ຊຸມຊົນລາວໃນຕ່າງປະເທດ ໂດຍສະເພາະແມ່ນຢູ່ປະເທດຝຣັ່ງ ຢູໂຣບ ແລະສະຫະລັດອາເມຣິກາພາກັນສະແດງຄວາມເສົ້າສະຫຼົດໃຈຕໍ່ຂ່າວການເຖິງແກ່ມໍລະນະກຳຂອງ ດຣ. ກາບແກ້ວ ສຸວັນລາສີ ທ່ານໝໍລາວທີ່ປະເທດຝຣັ່ງ. ເຈົ້າຄຳຜາຍ ກຸນລະວຸດ ນັກປະພັນເພງລາວ ທີ່ປະເທດແບລຈ້ຽມ ຊຶ່ງເປັບບຸກຄົນນຶ່ງ ທີ່ຮູ້ຈັກ ແລະກໍເຄີຍປະສານງານກັນ ກ່ຽວກັບເລື້ອງເພງເລື້ອງດົນຕີ ກັບ ດຣ. ກາບແກ້ວ ກ່າວວ່າ:
ເຈົ້າຄຳຜາຍ ຊຶ່ງໃນເມື່ອກ່ອນກໍຢູ່ທີ່ປະເທດຝຣັ່ງ ແຕ່ໄດ້ຍົກຍ້າຍເຂົ້າໄປຢູ່ແບລ ຈ້ຽມຫຼັງຈາກແຕ່ງງານແລ້ວ ກ່າວວ່າ ດຣ. ກາບແກ້ວ ນອກຈາກເປັນບຸກຄົນທີ່ກວ້າງຂວາງແລະເປັນທີ່ຮູ້ກັນດີໃນສັງຄົມລາວແລ້ວເພິ່ນຍັງເປັນທ່ານທີ່ໃຫ້ການດູແລແກ່ພວກພະສົງອີກດ້ວຍທີ່ວັດລາວ ຢູ່ປະເທດຝຣັ່ງນຳດ້ວຍ.
ດຣ. ກາບແກ້ວ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 17 ເມສາຜ່ານມານີ້. ລາຍງານຂ່າວຫຼາຍກະແສແຈ້ງວ່າ ທ່ານໄດ້ເສຍຊີວິດຍ້ອນຕິດໂຄວິດ-19 ຈາກຄົນປ່ວຍ ແຕ່ແນວໃດກໍຕາມລາຍງານດັ່ງກ່າວຍັງບໍ່ໄດ້ຮັບການຢືນຢັນຢ່າງເທື່ອ. ຖະແຫຼງການຂອງທີມແພດລາວກ່າວວ່າ ດຣ. ກາບແກ້ວໄດ້ເປັນປະທານຈັດງານພົບປະສັງສັນແພດລາວ ທຸກລຸຸ້ນ ທຸກຂະແໜງ ທຸກທະວີບຄັ້ງທີ 4 ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ແລະເພິ່ນຍັງໄດ້ເປັນນຶ່ງ ໃນຄະນະທີ່ປຶກສາແພດລາວຄັ້ງທີ 3 ທີ່ລັດຟລໍຣິດາ ສະຫະລັດອາເມຣິກາ ໃນປີ 2017.
ດຣ. ກາບແກ້ວ ສຸວັນລາສີ ເປັນຊາວບ້ານໆຂີ້ນາກ ເມືອງນາຄະບຸຣີ ແຂວງຈຳປາສັກ ໄດ້ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນປະເທດຝຣັ່ງ ເມື່ອປີ 1975 ສຳເລັດປະລິນຍາເອກຝ່າຍການແພດ ແລະປິ່ນປົວຜູ້ຄົນມາດົນກວ່າສາມທົດສະວັດ.