ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ສະຫຼະຊິບ ໃນນະຄອນຫຼວງ ກາບູລ ໄດ້ສັງຫານຢ່າງໜ້ອຍ 15 ຄົນ


ເຈົ້າໜ້າທີ່ຮັກສາຄວາມປອດໄພ ອັຟການິສຖານ ຄົນນຶ່ງ ເຝົ້າ
ຍາມຢູ່ໃກ້ໆກັບຈຸດເກີດເຫດໂຈມຕີສະຫຼະຊີບໃກ້ກັບວິທະຍາ
ຄານທະຫານ ມາຊໍ ຟາຮິມ ໃນນະຄອນຫຼວງ ກາບູລ ອັຟກາ
ນິສຖານ. 21 ຕຸລາ, 2017.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ອັຟການິສຖານ ຄົນນຶ່ງ ເຝົ້າ ຍາມຢູ່ໃກ້ໆກັບຈຸດເກີດເຫດໂຈມຕີສະຫຼະຊີບໃກ້ກັບວິທະຍາ ຄານທະຫານ ມາຊໍ ຟາຮິມ ໃນນະຄອນຫຼວງ ກາບູລ ອັຟກາ ນິສຖານ. 21 ຕຸລາ, 2017.

ລະເບີດສະຫຼະຊີບ ໃນວັນເສົາວານນີ້ ຢູ່ຂ້າງນອກຂອງວິທະຍາຄານທະຫານ ອັຟກາ
ນິສຖານ ໃນນະຄອນຫຼວງ ກາບູລ ໄດ້ສັງຫານພວກນັກຮຽນນາຍຮ້ອຍຢ່າງໜ້ອຍ 15
ຄົນ ແລະ ເຮັດໃຫ້ບາດເຈັບອີກຫຼາຍຄົນ ອີງຕາມຄຳເວົ້າຂອງ ກະຊວງ ປ້ອງກັນປະ
ເທດ.

ການໂຈມຕີດັ່ງກ່າວ ໄດ້ມີຂຶ້ນນຶ່ງມື້ ລຸນຫຼັງລູກລະເບີດສະຫຼະຊີບຂອງພວກອິສລາມ ໄດ້
ແຕກໃສ່ ວັດມຸສລິມ ນິກາຍ ຊີໄອ ໃນນະຄອນດັ່ງກ່າວ, ສັງຫານພວກທີ່ໄປສັກກາລະ
ບູຊາ 50 ຄົນ ແລະ ບາດເຈັບຕື່ມຫຼາຍສິບຄົນ.

ທັງຕຳຫຼວດ ແລະ ພວກທີ່ເຫັນເຫດການກ່າວວ່າ ການໂຈມຕີໃນວັນເສົາວານນີ້ ໄດ້ເກີດ
ຂຶ້ນ ເວລາຄົນຂັບລົດລະເບີດແລ່ນເຂົ້າຕຳເອົາລົດເມນ້ອຍຄັນນຶ່ງ ທີ່ເຕັມໄປດ້ວຍພວກ
ນາຍຮ້ອຍທະຫານ ຢູ່ທີ່ປະຕູໃຫຍ່ທາງເຂົ້າສູ່ວິທະຍາຄານນາຍຮ້ອຍ ມາຊໍ ຟາຮິມ
ຂອງນະຄອນຫຼວງດັ່ງກ່າວ.

ທ່ານ ດໍລັດ ວາຊິຣີ ໂຄສົກຂອງ ກະຊວງປ້ອງກັນປະເທດ ໄດ້ເນັ້ນຢໍ້າເຖິງການຕາຍດັ່ງ
ກ່າວ ທັງເວົ້າວ່າມີຜູ້ໄດ້ຮັບບາດເຈັບສີ່ຄົນ.

ຜູ້ຊາຍຄົນ ອັຟການິສຖານ ກວດກາພາຍໃນວັດອິສລາມ ນິກາຍ ຊີໄອ ຫຼັງຈາກການໂຈມຕີລະເບີດສະຫຼະຊີບໃນນະຄອນຫຼວງ ກາບູລ. 21 ຕຸລາ 2017.
ຜູ້ຊາຍຄົນ ອັຟການິສຖານ ກວດກາພາຍໃນວັດອິສລາມ ນິກາຍ ຊີໄອ ຫຼັງຈາກການໂຈມຕີລະເບີດສະຫຼະຊີບໃນນະຄອນຫຼວງ ກາບູລ. 21 ຕຸລາ 2017.

ພວກກໍ່ການຮ້າຍຕາລີບານ ໄດ້ອ້າງເອົາຜົນງານດັ່ງກ່າວ ສຳລັບການໂຈມຕີລົດເມນ້ອຍ
ຄັນດັ່ງກ່າວ ໂດຍເວົ້າວ່າ ການໂຈມຕີນັ້ນ ເປັນພາກສ່ວນນຶ່ງຂອງພາລະກິດ ກໍ່ການຮ້າຍ
ມັນຊູຣີ ທີ່ພວມດຳເນີນໄປຢູ່ຕ້ານກຳລັງຂອງ ອັຟການິສຖານ ລວມທັງພວກສະໜັບສະ
ໜູນຕ່າງປະເທດຂອງພວກເຂົານຳ.

ນອກຈາກນັ້ນ ໃນວັກສຸກຜ່ານມາ ຜູ້ລະເບີດສະຫລະຊີບ ກໍໄດ້ສັງຫານ 33 ຄົນຢູ່ວັດມຸສ
ລິມໃນແຂວງ ກໍ ທາງພາກກາງຂອງປະເທດ. ການໂຈມຕີດັ່ງກ່າວ ໄດ້ສັງຫານອະດີດຜູ້
ບັນຊາການ ຈີຮາດ ອັຟການິສຖານ ທີ່ນິຍົມລັດຖະບານ ແລະ ສະມາຊິກຂອງຜູ້ກ່ຽວ
ຫຼາຍຄົນ ທີ່ກຳລັງພາກັນໄຫວ້ພະສູດມົນຢູ່ໃນວັດດັ່ງກ່າວ.

ການລະເບີດຫຼາຍຄັ້ງ ຂອງພວກຫົວຮຸນແຮງ ໃນສັປດານີ້ ລວມທັງຢູ່ສະໜາມຮົບ ໄດ້ສັງ
ຫານຜູ້ຄົນຫຼາຍກວ່າ 200 ຄົນ ຊຶ່ງສ່ວນຫຼາຍແມ່ນສະມາຊິກຂອງກຳລັງຮັກສາຄວາມ
ປອດໄພ ອັຟການິສຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG