ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມ້າຊື່ວ່າ ຈັສຕິຟາຍ ໄດ້ຊະນະ ໃນການແຂ່ງຂັນ ລາຍການ ເຄັນທັກກີ ເດີຣບີ ຮອບທຳອິດ


ທ້າວ ໄມ້ ສມິຕ ນັກຂີ່ມ້າ ໂຕທີ່ຊື່ວ່າ ຈັສຕິຟາຍ ເຂົ້າເສັ້ນໄຊ ໃນການແຂ່ງຂັນ ລາຍການ ເຄັນທັກກີ ເດີຣບີ (Kentucky Derby) ທີ່ສະໜາມ ແຂ່ງມ້າ ເຊິຣໂຊລ ດາວນ໌ສ (Churchill Downs), May 5, 2018, in Louisville, Ky.
ທ້າວ ໄມ້ ສມິຕ ນັກຂີ່ມ້າ ໂຕທີ່ຊື່ວ່າ ຈັສຕິຟາຍ ເຂົ້າເສັ້ນໄຊ ໃນການແຂ່ງຂັນ ລາຍການ ເຄັນທັກກີ ເດີຣບີ (Kentucky Derby) ທີ່ສະໜາມ ແຂ່ງມ້າ ເຊິຣໂຊລ ດາວນ໌ສ (Churchill Downs), May 5, 2018, in Louisville, Ky.

ມ້າໂຕທີ່ມີຊື່ ວ່າ ຈັສຕິພາຍ (Justify) ອາຍຸ 3 ປີ ເປັນໂຕທີ່ນິຍົມກັນຫຼາຍທີ່ສຸດ ໃນການ
ເຂົ້າໄປແຂ່ງຂັນ ລາຍການ Kentucky Derby ໃນວັນເສົາວານນີ້ ໄດ້ຮັບໄຊຊະນະ
ການແລ່ນແຂ່ງຂັນ ຕາກຝົນອ້ອມສະໜາມ ໄລຍະ 2 ກິໂລແມັດ.

ມ້າ Justify ສາມາດຍັບຍັ້ງຄູ່ແຂ່ງ ເຊັ່ນມ້າຊື່ວ່າ ອໍດິໂບລ (Audible) ແລະ ກູດ ແມຈິກ
(Good Magic) ໃນຊ່ວງສຸດທ້າຍຂອງ ການແຂ່ງຂັນ ໄດ້.

ມ້າຊື່ວ່າ ຈັສຕິຟາຍ ໄດ້ຮັບການອາບນ້ຳ ຫຼັງຈາກການຝຶກຊ້ອມ ຍາມເຊົ້າ ຢູ່ສະໜາມແຂ່ງມ້າ ເຊີຣໂຊລ ດາວນ໌ສ (Churchill Downs), ວັນທີ 1 ພຶດສະພາ 2018, ໃນນະຄອນ ລູອິສວີລ ລັດເຄັນທັກກີ.
ມ້າຊື່ວ່າ ຈັສຕິຟາຍ ໄດ້ຮັບການອາບນ້ຳ ຫຼັງຈາກການຝຶກຊ້ອມ ຍາມເຊົ້າ ຢູ່ສະໜາມແຂ່ງມ້າ ເຊີຣໂຊລ ດາວນ໌ສ (Churchill Downs), ວັນທີ 1 ພຶດສະພາ 2018, ໃນນະຄອນ ລູອິສວີລ ລັດເຄັນທັກກີ.

ການແຂ່ງມ້າ ລາຍການ Kentucky Derby ປະຈຳປີ ຄັ້ງທີ 144 ໄດ້ຈັດຂຶ້ນໃນວັນເສົາ
ວານນີ້ ທີ່ ເຊິຣໂຊລ ດາວນ໌ສ Churchill Downs ເຊິ່ງເປັນສະໜາມແຂ່ງມ້າ ທີ່ມີຊື່ສຽງ
ໂດ່ງດັງ ໃນນະຄອນ ລູອິສວີລ ລັດເຄັນທັກກີ ຢູ່ທາງພາກຕາເວັນອອກສຽງໃຕ້ ຂອງ
ສະຫະລັດ.

ການແຂ່ງຂັນດັ່ງກ່າວ ເປັນບັ້ນແລກ ຂອງລາງວັນທີ່ເອີ້ນວ່າ Triple Crown ເຊິ່ງເປັນ
ການແຂ່ງຂັນ 3 ຄັ້ງ ສຳລັບ ພວກມ້າທັງຫຼາຍ ທີ່ມີອາຍຸ 3 ປີ. ຫຼັງຈາກ Kentucky
Derby ແລ້ວ ແມ່ນຕິດຕາມມາດ້ວຍລາຍການ Preakness Stakes ໃນວັນທີ 19
ພຶດສະພາ ແລ້ວກໍຈະ ຕິດຕາມດ້ວຍລາຍການ Belmont Stakes ໃນວັນທີ 9 ມິຖຸນາ.

ລາຍການ Kentucky Derby ສ່ວນຫຼາຍແລ້ວຈະຖືກບັນລະຍາຍວ່າ “ການແຂ່ງຂັນ
ກິລາ ທີ່ຕື່ນເຕັ້ນສຸດ ໃນໄລຍະສອງນາທີ”
ເປັນໄລຍະຍາວ 2 ກິໂລແມັດ ຫຼື 2,187 ຫຼາ.

ມ້າ ແມ່ນຈະຕ້ອງ ໄດ້ຊະນະ ໃນສາມລາຍການທັງໝົດ ເພື່ອຈະໄດ້ຮັບລາງວັນ Triple
Crown.

ມ້າ Justify ຂັບຂີ່ໂດຍນັກຈອກກີ້ ທ້າວ ໄມ້ ສມິຕ ນັກຂີ່ມ້າ ຜູ້ມີຊື່ສຽງຄົນນຶ່ງ ໃນຫໍບັນດາ
ນັກຂີ່ມ້າທີ່ໂດດເດັ່ນ.

ສະພາບອາກາດ ແມ່ນບໍ່ເໝາະສົມ ພໍປານໃດ ຍ້ອນຝົນຕົກຕະຫຼອດມື້. ກົມອຸຕຸນິຍົມ
ແຫ່ງຊາດ ສະຫະລັດ ຄາດຄະເນວ່າ ຈະມີຝົນຕົກລົງມາໃນປະລິມານ ຫຼາຍເຖິງ 6 ມີລີ
ແມັດ ໂດຍມີອຸນຫະພູມ ສູງເກືອບ 20 ອົງສາແຊລສິສ.

ລາຍການ Kentucky Derby ໄດ້ຖືກຈັດຂຶ້ນໃນແຕ່ລະປີ ນັບຕັ້ງແຕ່ ມັນໄດ້ຖືກສະຖາ
ປະນາ ການແຂ່ງຂັນນີ້ ໃນປີ 1875 ເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG