ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Trudeau ຈະໄດ້ເປັນ ​ນາຍົກລັດຖະມົນຕີ ການາດາ ຄົນ​ຕໍ່​ໄປ


Canada Election
please wait
Embed

No media source currently available

0:00 0:01:44 0:00

ທ່ານ Justin Trudeau ຈະໄດ້ເປັນ​ນາຍົກລັດຖະມົນຕີການາ
ດາຄົນ​ຕໍ່​ໄປ ຫຼັງ​ຈາກ​ໄດ້​ເປັນ​ຜູ້ນຳ​ພັກ​ເສລີນິຍົມ​ຂອງ​ທ່ານ ​ເຂົ້າ​ສູ່​
ໄຊຊະນະໃນ​ການ​ເລືອກ​ຕັ້ງລັດຖະສະພາໃນ​ວັນ​ອັງຄານ ມື້​ນີ້.

ບໍລິສັດ​ອອກອາກາດ​ຂອງ​ກາ​ນາ​ດາ ຄາດ​ຄະ​ເນ​ວ່າ​ພັກ​ເສລີນິຍົມ
ຈະ​ໄດ້​ຮັບບ່ອນນັ່ງ ຫຼາຍກວ່າ 180 ບ່ອນ ຢູ່​ໃນສະພາທີ່ມີທັງໝົດ 338 ບ່ອນ​ນັ່ງ​ທັງ​ໝົດ ຂອງການາດາ ໂດຍພັກນິຍົມ​ແນວທາງ​ເດີມ​ຂອງ​ທ່ານ Stephen Harper ຊະນະແຕ່ພຽງ 104 ບ່ອນ​ນັ່ງ ​ແລະ​ພັກ​ເສລີ​ປະຊາທິປັດໃໝ່​ທີ່​ອຽງ​ຊ້າຍນັ້ນ ​ໄດ້​ຮັບ 36 ບ່ອນ​ນັ່ງ.

ທ່ານ Trudeau ​ໄດ້​ຮັບເອົາໄຊຊະນະ ຕໍ່​ໜ້າພວກ​ທີ່​ມາສະ​ໜັບ
ສະ​ໜຸນທ່ານ ​ໃນ​ນະຄອນ Montreal ​ໃນ​ແລງ​ວັນ​ຈັນ​ວານ​ນີ້ ​ໂດຍ​ກ່າວ​ວ່າ ການ​ໂຄສະນາ​ຫາ​ສຽງໄດ້ພິສູດໃຫ້ເຫັນ“ນີ້​ແມ່ນ​ສິ່ງ ທີ່​ການ​ເມືອງ​ສາມາດ​ເຮັດ​ໄດ້” ​ແລະ​ທ່ານ​ໄດ້ຫວັງ​ວ່າ ມັນ​ຈະເປັນ​ປັດ​ໄຈໃນ​ການ“ດົນ​ບັນດານ​ໃຫ້​ພວກທີ່​ມີແນວ​ຄິດຈິດ​ໃຈ​ ຄືກັນນັ້ນ ຈະ​ເພີ້ມ
ທະວີ ແລະ​ປະກອບສ່ວນເຂົ້າ ຮ່ວມ.​”

ບໍ່​ເທົ່າໃດ​ນາທີ​ກ່ອນ​ໜ້ານີ້ ທ່ານ Harper ​ໄດ້​ກ່າວ​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ທ່ານ Trudeau
​ທີ່​ຍອມຮັບເຖິງການເສຍໄຊ ໃນການ​ກ່າວ​ຖະ​ແຫຼ​ງການ​ທີ່ເມືອງ​ Calgary ​ໃນ​ແລງ​ວັນ​ຈັນ​ວານ​ນີ້ ​ໂດຍ​ເວົ້າ​ວ່າ “​ໃນ​ຂະນະ​ທີ່ຜົນ​ຂອງ​ການ​ເລືອກ​ຕັ້ງ​ແລງມື້ນີ້ອອກ​ມາ​ໃນ​ທາງ​ທີ່​ພວກ​ເຮົາ​ບໍ່​ໄດ້​ຄາດຫວັງ​ໄວ້ ແຕ່ພວກ​ປະຊາຊົນ​ ຈະ​ບໍ່​ເປັນ​ຜູ້​ຜິດຈັກເທື່ອ.” ​ພັກນິຍົມ​ແນວທາງ​ເດີມ​ ​ໄດ້​ປະກາດ​ໃນ​ເວລາ​ຕໍ່​ມາ​ວ່າ ​ທ່ານ Harper ຈະ​ລົງຈາກ​ການ​ເປັນ​ຜູ້ນຳ​ຂອງ​ພັກ.

Canada Election Stephen Harper
please wait

No media source currently available

0:00 0:05:53 0:00

​ໄຊຊະນະ​ຄັ້ງ​ນີ້ ​ເປັນ​ຂີດ​ໝາຍ​ທີ່ສະແດງໃຫ້ເຫັນເຖິງການມີອຳນາດເພີ້ມຂຶ້ນຢ່າງ​ໄວວາ
ຂອງ ທ່ານ Trudeau ​ໄວ 43 ປີ ຜູ້​ຊຶ່ງ​ໄດ້​ກາຍ​ມາ​ເປັນນາຍົກລັດຖະມົນຕີ ຄົນທີ 2 ທີ່​ມີ
​ອາ​ຍຸ​ນ້ອຍ​ສຸດ​ ​ໃນ​ປະຫວັດສາດການາດາ ໂດຍສາມາດຕ້ານຢັນຕໍ່​ການ​ໂຈມ​ຕີ​ທາງ​ການ​ເມືອງຕໍ່​ທ່ານ ​ທີ່​ຍັງ​ຂາດ​ປະສົບ​ການ​ແລະ​ບໍ່​ພ້ອມ​ໃນ​ໜ້າ​ທີ່​ແລະ​ບົດບາດການເປັນຜູ້ນຳເທື່ອ. ​ອະດີດ​ ນາຍ​ຄູ​ທ່ານນີ້ ​ໄດ້ຖືກ​ຮັບ​ເຂົ້າ​ເປັນ​ສະມາຊິກ​ສະພາ​ເທື່ອທຳອິດໃນ​ປີ 2008 ​ແລະ​ກາຍ​ມາເປັນຜູ້ນຳ​ຂອງ​ພັກ​ເສລີນິຍົມ ​ໃນ​ປີ 2013 ຫຼັງ​ຈາກ​ທີ່​ພັກໄດ້​ເສຍ​ໄຊ ​ໃນ​ການ​ເລືອກ​ຕັ້ງ 3 ຄັ້ງ​ຕິດ​ຕໍ່​ກັນ ​ໃຫ້​ພັກ​ນິຍົມ​ແນວທາງ​ເດີ​ມ ຢ້ອນ​ໄປ​ເຖິງ​ປີ 2006 ພຸ້ນ. ທ່ານ​ໄດ້​ໂຄສະນາ​ຫາ​ສຽງ​ດ້ວຍ​ການ​ທີ່​ຈະ​ຂຶ້ນ​ພາສີ​ຕໍ່​ປະຊາຊົນກາ​ນາ​ດາ​ທີ່​ຮັ່ງມີທີ່​ສຸດ​ ​ເພີ້​ມງົບປະມານ​ເຂົ້າ​ໃນ​ການ​ພັດທະນາ​ໂຄ່ງ​ລ່າງ​ພື້ນຖານ ​ແລະ​ຊຸກຍູ້ເສດຖະກິດ​ແລະ​ປັບປຸງ​ສາຍ​ພົວພັນ​ກັບ​ສະຫະລັດ.

ມື້​ລາງບິດາຂອງ​ທ່ານ ທ່ານ Pierre ​ແມ່ນ​ໄດ້​ຖືກ​ເລືອກ​ຄັ້ງ​ທຳ​ອິດ​ໃນ​ປີ 1968 ​ໃນຄື້ນຟອງ
ຂອງ​ການ​ສະໜັບສະໜຸນ ທີ່​ກາຍ​ມາ​ເປັນ​ໃນ​ອັນ​ທີ່​ຮູ້​ກັນ​ວ່າ “Trudeaumania” ​ແລະ​ໄດ້​ຮັບ​ໃຊ້​ປະ​ເທດ​ຊາດຢ່າງບໍ່​ຂາດ​ຕອນ​ ຈາກ​ນັ້ນ​ມາ​ອີກ 16 ປີ.

XS
SM
MD
LG