ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ້າວ ເຈ-ໂຮບ ນັກຮ້ອງເກົາຫຼີທີ່ມີຊື່ສຽງ ຂອງວົງ BTS ເລີ້ມຕົ້ນຮັບໃຊ້ໜ້າທີ່ເປັນທະຫານ


ແຟ້ມພາບ-ທ້າວ J-Hope ກໍາລັງສະແດງຮ້ອງເພງ ຢູ່ໃນຈັດຕຸລັດຂອງນິວຢອກ ໃນລະຫວ່າງມື້ບຸນກ່ອນສົ່ງທ້າຍປີໃໝ່ ໃນລັດນິວຢອກ, ວັນທີ 31 ທັນວາ 2022.
ແຟ້ມພາບ-ທ້າວ J-Hope ກໍາລັງສະແດງຮ້ອງເພງ ຢູ່ໃນຈັດຕຸລັດຂອງນິວຢອກ ໃນລະຫວ່າງມື້ບຸນກ່ອນສົ່ງທ້າຍປີໃໝ່ ໃນລັດນິວຢອກ, ວັນທີ 31 ທັນວາ 2022.

ເຈ-ໂຮບ (J-Hope), ສະມາຊິກວົງດົນຕຣີຊາຍ ເຄ-ປັອບ (K-pop) BTS ທີ່ໄດ້ຮັບການສະເໜີຊື່ເຂົ້າສັງກັດຄ້າຍ Grammy, ໄດ້ເລີ້ມຕົ້ນປະຕິບັດຕາມຂໍ້ບັງຄັບ ໃຫ້ເຂົ້າປະຈໍາການຢູ່ໃນກອງທັບຂອງເກົາຫຼີໃຕ້ ໃນວັນອັງຄານມື້ນີ້, ເຊິ່ງເປັນສະມາຊິກຄົນທີສອງຂອງກຸ່ມທີ່ປະຕິບັດໜ້າທີ່ດັ່ງກ່າວ, ອີງຕາມລາຍງານຂອງອົງການຂ່າວ Reuters.

ນັກຮ້ອງຜູ້ນີ້ ປະຕິບັດໂຕແບບທໍາມະດາ ດ້ວຍການນັ່ງລົດຕູ້ສີຂາວທີ່ນໍາພາລາວເຂົ້າໄປໃນສະຖານທີ່ສໍາລັບພິທີເກນທະຫານເຂົ້າກອງທັບຂອງລາວ ທີ່ຕັ້ງຢູ່ໃນເມືອງວອນຈູ (Wonju), ໂດຍມີໄລຍະຫ່າງປະມານ 87 ກິໂລແມັດຈາກນະຄອນຫຼວງໂຊລ, ອີງຕາມລາຍງານຂອງອົງການຂ່າວ ຢອນຮັບ.

“ຂ້ອຍຈະກັບມາໄໝ່,” ນັກຮ້ອງຜູ້ທີ່ມີຊື່ແທ້ວ່າ ຈຸງ ໂຮ-ຊົກ (Jung Ho-Seok) ກ່າວຢູ່ໃນຂໍ້ຄວາມທີ່ໂພສລົງເວັບໄຊທ໌ Weverse ໃນວັນຈັນວານນີ້, ພ້ອມດ້ວຍຮູບທີ່ແຖຫົວຂອງລາວ, ໂດຍມີຫຼາຍກວ່າ 10,000 ຂໍ້ຄວາມຈາກແຟນເພງຂອງລາວ ທີ່ເຂົ້າມາສະແດງຄວາມເຫັນ ເຊິ່ງໄດ້ອວຍພອນໃຫ້ລາວກັບຄືນມາຢ່າງປອດໄພ ລຸນຫຼັງການປະຕິບັດໜ້າທີ່ທາງທະຫານຂອງລາວຢ່າງສົມບູນ.

ໂຄສົກຂອງ HYBE, ເຊິ່ງເປັນເຈົ້າຂອງບໍລິສັດເພງ ບິກຮິດທ໌ (Bighit Music), ໄດ້ປະຕິເສດທີ່ຈະຢືນຢັນລາຍລະອຽດໃດໆ ກ່ຽວກັບການເກນທະຫານຂອງລາວ.

J-Hope ອາຍຸ 29 ປີ, ເປັນສະມາຊິກຄົນທີສອງຂອງກຸ່ມນັກດົນຕຣີ 7 ຄົນ ທີ່ສະມັກເຂົ້າມາປະຕິບັດໜ້າທີ່ທາງທະຫານລຸນຫຼັງ ທ້າວຈິນ ເຊິ່ງເປັນຜູ້ທີ່ມີອາຍຸຫຼາຍກວ່າໝູ່ ໂດຍທ້າວຈິນ ໄດ້ເຂົ້າຮ່ວມປະຕິບັດໜ້າທີ່ທາງກອງທັບໃນເດືອນທັນວາທີ່ຜ່ານມານີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG