ເຈົ້າໜ້າທີ່ອັຟການິສຖານ ປະຕິເສດຕໍ່ລາຍງານ ການສືບສວນໃໝ່ ທີ່ໄດ້ເຜີຍແຜ່ ເປັນພາສາອັງກິດ ທີ່ໄດ້ກ່າວອ້າງວ່າ ຜູ້ສ້າງຕັ້ງກຸ່ມຕາລິບານ, ທ່ານ Mulllah Mohammad Omar, ໃຊ້ຊີວິດໃນຊຸມປີສຸດທ້າຍຂອງທ່ານ ຢູ່ໃນອັຟການິສຖານ ບໍ່ແມ່ນໃນປາກິສຖານ ທີ່ເປັນປະເທດເພື່ອນບ້ານ ນັ້ນແຕ່ຢ່າງໃດ.
ເຈົ້າໜ້າທີ່ທັງສະຫະລັດ ແລະ ອັຟການິສຖານ ແມ່ນໄດ້ກ່າວຢ້ຳວ່າທ່ານ Omar ໄດ້ໜີເຂົ້າໄປຍັງປາກິສຖານ ຫຼັງຈາກທີ່ ກອງກຳລັງປະສົມ ນຳພາໂດຍສະຫະລັດ ຂັບໄລ່ກຸ່ມຕາລີບານ ອອກຈາກອຳນາດ ໃນນະຄອນຫຼວງກາບູລ ທີ່ໃຫ້ບ່ອນຫລົບລີ້ແກ່ພວກຜູ້ນຳກຸ່ມອາລ ກາອີດາ ທີ່ຖືກກ່າວຫາວ່າ ເປັນຜູ້ບົງການ ໃນການໂຈມຕີກໍ່ການຮ້າຍເມື່ອເດືອນກັນຍາ 2001 ນັ້ນ.
“ເລື້ອງລາວທີ່ຫາກໍມີການລາຍງານດັ່ງກ່າວນີ້ ກໍແມ່ນວ່າ ສະຫະລັດ ແລະບຸກຄົນອື່ນໆ
ແມ່ນໄດ້ເວົ້າຜິດໄປ,” ນັ້ນຄືຄຳເວົ້າຢູ່ໃນລາຍງານຂອງພວກນັກຊ່ຽວຊານຈາກສູນ
Zomia ຢູ່ນະຄອນນິວຢອກ.
ລາຍງານໂດຍສູນ Zomia ແມ່ນອີງຕາມການພົບຂອງຕົນຕົ້ນຕໍແລ້ວ ຢູ່ໃນປື້ມ ໂດຍນັກຂ່າວອິດສະຫຼະ ທ່ານ Bette Dam “ການຊອກຫາສັດຕູ,” ທີ່ໄດ້ຕີພິມ ໃນເນທີແລນ ໃນເດືອນກຸມພາ, ຊຶ່ງທ່ານ ດາມ ແມ່ນໄດ້ລາຍງານຈາກອັຟການິສຖານ ນັບຕັ້ງແຕ່ປີ 2006.
“ຫຼັງຈາກປີ 2001, ທ່ານມູລາ Omar ແມ່ນບໍ່ເຄີຍໄດ້ຍ່າງກ້າວ ເຂົ້າໄປໃນ ປາກິສຖານ
ແຕ່ຢ່າງໃດ, ແລະໄດ້ລີ້ຊ່ອນຢູ່ໃນປະເທດຕົນເອງແທນ ແລະໃນເວລາ 8 ປີ ທ່ານໄດ້ພັກອາໄສບໍ່ເທົ່າໄດໄມລ໌ ຢູ່ໃນເຂດປະຕິບັດງານສຳຄັນຂອງສະຫະລັດ ທີ່ມີທະຫານເປັນພັນໆຄົນນັ້ນ,” ນັ້ນຄືການສະຫລຸບຂອງລາຍງານ.