ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ລະເບີດສະຫລະຊີບ ຄົນນຶ່ງ ໂຈມຕີ ສູູນແຈກຢາຍ ບັດປະຈຳໂຕເພື່ອການລົງຄະແນນສຽງ ໃນນະຄອນຫຼວງ ກາບູລ

ຄາບເລືອດ ຕິດຢູ່ພື້ນດິນ ພ້ອມກັບ ເອກກະສານ ຂໍບັດປະຈຳໂຕຂອງທາງການ ແລະພາບຖ່າຍຂອງຜູ້ມີສິດອອກສຽງ ສາມາດເຫັນໄດ້ຢູ່ພື້ນດິນນອກ ສູນອອກບັດປະຈຳໂຕເພື່ອໃຊ້ສິດອອກສຽງ ຫຼັງຈາກທີ່ຖືກໂຈມຕີໂດຍລະເບີດສະຫຼະຊີບ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 22 ເມສາ 2018.

ຜູ້ລະເບີດສະຫລະຊີບຄົນນຶ່ງ ໄດ້ຖະລົ່ມສູນກາງແຈກຢາຍບັດປະຈຳໂຕ ເພື່ອໃຊ້ສິດ
ອອກສຽງ ຂອງຊາວອັຟການິສຖານ ໃນວັນເຊົ້າວັນອາທິດມື້ນີ້ ໃນນະຄອນຫຼວງກາບູລ
ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 31 ຄົນ ແລະບາດເຈັບຫຼາຍກວ່າ 56 ຄົນ.

ທ່ານ ນາຈີບ ແດນິສ ໂຄສົກ ກຊ ພາຍໃນໄດ້ບອກ ວີໂອເອ ວ່າ ພວກຜູ້ຄົນໄດ້ພາກັນຢືນ
ລໍຖ້າເປັນແຖວຢູ່ຂ້າງນອກສູນກາງດັ່ງກ່າວ ເພື່ອຮັບເອົາບັດ ຕາສກິຣາ ອັນເປັນບັດ
ປະຈຳໂຕ ຂອງພວກເຂົາເຈົ້າ ທີ່ຈະພາໃຫ້ສາມາດລົງຄະແນນສຽງໄດ້ ເວລາຜູ້ລະເບີດ
ໄດ້ບີບຄະນວນລູກແຕກທີ່ມັດອ້ອມໂຕຂອງເຂົາຢູ່ນັ້ນ.

ພວກເຄື່ອງນຸ່ງ ແລະເກີບແຕະ ແມ່ນສາມາດເຫັນໄດ້ ກອງຈະຈາຍ ຢູ່ສະຖານທີ່ເກີດການໂຈມຕີ ລະເບີດສະຫລະຊີບ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນນທີ 22 ເມສາ 2018.
ພວກເຄື່ອງນຸ່ງ ແລະເກີບແຕະ ແມ່ນສາມາດເຫັນໄດ້ ກອງຈະຈາຍ ຢູ່ສະຖານທີ່ເກີດການໂຈມຕີ ລະເບີດສະຫລະຊີບ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນນທີ 22 ເມສາ 2018.

ທາງໂຮງພະຍາບານໄດ້ບັນລະຍາຍເຖິງສະພາບການຂອງຄົນເຈັບຢ່າງໜ້ອຍ ສິບຄົນ
ນັ້ນວ່າ “ຮ້າຍແຮງທີ່ສຸດ.”

ທ່ານ ອັບດຸລລາ ອັບດຸລລາ ຫົວໜ້າບໍລິຫານຂອງອັຟການິສຖານ ໄດ້ປະນາມການ
ໂຈມຕີ “ກໍ່ການຮ້າຍ” ທີ່ເກີດຂຶ້ນ ຢູ່ສູນກາງທີ່ຈັດໃສ່ໂຮງຮຽນແຫ່ງນຶ່ງໃນນະຄອນຫຼວງ
ກາບູລ ນັ້ນ.

ທ່ານ ອັບດຸລລາ ໄດ້ຂຽນລົງໃນທວີດເຕີທາງການຂອງທ່ານວ່າ “ຂ້າພະເຈົ້າຢືນຢູ່ຄຽງ
ຄູ່ກັບພວກທີ່ໄດ້ຮັບເຄາະທັງຫຼາຍ ຈາກການກະທຳທີ່ຂີ້ຂາດຕາຂາວນິີ້. ການຕັດສີນ
ໃຈ ໃຫ້ມີການເລືອກຕັ້ງ ທີ່ຍຸຕິທຳ ແລະໂປ່ງໄສຂອງພວກເຮົາຈະມີສືບຕໍ່ໄປ ແລະ
ພວກກໍ່ການຮ້າຍ ຈະບໍ່ໄດ້ຮັບໄຊຊະນະ ຜາບແພ້ຄວາມປະສົງ ຂອງປະຊາຊົນ
ອັຟການິສຖານ ໄດ້.”

ພະນັກງານ ອັຟການິສຖານ ຂອງຄະນະກຳມາທິການເລືອກຕັ້ງ ທີ່ອິດສະລະ ໄດ້ລົງທະບຽນ ພົນລະເມືອງຜູ້ມີສິດອອກສຽງຄົນນຶ່ງ ຢູ່ທີ່ສູນກາງລົງທະບຽນ ສຳລັບ ການເລືອກຕັ້ງສະພາ ແລະການເລືອກຕັ້ງສະພາຂັນເມືອງ ທີ່ຈະມາເຖິງນີ້ ຢູ່ໃນນະຄອນຫຼວງ ກາບູລ ຂອງ ອັຟການິສຖານ, ວັນທີ 18 ເມສາ 2018.

ປະທານາທິບໍດີ Ashraf Ghaniໄດ້ເປີດໃຫ້ມີການລົງທະບຽນປ່ອນບັດໃນສັບປະດາ
ແລ້ວນີ້ ປ່ອຍໃຫ້ຄະນະກຳມາທິການເລືອກຕັ້ງອິດສະຫຼະໄດ້ ກະກຽມບັນຊີຜູ້ລົງຄະແນນ
ສຽງ ສຳລັບໜ່ວຍເລືອກຕັ້ງສະພາແຫ່ງຊາດ ແລະທ້ອງຖິ່ນ 20 ແຫ່ງ ໃນເດືອນຕຸລາ ທີ່
ຈະມາເຖິງ. ເທື່ອນີ້ຈະເປັນເທື່ອທຳອິດ ໃນປະຫວັດສາດຂອງ ອັຟການິສຖານ ທີ່ການ
ເລືອກຕັ້ງຈະມີຂຶ້ນ ໂດຍຖືເອົາບັນຊີຂອງຜູ້ລົງຄະແນນສຽງ ຢ່າງເປັນທາງການເປັນ
ພື້ນຖານ.

ໃນຂະນະດຽວກັນ ພວກເຈົ້າໜ້າທີ່ອັຟການິສຖານ ກໍໄດ້ຢັ້ງຢືນວ່າ ໄດ້ມີລະເບີດແຕກຂຶ້ນ
ຢູ່ເມືອງຫຼວງຂອງແຂວງ ແບກລັນ ທາງພາກເໜືອ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍຫົກ
ຄົນ ອິງຕາມລາຍງານທີ່ອອກມາ ໃນຕອນຕົ້ນໆນັ້ນ.

Afghanistan Blast
please wait
Embed

No media source currently available

0:00 0:01:35 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG