ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທ​ຣຳ ເລີ້ມ​ຕົ້ນ ​ສະ​ຫຼອງບຸນ ​ຂອບ​ຄຸນ​ພະ​ເຈົ້າ​ ດ້ວຍ​ການ ໂຕ້​ຖຽງ​ກັນກັບ ປະ​ທານ ​ສານ​ສູງ​ສຸດ ສ​ຫລ ຄືນ​ອີກ


ທ່ານຈອນ ໂຣ​ເບີດ​ສ໌ (John Roberts), ປະ​ທານ​ສານ​ສູງ​ສຸດ,
ທ່ານຈອນ ໂຣ​ເບີດ​ສ໌ (John Roberts), ປະ​ທານ​ສານ​ສູງ​ສຸດ,

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳຂອງ​ສະ​ຫະ​ລັດ ເລີ້ມ​ຕົ້ນ​ການ​ສະ​ຫລອງບຸນ​ຂອບ​ຄຸນ
​ພະ​ເຈົ້າ ຫລື Thanksgiving ຂອງ​ທ່ານ​ ດ້ວຍ​ການ​ເຮັດ​ໃຫ້​ມີ​ການ​ໂຕ້​ຖຽງ​ກັນ​ຄືນ​ອີກ
​ກ່ຽວ​ກັບ​ຄວາມ​ເປັນ​ອິດ​ສະ​ຫລະ​ຂອງ​ລະ​ບົບຕຸ​ລາ​ການ​ຂອງ​ປະ​ເທດ.

ຢູ່​ໃນ​ການ​ໂອ້​ລົມ​ທາງ​ໂທ​ລ​ະ​ສັບ​ກັ​ບ​ພວກ​ທະ​ຫານ ທີ່​ປະ​ຈຳ​ການ​ຢູ່​ຕ່າງ​ປະ​ເທດ​ໃນ​ວັນ​
ພະ​ຫັດ​ວານນີ້ນັ້ນ, ທ່ານ ທ​ຣຳ​ ເວົ້າ​ວ່າ ສານ​ອຸ​ທອນຂອງ​ລັດ​ຖະ​ບານ​ກາງ ຢູ່​ໃນ​ລັດ​
ຄາ​ລິ​ຟໍ​ເນຍ ໄດ້​ກາຍ​ມາ​ເປັນ "ອຸ​ປະ​ສັກ​ອັນ​ໃຫຍ່​ຫລວງ ຕໍ່​ຝ່າຍ​ຂອງພວກ​ເຮົາ."

ຄຳ​ເຫັນດັ່ງ​ກ່າວ ​ຂອງ​ທ່ານປະ​ທາ​ນາ​ທິ​ບໍ​ດີ ແມ່ນ​ມີ​ຂຶ້ນ ນຶ່ງມື້ ພາຍ​ຫລັງ​ທີ່ທ່ານ ແລະ
ປະ​ທານ​ສານ​ສູງ​ສຸດ, ທ່ານຈອນ ໂຣ​ເບີດ​ສ໌ (John Roberts) ໄດ້​ສົນ​ທະ​ນາ​ກັນ​ແບບ
​ພິ​ເສດ​ກ່ຽວ​ກັບ​ຄວາມ​ເປັນອິດສະ​ຫລະ​ຂອງ​ຝ່າຍຕຸລາ​ການຂອງ​ລັດ​ຖະ​ບານ​ກາງ, ໂດຍ
​ທີ່​ທ່ານ ໂຣ​ເບີດ​ສ໌ ຕຳ​ໜິ​ທ່ານທ​ຣຳ​ຢ່າງ​ໜັກ ກ່ຽວ​ກັບ​ເລື້ອງ​ທີ່​ເພິ່ນ​ຕ້ອງ​ຕິ​ຜູ້​ພິ​ພ​າກ​ສາ
​ທີ່​ບໍ່ຕັດ​ສິນຄະ​ດີ ໃຫ້​ລັດ​ຖະ​ບານ​ຂອງ​ທ່ານຊະ​ນະ​ນັ້ນ ວ່າ​ເປັນ "​ຜູ້​ພິ​ພ​າກ​ສາ​ຂອງທ່ານ
ໂອ​ບາ​ມາ."

ທ່ານ ໂຣ​ເບີດ​ສ໌ ໄດ້​ຕອບໂຕ້​ຄືນ​ໂດຍການ​ຕຳ​ໜິປະ​ທາ​ນາ​ທິ​ບໍ​ດີ ຢ່າງ​ເປີດ​ເຜີຍ​ແບບບໍ່
​ຄ່ອຍ​ມີ ຊຶ່ງທ່ານ​ເວົ້າ​ວ່າ ຄຳ​ຄິດ​ເຫັນ​ຂອງ​ທ່ານ​ທ​ຣຳ ​ສະ​ທ້ອນ​ໃຫ້ເຫັນ​ເຖິງຄວາມ​ເຂົ້າ​ໃຈ
​ຜິດ​ຂອງ​ທ່ານ ກ່ຽວ​ກັບ​ບົດ​ບາດ​ຂອງລະ​ບົບ​ຕຸ​ລາ​ການ.

"ພວກ​ເຮົາ​ບໍ່​ມີຜູ້​ພິ​ພ​າກ​ສາຂອງທ່ານໂອ​ບາ​ມາ ຫລືຜູ້​ພິ​ພ​າກ​ສາທ່ານຂອງ​ທ່ານ​ທ​ຣຳ, ຂອງ
ທ່ານບຸ​ສ (Bush) ຫລື ຂອງ​ທ່ານຄ​ລິນ​ຕັນດອກ," ນັ້ນ​ຄື​ຄຳ​ເວົ້າ ຂອງ​ທ່ານ ໂຣ​ເບີດ​ສ໌
ທີ່​ກ່າວໂດຍ​ໃຊ້​ຄຳ​ເວົ້າ​ແບບກົງໆ ຢູ່​ໃນ​ຄຳ​ຖະ​ແຫລງອັນ​ນຶ່ງ. ທ່ານ​ກ່າວ​ເພີ້ມ​ອີກວ່າ "ສິ່ງ​ທີ່​
ພວກ​ເຮົາ​ມີ​ກໍ​ຄື ​ກຸ່ມຜູ້​ພິ​ພ​າກ​ສາທີ່​ໄດ້​ອຸ​ທິດ​ຕົນ​ແບບ​ພິ​ເສດ​ສຸດ ເພື່ອ​ປະ​ຕິ​ບັດ​ວຽກ​ງານໃຫ້
​ໄດ້ ​ໃນ​ລະ​ດັບ​ທີ່​ເຂົາ​ເຈົ້າ​ເຮັດ​ໄດ້​ດີ​ທີ່​ສຸດ ເພື່ອ​ເຮັດ​ໃຫ້​ຄົນ​ທີ່​ປາ​ກົດ​ໂຕ​ຢູ່​ຕໍ່​ໜ້າ​ຂອງ​ພວກ
​ເຂົາ​ເຈົ້າ​ນັ້ນ ​ມີ​ສິດ​ເທົ່າ​ທຽມ​ກັນ. ລະ​ບົບ​ສານ​ຍຸ​ຕິ​ທຳແບບ​ອິດ​ສະ​ຫລະ​ເຊັ່ນ​ນັ້ນ ແມ່ນ​ເປັນ
​ສິ່ງ​ນຶ່ງທີ່​ພວກ​ເຮົາ​ຄວນ​ຮູ້​ສຶກຂອບ​ໝົກ ​ຂອບ​ໃຈ ທີ່​ເຮົາ​ໄດ້ມີ."

