ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເ​ສດ​ໃຈ​ໃຜ​ຈະ​ຊື້ ຂັບ​ຮ້ອງ​ໂດຍ ກະ​ບີ້ ສີ​ສຸ​ດາ


ກະ​ບີ້ ສີ​ສຸ​ດາ
ກະ​ບີ້ ສີ​ສຸ​ດາ

ໃນລາຍການສຽງເພງຈາກແດນໄກຂອງ VOA ໃນ​ຄໍ່​າຄືນນີ້ ​ວັນນະ​ສອນຈະ​ມາ​ກ່ອມ​ທ່ານ​ດ້ວຍ​ເພງ​ລາວ​ມ່ວນໆຂໍ​ເຊີນ​ທ່ານ​ຜູ້ຟັງ ​ເຂົ້າ​ສູ່​ລາຍການ​ໄດ້​ເລີຍ.

ສະບາຍດີ ​ແລະ​ວັນນະ​ສອນກໍ​ດີ​ໃຈ​ທີ່​ໄດ້​ກັບ​ມາ​ພົບ​ແຟນໆ​ເພງ ​ໃນລາຍການ​ສຽງ​ເພງ​ຈາກ​ແດນ​ໄກຂອງ VOA ​ໃນ​ທຸກໆ​ແລງ​ວັນ​ອາທິດ. ຄ່ຳ​ຄື​ນນີ້ ວັນນະ​ສອນ ມາ​ຈັດ​ເພງ​ລາວ ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຮັບ​ຟັງ​ກັນ ຂໍ​ເລີ້ມ​ດ້ວຍ​ເພງ​ດັງ​ໃນ​ອະ​ດີດ ທີ່​ທຸກ​ໆ​ຄົນ​ຫວນ​ຫາ ແຕ່​ຄັ້ງ​ນີ້ ເປັນ​ສຽງ​ຂອງ​ສິນ​ລະ​ປິນ​ຈາກ​ ສ​ປ​ປ ລາວ ແລະ​ທັງ​ຍັງ​ເປັນ​ພິ​ທີ​ກອນຕ່າງໆ ໃນ​ລາວດ້ວຍ ຊຶ່ງວັນ​ນະ​ສອນ​ໄດ້​ພົບ​ພໍ້ ຕອນ​ທີ່​ໄປ​ຮ່ວມ​ງານ​ພາກ​ພົບ​ຫຼວງພະ​ບາງ ເມື່ອ​ຕົ້ນ​ປີນີ້ ໄດ້​ມີ​ໂອ​ກາດ​ຖາມ​ໄຖ່​ກັນ ຈຶ່ງ​ຮູ້​ວ່າ ນ້ອງແພງ​ມະ​ນີ ວັນ​ສີ​ລາ​ລົ​ມ ເປັນທັງໂຄ​ສົກ​ວິ​ທະ​ຍຸ ທັງ​ເປັນສິນ​ລະ​ປິນແລະ​ມີ​ຜົນ​ງານ​ເພງ​ໂດງ​ດັງ​ທີ່​ທຸກ​ຄົນ​ຮູ້​ຈັກ ແລະ​ກໍ​ມັກ​ຈະ​ເຫັນ ແພງ​ມະ​ນີ ທຳ​ກິດ​ຈະ​ກຳ​ດົນ​ຕີ ສົ່ງ​ເສີມ​ສິນ​ລະ​ປະ​ວັດ​ທະ​ນະ​ທຳ ຢູ່​ສະ​ເໝີ​ມາ ແລະ​ວ່າກໍ​ຈະ​ມີ​ງານປະ​ກວດ​ນາງ​ສາວ​ງາມ​ບັນ​ດາ​ບັນ​ດາ​ເຜົ່າ​ແລະ​ປະ​ກວດ​ນັກ​ຮ້ອງ​ສຽງ​ດີ​ທົ່ວ​ເມືອງ​ກາ​ສີ ວັນ​ທີ 16 - 19 ສິງ​ຫາ​ນີ້ ຖ້າ​ໃຜ​ຢູ່​ໃກ້​ແ​ຖວ​ກາ​ສີ ກໍ​ຂໍ​ເຊີນໄປ​ຮ່ວມ​ມ່ວນ​ຊື່​ນຳ​ກັນເດີ ເອົາ ວັນ​ນະ​ສອນ ​ຂໍ​ມອບ​ເພງອົ່ງ​ຕົ່ງ ໃຫ້​ແດ່​ພີ່​ນ້ອງ​ລາວ ໃນ​ທົ່ວ​ໂລກ​ທີ່​ກຳ​ລັງ​ຕິດ​ຕາມ​ຮັບ​ຟັງ​ວີ​ໂອ​ເອ​ຢູ່...ໂດຍ​ສະ​ເພາະ​ຜູ້​ທີ່​ມັກ​ຮັກ​ເພງ​ດັງ​ໃນ​ອະ​ດີດ​ນັ້ນ ແລະ​ຄັ້ງ​ຕໍ່​ໄປ​ທາງ​ເຮົາ​ຈະ​ນຳ​ສະ​ເໜີ​ຜົນ​ງານ​ເພງ​ຂອງ​ແພງ​ມະ​ນີ ​ໃຫ້​ທ່ານ​ໄດ້​ຮັບ​ຟັງ​ອີກ.

ສ່ວນ​ເພງ ເ​ສດ​ໃຈ​ໃຜ​ຈະ​ຊື້ ຕໍ່​ໄປ​ນີ້ ເປັນ​ຜົນ​ງານ​ເພງ​ຂອງ​ສິນ​ລະ​ປິນ​ສາວລາວ ກະ​ບີ້ ສີ​ສຸ​ດາ ທີ່​ວັນ​ນະ​ສອນ​ໄດ້​ພົບ​ພໍ້​ໃນ​ເທດສະ​ການ​ບຸນວັນ​ຊາດ​ອາ​ເມ​ຣິ​ກາ ທີ່​ວັດ​ລາວ​ພຸດ​ທະ​ວົງ ຈັດ​ງານ​ວັນ​ພົບ​ເຄືອ​ຍາດ ແລະ​ກໍ​ໄດ້​ຮັບ​ເພງ​ຊຸດ​ນີ້ ​ຂໍ​ຂອບ​ໃຈ​ນ້ອງ​ກະ​ບີ້ ແລະ​ຂໍ​ເປັນ​ກຳ​ລັງ​ໃຈ​ໃຫ້​ນ້ອງ​ໄດ້​ສືບ​ສານ​ຕຳ​ນານ​ເພງ​ລາວ ຕໍ່​ໄປ ເອົາຂໍ​ມອບ​ສຽງ​ເພງ​ມ່ວນໆ​ຂອງ​ນ້ອງ​ກະ​ບີ້ ​ໃຫ້​ທ່ານ​ຜູ້​ຟັງ ໄດ້​ມ່ວນ​ຊື່ນ​ນຳ​ກັນເລີຍ.

​ຂໍ​ສົ່ງ​ທ່ານ​ຜູ້​ຟັງ​ເຂົ້າ​ນອນ​ແຕ່​ຫົວ​ຄ່ຳ ດ້ວຍ​ຂັບ​ລຳ​ຂອງ​ເອື້ອຍ​ຄຳນາງ ​ພ​ຣະ​ກຸ​ສົນ ສິ​ລະ​ປິນ​
ໝໍ​ລຳທີ່ຖື​ວ່າ​ເປັນ​ຕົວ​ແທນ​ຂອງ​ສິນ​ລະ​ປະ​ວັດ​ທະ​ນະ​ທຳ​ລາວ-ໄທ ທີ່​ທາງ​ເອື້ອຍຄຳນາງ
ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ພ​ຣະ​ອາ​ຈານ​ຈັນ​ດາ​ພອນ ຈັກ​ກະ​ວະ​ໂຣໃຫ້​ມາ​ຂັບ​ກ່ອມ​ປະ​ຊາ​
ຄົມ​ລາວ​ໃນ​ຂົງ​ເຂດ​ວໍ​ຊີງ​ຕັນ ໃນ​ເທດ​ການ​ວັນ​ເຄືອ​ຍາດ ​ເມື່ອ​ສັບ​ປະ​ດາ​ແລ້ວ​ນີ້ ກໍ​ຂໍຝາກ
ກອນ​ລຳສົ່ງ​ໃຈ​ໄປ​ລາວ ໄປເຖິງທ່ານ​ຜູ້​ຟັງ​ທັງ​ສອງ​ຝາກ​ຝັ່ງ​ແມ່​ນ້ຳ​ຂອງ ໃຫ້​ຮັກ​ສາ​ໝັ້ນ
​ຮີດ​ຄອງປະ​ເພ​ນີລາວ​ອັນ​ດັ້ງ​ເດີມ ໃຫ້​ຄົງ​ໄວ້​ໃຫ້​ອະ​ນຸ​ຊົນ​ລຸ້ນ​ຫຼັງ​ໄດ້​ສືບ​ຕໍ່​ໄປ ​ຊຶ່ງ​ຄວາມ​ມີ​
ວັດ​ທະນະ​ທຳ ສິນ​ລະ​ປະ ວັນ​ນະ​ຄະ​ດີ ສືບ​ທອດ​ມາ​ແຕ່​ບູ​ຮານ​ນະ​ການ​ນັ້ນ ດັ່ງ​ຄຳເວົ້າ​
ທີ່​ວ່າ...ບ່ອນ​ໃດ ມີ​ສຽງ​ແຄນ ​ບ່ອນ​ນັ້ນ​ແມ່ນ​ໝູ່​ລາວ ຂໍໃຫ້ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​ດີ
ແລະ​ພົບ​ກັນ​ໃໝ່ ໃນ​ສັບ​ປະ​ດາ​ໜ້າ​.

XS
SM
MD
LG