ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ​ສະ​ຫຼະ​ຊີບ ສັງ​ຫານ 6 ຄົນ ທີ່​ນະ​ຄອນ​ຫຼວງ​ກາບ​ູ​ລ


​ລົດ​ໂຮງ​ໝໍ​ຄັນ​ນຶ່ງ ໄປ​ຮັບ​ຄົນ​ເຈັບ​ໃກ້​ກັບ​ບ່ອນ​ໂຈ​ມ​ຕີ​ສະ​ຫຼະ​ຊີບ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 27 ມີ​ນາ 2023.
​ລົດ​ໂຮງ​ໝໍ​ຄັນ​ນຶ່ງ ໄປ​ຮັບ​ຄົນ​ເຈັບ​ໃກ້​ກັບ​ບ່ອນ​ໂຈ​ມ​ຕີ​ສະ​ຫຼະ​ຊີບ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 27 ມີ​ນາ 2023.

ເຈົ້າ​ໜ້າ​ທີ່ກຸ່ມ​ຕາ​ລີ​ບານ​ໃນ​ອັ​ຟ​ກາ​ນິ​ສ​ຖານກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ເຫດ​ລະ​ເບີດສະ​ຫຼະ​ຊີບ​ຢູ່ນອກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ​ ໄດ້​ສັງ​ຫານຢ່າງ​ໜ້ອຍ 6 ຄົນ ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ຈຳ​ນວນ​ນຶ່ງ.

ພວກ​ທີ່​ເຫັນ​ເຫດ​ການ​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ການ​ໂຈມ​ຕີ​ມີ​ຂຶ້ນ​ໃກ້​ກັບ​ບ່ອນກວດ​ຂອງ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ​ໃນ​ຂະ​ນະ​ທີ່​ພວກ​ພະ​ນັກ​ງານ​ຂອງກະ​ຊວງ​ດັ່ງ​ກ່າວພວມ​ເລີກການ ​ເພື່ອ​ກັບ​ບ້ານ.

ໂຄ​ສົກ​ຂອງ​ຕຳ​ຫຼວດ​ທີ່​ຕາ​ລີ​ບານ​ແຕ່ງ​ຕັ້ງ ທ່ານຄາ​ລີດ ຊາດ​ຣານ ກ່າ​ວ​ວ່າ ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ 3 ຄົນແມ່ນ​ຮວມ​ຢູ່​ໃນ​ຈຳ​ນວນ​ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ.

ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ​ຂອງ​ອີ​ຕາ​ລີທີ່​ມີ​ຊື່​ວ່າ EMERGENCY ​ໃຫ້​ການ​ຢືນ​ຢັນ​ວ່າ ສູນ​ກາງ​ຜ່າ​ຕັດ​ຂອງ​ຕົນ ໃນ​ບໍ​ລິ​ເວນ​ໃກ້​ຄຽງ ​ມີ​ຄົນ​ເຈັບ 12 ຄົນ​ເຂົ້າ​ຮັບ​ການ​ປິ່ນ​ປົວ ຮວມ​ທັງ​ເດັກ​ນ້ອຍ​ຄົນ​ນຶ່ງ ໃນ​ຂະ​ນະ​ທີ່​ອີກ 2 ຄົນ​ເສຍ​ຊີ​ວິດ​ເວ​ລາ​ໄປ​ຮອດ.

ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ໂຈມ​ຕີຮ້າຍ​ແຮງ​ດັ່ງ​ກ່າວ ຊຶ່ງ​ເປັນ​ເທື່ອ​ທຳ​ອິດ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ເດືອນ​ຖື​ສິນ​ອົດ ຣາ​ມາ​ດານ ຂອງ​ຊາວ​ມຸ​ສ​ລິມ ຊຶ່ງ​ໄດ້​ເລີ້ມ​ຂຶ້​ນ​ໃນ​ອາ​ທິດ​ແລ້ວ​ຢູ່​ອັ​ຟ​ກາ​ນິ​ສ​ຖານ ອີງ​ຕາມ​ການ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG