ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນະຄອນກາບູລ ຍັງເຄັ່ງຕຶງ ຫລັງຈາກ ການໂຈມຕີ ຫຼາຍຄັ້ງ ທີ່ໄດ້ສັງຫານ 50 ຄົນ


ຕຳຫຼວດຍາມຮັກສາຄວາມສະຫງົບ ຫຼັງຈາກໄດ້ມີການໂຈມຕີ ໃນຕອນກາງຄືນ ທີ່ນະຄອນຫຼວງກາບູລ (8 ສິງຫາ 2015)
ຕຳຫຼວດຍາມຮັກສາຄວາມສະຫງົບ ຫຼັງຈາກໄດ້ມີການໂຈມຕີ ໃນຕອນກາງຄືນ ທີ່ນະຄອນຫຼວງກາບູລ (8 ສິງຫາ 2015)

ນະຄອນຫຼວງກາບູລ ແມ່ນເຕັມໄປດ້ວຍຄວາມເຄັ່ງຕຶງໃນວັນ
ເສົາມື້ນີ້ ຫລັງຈາກໄດ້ເກີດຄວາມຮຸນແຮງທີ່ຮ້າຍແຮງສຸດຄັ້ງ
ນຶ່ງໃນປີນີ້. ພວກກະບົດໄດ້ທຳການໂຈມຕີສະຫລະຊີບຫຼາຍ
ຄັ້ງ ທັງຢູ່ໃນແລະອ້ອມແອ້ມນະຄອນຫຼວງອັຟການິສຖານໃນ
ວັນສຸກວານນີ້ ທີ່ໄດ້ສັງຫານ ຢ່າງໜ້ອຍ 50 ຄົນ ຮວມທັງ 9
ຄົນຈາກຖານທັບແຫ່ງນຶ່ງຂອງສະຫະລັດ.

ນີ້ແມ່ນຄື້ນຟອງຂອງການໂຈມຕີທີ່ສຳຄັນຄັ້ງທຳອິດ ນັບຕັ້ງ
ແຕ່ກຸ່ມຕາລີບານໄດ້ໃຫ້ການຢືນຢັນກ່ຽວກັບການເສຍ​ຊີວິດ ​
ຂອງ Mullah Omar ​ຜູ້ກໍ່ຕັ້ງກຸ່ມດັ່ງກ່າວ. ເຫດການນີ້ໄດ້
ພາໃຫ້ເກີດມີການຕັ້ງຄຳຖາມ ກ່ຽວກັບການເຈລະຈາສັນຕິ
ພາບກັບລັດຖະບານຂອງພວກກະບົດໃນອະນາຄົດ.

ອົງການເນໂຕ້ກ່າວວ່າ ກຳລັງນາໆຊາດຄົນນຶ່ງ ແລະພະນັກງານສັນຍາຈ້າງ ທີ່ເປັນພົນລະ ເຮືອນ 8 ຄົນ ໄດ້ເສຍຊີວິດໃນຕອນແລງຂອງວັນສຸກວານນີ້ ໃນລະຫວ່າງການໂຈມຕີຄ້າຍ Integrity ຊຶ່ງເປັນຖານທັບຂອງກຳລັງພິເສດສະຫະລັດ ຕັ້ງຢູ່ໃກ້ໆສະໜິມບິນໃຫຍ່ໃນນະ ຄອນຫຼວງກາບູລ. ຖະແຫຼງການທີ່ອອກໃນວັນເສົາມື້ນີ້ບໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບສັນຊາດ ຂອງພວກເຄາະຮ້າຍແຕ່ຢ່າງໃດເລີຍ.

ໃນການໂຈມຕີທີ່ຮ້າຍແຮງສຸດນັ້ນ ຜູ້ໂຈມຕີສະຫຼະຊີບຄົນນຶ່ງທີ່ໃສ່ເຄື່ອງແບບຕຳຫຼວດບີບ ຄະນວນລະເບີດໃຫ້ແຕກຂຶ້ນ ທ່າມກາງພວກນັກສຶກສາຂອງໂຮງຮຽນນາຍຮ້ອຍຕຳຫຼວດ ອັຟການິສຖານ ທີ່ນະຄອນຫຼວງກາບູລ. ຕຳຫຼວດລາຍງານວ່າ ການໂຈມຕີນີ້ ເຮັດໃຫ້ມີຜູ້ ເສຍຊີວິດຢ່າງໜ້ອຍ 27 ຄົນແລະບາດເຈັບອີກ 25 ຄົນ.

ກຸ່ມຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີ ແຕ່ກໍພະຍາຍາມ ທີ່ຈະວາງ ໂຕຢູ່ຫ່າງໆຈາກການໂຈມຕີດ້ວຍລົດລະເບີດສະຫຼະຊີບກ່ອນໜ້ານີ້ ໃສ່ຄຸ້ມປະຊາຊົນອາ ໄສຢູ່ໃນນະຄອນຫຼວງຊຶ່ງໄດ້ສັງຫານຢ່າງໜ້ອຍ 15 ຄົນແລະບາດເຈັບປະມານ 240 ຄົນ ຊຶ່ງສ່ວນໃຫຍ່ເປັນພົນລະເຮືອນ.

ປະທານາທິບໍດີອັຟາກນິສຖານທ່ານ Ashraf Ghani ກ່າວວ່າ ແມ່ນໃຜກໍຕາມທີ່ຢູ່ເບື້ອງ ຫຼັງການໂຈມຕີດ້ວຍລົດບັນທຸກລະເບີດສະຫຼະຊີບ ແມ່ນບໍ່ໄດ້ຮັບຫຍັງເລີຍ. ທ່ານເວົ້າວ່າ ການສັງຫານພົນລະເຮືອນໂດຍສະເພາະພວກແມ່ຍິງແລະເດັກນ້ອຍສະແດງໃຫ້ເຫັນເຖິງ ຄວາມສິ້ນຫວັງ ແລະການປະລາໄຊຂອງພວກສັດຕູອັຟການິສຖານ ໂດຍກອງກຳລັງຮັກ ສາຄວາມສະຫງົບແຫ່ງຊາດຂອງພວກເຮົາ.

Afghanistan
please wait
Embed

No media source currently available

0:00 0:01:46 0:00

XS
SM
MD
LG