້ຢືນຢັນວ່າ ລົດຫຸ້ມເກາະຄັນນຶ່ງຂອງຕົນ​ແມ່ນ ເປັນເປົ້າ
ໝາຍ ໃນການໂຈມຕີຄັ້ງນີ້. ທ່ານ ໄດ້ກ່າວວ່າ ທະຫານສະຫະລັດສາມຄົນ ແມ່ນລວມ
ຢູ່ໃນຜູ້ທີ່ໄດ້ຮັບບາດເຈັບ ແລະ ວ່າ ບາດແຜຂອງພວກເຂົາເຈົ້າ ແມ່ນບໍ່ອັນຕະລາຍ
ຕໍ່ຊີວິດ.

ບັນດາຜູ້ເຫັນເຫດການ ໄດ້ກ່າວວ່າ ລະເບີດແຕກຂຶ້ນ ຢູ່ໃກ້ໆ ສະຖານທູດ ສະຫະລັດ
ຍັງໄດ້ເຮັດໃຫ້ລົດຫຼາຍຄັນຂອງພົນລະເຮືອນ ທີ່ຢູ່ໃກ້ບໍລິເວນນັ້ນ ໄດ້ຮັບຄວາມເສຍ
ຫາຍ ແລະ ວ່າ ພວກຜູ້ເຄາະຮ້າຍສ່ວນໃຫຍ່ ແມ່ນພົນລະເຮືອນຊາວອັຟການິສຖານ.

ກຸ່ມລັດອິສລາມ ໄດ້ອອກມາອ້າງເອົາຄວາມຮັບຜິດຊອບ​ໃນການໂຈມຕີດັ່ງກ່າວ.

Afghanistan Blast
please wait
Embed

No media source currently available

0:00 0:01:01 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG