ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ ໄບເດັນ ເວົ້າວ່າ ຕົວເລກການຍົກຍ້າຍຄົນ ອອກຈາກນະຄອນຫຼວງ ກາບູລ ຈະມີຂຶ້ນ ແລະ ລົງ


ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສຢູ່ຫ້ອງປະຊຸມ ຣູເຊີແວັລທ໌ ຂອງທຳນຽບຂາວ. 22 ສິງຫາ, 2021.
ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສຢູ່ຫ້ອງປະຊຸມ ຣູເຊີແວັລທ໌ ຂອງທຳນຽບຂາວ. 22 ສິງຫາ, 2021.

ຈຳນວນປະຊາຊົນ ທີ່ຖືກຍົກຍ້າຍອອກຈາກນະຄອນຫຼວງ ກາບູລ ຈະປ່ຽນແປງໃນແຕ່ລະວັນ, ປະ ທານາທິບໍດີ ໂຈ ໄບເດັນ ໄດ້ກ່າວໃນຄຳປາໄສທີ່ອອກອາກາດທາງໂທລະພາບໃນວັນອາທິດວານນີ້, ແລ້ວແຕ່ສະຖານະການທີ່ສະເພາະເຈາະຈົງ ແລະ ຄວາມປອດໄພຂອງມື້ນັ້ນ.

ໃນຕອນເຊົ້າຂອງວັນອາທິດວານນີ້, ທຳນຽບຂາວໄດ້ກ່າວວ່າ ສະຫະລັດ ໄດ້ຍົກຍ້າຍ 7,800 ຄົນອອກຈາກນະຄອນຫຼວງ ກາບູລ ໃນ 24 ຊົ່ວໂມງທີ່ຜ່ານມາ. ຕໍ່ມາໃນຕອນແລງຂອງວັນອາທິດນັ້ນ, ທຳນຽບຂາວໄດ້ເພີ່ມອີກ 5,100 ຄົນໃສ່ຈຳນວນຜູ້ຖືກຍົກຍ້າຍທັງໝົດຂອງວັນດັ່ງກ່າວ.

ລວມທັງໝົດ, ສະຫະລັດ ໄດ້ຍົກຍ້າຍ 30,300 ຄົນໃນອາທິດແລ້ວນີ້, ອີງຕາມການກ່າວຂອງເຈົ້າ ໜ້າທີ່ທຳນຽບຂາວທ່ານນຶ່ງ. ນັບຕັ້ງແຕ່ທ້າຍເດືອນກໍລະກົດທີ່ຜ່ານມາ, ປະມານ 35,500 ຄົນໄດ້ຍົກຍ້າຍອອກຈາກນະຄອນຫຼວງ ກາບູລ.

ຍັງມີອີກຫຼາຍສິບພັນຄົນທີ່ລໍຖ້າການເດີນທາງອອກຈາກນະຄອນຫຼວງ ກາບູລ.

ທ່ານ ໄບເດັນ ໄດ້ກ່າວວ່າ “ຄົນອາເມຣິກາຄົນໃດທີ່ຢາກກັບບ້ານ, ຈະໄດ້ກັບບ້ານ. ພວກເຮົາຍັງຈະເຄື່ອນໄຫວເພື່ອເຄື່ອນຍ້າຍພັນທະມິດ ອັຟການິສຖານ ຂອງພວກເຮົາ ແລະ ຊາວອັຟການິສຖານ ທີ່ມີຄວາມສ່ຽງອື່ນໆອອກຈາກປະເທດນັ້ນ.”

ທ່ານ ໄບເດັນ ໄດ້ກ່າວວ່າ ບໍ່ມີເຮືອບິນລຳໃດທີ່ບິນອອກຈາກ ກາບູລ ໄດ້ບິນໂດຍກົງມາ ສະຫະ ລັດ. ແຕ່ກົງກັນຂ້າມ, ທ່ານໄດ້ກ່າວວ່າ, ທຸກຖ້ຽວບິນນັ້ນທຳອິດຈະລົງຈອດຢູ່ຖານທັບທະຫານໃນຫຼາຍປະເທດບ່ອນທີ່ບໍ່ມີຄົນ ອາເມຣິກັນ ຄົນໃດຈະຖືກກວດກາປະຫວັດ ແລະ ການຄວາມປອດໄພ.

ບັນດາເຈົ້າໜ້າທີ່ ອາເມຣິກັນ ແມ່ນໄດ້ປະເຊີນກັບສິ່ງທີ່ລັດຖະມົນຕີການຕ່າງປະເທດ ທ່ານ ແອນໂທນີ ບລິງເຄັນ ໄດ້ອະທິບາຍວ່າເປັນ “ສະຖານະການເອົາແນ່ບໍ່ໄດ້ເປັນຢ່າງຍິ່ງຢູ່ສະໜາມບິນ” ຫຼັງ ຈາກກຸ່ມຕາລີບານໄດ້ເຂົ້າຍຶດ ອັຟການິສຖານ ນຶ່ງອາທິດທີ່ຜ່ານມາ.

ການຮັບມືກັບການຖອນທະຫານອອກຈາກ ອັຟການິສຖານ ຂອງປະທານາທິບໍດີ ໄບເດັນ ໄດ້ຖືກຕຳໜິວິຈານຢ່າງກວ້າງຂວາງໂດຍພັກຣີພັບບລີກັນ ແລະ ເດໂມແຄຣັດ.

ການສຳຫຼວດຄວາມຄິດເຫັນຂອງໂທລະພາບ CBS ທີ່ຖືກເປີດເຜີຍໃນວັນອາທິດວານນີ້ໄດ້ສະ ແດງໃຫ້ເຫັນວ່າ ປະຊາຊົນ ອາເມຣິກັນ ສ່ວນໃຫຍ່ໄດ້ກ່າວວ່າການຍົກຍ້າຍກອງທະຫານ ສະຫະ ລັດ ແມ່ນດຳເນີນໄປຢ່າງ “ບໍ່ດີຫຼາຍ” ຫຼື “ຂ້ອນຂ້າງຈະບໍ່ດີ.” ໃນຂະນະທີ່ປະຊາຊົນ ອາເມຣິກັນ 63​ ເປີເຊັນເວົ້າວ່າເຂົາເຈົ້າເຫັນພ້ອມ ກ່ຽວກັບ ການຖອນກຳລັງທະຫານ ສະຫະລັດ ອອກຈາກ ອັຟການິສຖານ, ມີພຽງ 47 ເປີເຊັນເທົ່າທີ່ເວົ້າວ່າເຂົາເຈົ້າເຫັນດີກັບການຮັບມືຂອງທ່ານ ໄບເດັນ ໃນການຖອນກຳລັງທະຫານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG