ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຂະບວນລົດອົງການ NATO ຖືກໂຈມຕີ ດ້ວຍລະເບີດ ສະຫຼະຊີບໃນ ອັຟການິສຖານ


ຕຳຫຼວດ ອັຟການິສຖານ ຢືນຍາມສະຖານທີ່ທີ່ຖືກໂຈມຕີດ້ວຍ
ລົດລະເບີດໃນນະຄອນຫຼວງ ກາບູລ, ອັຟການິສຖານ. 24 ກັນຍາ, 2017.
ຕຳຫຼວດ ອັຟການິສຖານ ຢືນຍາມສະຖານທີ່ທີ່ຖືກໂຈມຕີດ້ວຍ ລົດລະເບີດໃນນະຄອນຫຼວງ ກາບູລ, ອັຟການິສຖານ. 24 ກັນຍາ, 2017.

ມືລະເບີດສະຫຼະຊີບຄົນນຶ່ງ ໄດ້ໂຈມຕີຂະບວນລົດຂອງອົງການ NATO ໃນນະຄອນ
ຫຼວງ ກາບູລ ຂອງປະເທດ ອັຟການິສຖານ, ເຮັດໃຫ້ມີຜູ້ບາດເຈັບຢ່າງໜ້ອຍສາມຄົນ.

ກະຊວງປ້ອງກັນຄວາມສະຫງົບ ໄດ້ອະທິບາຍວ່າຜູ້ບາດເຈັບ ແມ່ນພົນລະເຮືອນ
ອັຟການິສຖານ ແຕ່ບໍ່ໄດ້ກ່າວວ່າ ບັນດາກອງກຳລັງຕ່າງປະເທດໄດ້ປະສົບກັບການ
ບາດເຈັບ ຫຼື ເສຍຊີວິດ ຫຼືບໍ່.

ຖະແຫຼງການຂອງອົງການ NATO ກ່າວວ່າ “ອຸປະກອນລະເບີດໄດ້ແນເປົ້າໃສ່ຂະ
ບວນລົດຂອງອົງການ NATO ໃນຕອນເຊົ້າມື້ນີ້ທີ່ນະຄອນຫຼວງ ກາບູລ. ມັນບໍ່ມີຈຳ
ນວນຜູ້ບາດເຈັບ ຫຼື ເສຍຊີິວິດຂອງໜ່ວຍປະຕິບັດການ ສະໜັບສະໜູນ ເດັດດ່ຽວ ຈາກ
ການລະເບີດດັ່ງກ່າວ. ກຸ່ມ ສະໜັບສະໜູນ ເດັດດ່ຽວ ກຸ່ມນຶ່ງໄດ້ເດີນທາງໄປຈຸດເກີດ
ເຫດເພື່ອສ້ອມແປງລົດ. ບໍ່ໄດ້ມີຜົນກະທົບຫຍັງ ຕໍ່ໜ່ວຍປະຕິບັດການ ສະໜັບສະໜູນ
ເດັດດ່ຽວນີ້”

ກຸ່ມກະບົດຕາລີບານ ໄດ້ອ້າງເອົາຜົນງານສຳລັບການວາງແຜນໂຈມຕີດັ່ງກ່າວ. ໂຄສົກ
ຂອງພວກເຂົາ ທ້າວ Zabihullah Mujahid ໄດ້ອ້າງວ່າ ຂະບວນລົດທະຫານ ອາເມຣິ
ກັນ ແມ່ນໄດ້ຖືກແນເປົ້າໝາຍໃສ່, ໄດ້ທຳລາຍລົດຫຼາຍຄັນ ແລະ ກໍ່ໃຫ້ມີຈໍານວນຜູ້ເສຍ
ຊີວິດ ແລະ ບາດເຈັບຢ່າງຫຼວງຫຼາຍຕໍ່ “ກອງກຳລັງຮຸກຮານດັ່ງກ່າວ.”

ພວກກະບົດເປັນທີ່ຮູ້ຈັກກັນດີ ໃນການປະກາດຈຳນວນຜູ້ເສຍຊີວິດ ແລະ ບາດເຈັບ
ຢ່າງຫຼວງຫຼາຍສຳລັບການໂຈມຕີເຊັ່ນນັ້ນ ທີ່ມັກຈະບໍ່ແມ່ນຄວາມຈິງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG