ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກ​ຮ້ອງ​ພ໊ອບ Justin Bieber ຖືກຟ້ອງ ຢູ່ ການາດາ ແລະ ສຫລ (ວີດີໂອ)


Teen Pop Star Bieber Arrested for Drunk Driving, Resisting Arrest
please wait

No media source currently available

0:00 0:02:52 0:00
ລິງໂດຍກົງ
ນັກ​ຮ້ອງ​ປ໊ອບ​ໄວ​ລຸ້ນ Justin Bieber ​ຖືກ​ຟ້ອງ ໃນຂໍ້ຫາທຳຮ້າຍ
ຮ່າງກາຍ​ໃນ​ວັນ​ພຸດ​ວາ​ນນີ້ຍ້ອນໄດ້ທຸບຕີ​ຄົນ​ຂັບ​ລົດ limousine ​
ທີ່​ນະຄອນໂຕຣອນ​ໂຕ ຊຶ່ງໄດ້ເພີ່ມ​ບັນຫາ​ ທາງ​ກົດໝາ​ຍ ​ໃຫ້​ແກ່​
ດາຣາໜຸ່ມຄົນ​ນີ້.

ນັກ​ຮ້ອງໜຸ່ມ ຊາວກາ​ນາ​ດາ ​ໄວ 19 ປີ ຜູ້​ນີ້ ​ໄດ້​ເຂົ້າ​ມອບ​ຕົວ​ກັບ
​ຕໍາຫຼວດທີ່ນະ​ຄອນໂຕຣອນ​ໂຕ​ໃນ​ວັນ​ພຸດ​ວາ​ນນີ້ ຂະນະທີ່​ພວກ
​ມືກ້ອງ ແຟນໆແລະຄະນະອາລັກຂາ​ຂອງ​ລາວພາກັນຫ້ອມລ້ອມ
ລາວ ທັງໆທີ່ສະພາບອາກາດໜາວເຢັນຈັດ.

ທະນາຍຄວາມ​ຂອງ​ທ້າວ Bieber ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ ​
ໃນ​ເວລາ​ຕໍ່​ມາ​ວ່າ ລູກ​ຄວາມ​ຂອງ​ທ່ານ ​ຈະ​ບໍ່​ຍອມຮັບ​ຜິດ ເວລາ​ລາວໄປ​ຂຶ້ນສານ​ ທີ່ນະ​ຄອນ
ໂຕຣອນ​ໂຕ ໃນວັນ​ທີ 10ມີນາ​ຈະມາ​ນີ້.

ຂໍ້ຫາເຫຼົ່າ​ນີ້ເກີດ​ຂຶ້ນໃນເຫດການ​ເມື່ອວັນ​ທີ 30 ທັນວາ​ແລ້ວນີ້ບ່ອນ​ທີ່​ຄົນ​ຂັບ​ລົດ limousine
​ໄດ້​ໄປ​ຮັບ​ທ້າວ Bieber ກັບ​ໝູ່​ຂອງ​ລາວ 5 ຄົນ​ ທີ່​ໄນ໌ຄລັບ​ແຫ່ງ​ນຶ່ງ ໃນນະ​ຄອນໂຕຣອນໂຕ.
ຕໍ່ມາ ຄົນ​ຂັບ​ລົດ​ຜູ້​ນີ້ ​ໄດ້ອອກ​ຈາກ​ລົດ​ແລ້ວໂທລະສັບຫາ​ຕໍາຫຼວດ ຫຼັງຈາກມີການກ່າວຫາ
ວ່າຖືກ​ທຸບ​ຕີທີ່​ຫົວຫຼາຍໆ​ຄັ້ງ​ນັ້ນ.

​ນອກນັ້ນໃນ​ວັນ​ພຸດ​ວານນີ້ ທ້າວ Bieber ໄດ້ປະຕິ​ເສດ​ບໍ່​ຍອມຮັບ​ຜິດ ຕໍ່ຂໍ້ຫາທີ່ລັດຟລໍຣິດາ
ຂອງສະຫະລັດ ທີ່ເວົ້າວ່າ ຜູ້ກ່ຽວຂັບ​ລົດ​ໃນ​ສະ​ພາບ​ທີ່​ມຶນເມົາ ທັງ​ເຫຼົ້າ​ແລະ​ຢາ​ທີ່​ໜໍ​ສັ່ງ
ຂັດຂືນ​ການຈັບ​ກຸມ ​ແລະ​ຂັບ​ລົດໂດຍທີ່ໃບຂັບ​ຂີ່​ໝົດ​ອາຍຸ​. ທ້າວ Bieber ​ໄດ້​ຖືກ​ຈັບ​ກຸມ​
ໃນ​ຕົ້ນ​ເດືອນ​ນີ້ ຫຼັງ​ຈາກ​ທີ່​ຕໍາຫຼວດ​ໄດ້​ພົບ​ເຫັນ​ລາວ​ຂັບ​ລົດ​ແຂ່ງກັນ ​ໃນ​ທ້ອງຖະໜົນ
​ຊຶ່ງເປັນ​ຄຸ້ມຢູ່ ​ອາ​ໄສ​ ​ໃນ​ນະຄອນ Miami ລັດ Florida.

ຕໍາຫຼວດ​ກ່າວ​ວ່າ ລາວ​ໄດ້​ດ່າ​ພວກ​ຕໍາຫຼວດ ​ໃນ​ເວລາ​ທີ່​ລາວ​ຖືກ​ຈັບ​ກຸມ​ນັ້ນ ​ແລະ​ຕໍ່​ມາ
ລາ​ວ​ໄດ້​ຮັບ​ສາລະພາບ​ວ່າ ລາວ​ໄດ້​ດື່ມ​ເຫຼົ້າ ດູດ​ກັນຊາ ​ແລະ​ກິນ​ຢາ​ຕາມ​ທີ່​ໜໍ​ສັ່ງ​ດ້ວຍ.

Bieber Charged
please wait
Embed

No media source currently available

0:00 0:00:21 0:00
XS
SM
MD
LG