ປ. ທ​ຣຳ​ກ່າວ​ຄ​ຳ​ປາ​ໄສ ຢູ່​ໃນ​ພິ​ທີ​ມອບ​ຫລຽນ​ອິດ​ສະ​ຫລະ​ຂອງ​ປະ​ທາ​ນາ​ທິ​ບໍ​ດີທີ່​ຈັດ​ຂຶ້ນໃນ​ທຳ​ນຽບ​ຂາວ ໃນ​ວັນ​ທີ 16 ພະ​ຈິກ, 2018 ທີ່​ມີ ທ່ານຈອນ ໂຣ​ເບີດ​ສ໌, ປະ​ທານ​ສານ​ສູງ​ສຸດ ແລະ​ຜູ້​ສຳ​ຄັນ​ໃນ​ວົງ​ການ​ຕຸ​ລາ​ການ​ຂອງ​ສະ​ຫະ​ລັດ ເຂົ້າ​ຮ່ວມ​ນຳ
ປ. ທ​ຣຳ​ກ່າວ​ຄ​ຳ​ປາ​ໄສ ຢູ່​ໃນ​ພິ​ທີ​ມອບ​ຫລຽນ​ອິດ​ສະ​ຫລະ​ຂອງ​ປະ​ທາ​ນາ​ທິ​ບໍ​ດີທີ່​ຈັດ​ຂຶ້ນໃນ​ທຳ​ນຽບ​ຂາວ ໃນ​ວັນ​ທີ 16 ພະ​ຈິກ, 2018 ທີ່​ມີ ທ່ານຈອນ ໂຣ​ເບີດ​ສ໌, ປະ​ທານ​ສານ​ສູງ​ສຸດ ແລະ​ຜູ້​ສຳ​ຄັນ​ໃນ​ວົງ​ການ​ຕຸ​ລາ​ການ​ຂອງ​ສະ​ຫະ​ລັດ ເຂົ້າ​ຮ່ວມ​ນຳ

ເຖິງ​ແມ່ນ​ວ່າ ການ​ທີ່ປະ​ທາ​ນາ​ທິ​ບໍ​ດີຄົນ​ໃດຄົນ​ນຶ່ງ ຈະຕຳ​ໜິຜູ້​ພິ​ພ​າກ​ສາເປັນ​ການ​ສ່ວນ
​ຕົວ​ນັ້ນ ແມ່ນ​ເປັນ​ເລື້ອງບໍ່​ຄ່ອຍມີ​ກໍ​ຕາມ ແຕ່​ວ່າ ທ່ານ ທ​ຣຳ ກໍ​ໄດ້ ຕອບໂຕ້​ຄືນ​ໂດຍ​ການ
​ຕັ້ງ​ຂໍ້​ສົງ​ໄສ​ຕໍ່ພວກຜູ້​ພິ​ພ​າກ​ສາລັດ​ຖະ​ບານ​ກາງ ທີ່ໄດ້​ຮັບ​ການ​ແຕ່ງ​ຕັ້ງ ໂດຍ​ຜູ້ທີ່​ເປັນ​ປະ
​ທາ​ນາ​ທິ​ບໍ​ດີ​ຄົນກ່ອນ ແລະ​ຖືກ​ຮັບ​ຮອງໂດຍ​ສະ​ພາ​ສູງນັ້ນ.

"ຂໍ​ໂທດ ປະ​ທານ​ສານ​ສູງ​ສຸດ ຈອນ ໂຣ​ເບີດ​ສ໌ (John Roberts), ແຕ່​ວ່າ ທີ່​ຈິງ​ແລ້ວ ທ່ານ
ກໍ​ມີ 'ຜູ້​ພິ​ພ​າກ​ສາຂອງ​ໂອ​ບາ​ມາ​,' ອີ່​ຫລີ ແລະ​ພວກ​ເຂົ​າ​ເຈົ້າ ມີ​ມຸມມອງ​ທີ່​ແຕກ​ຕ່າງ​ໄປ​
ຈາກ​ຄົນ​ທີ່​ຖືກ​ຕັ້ງ​ຂໍ້​ຫາ​ດ້ານ​ຄວາມ​ປອດ​ໄພ​ຂອງ​ປະ​ເທດ ເຮົາ. ມັນ​ຈະ​ເປັນ​ການ​ດີ​ຫລາຍ
ຖ້າ​ຫາກ​ສານເຂດ 9 ຫາກແມ່ນ 'ລະ​ບົບ​ສານ​ຕຸລາ​ການ​ທີ່​ເປັນອິດສະ​ຫລະ,' ທີ່​ແທ້ຈິງ​,
ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ທ​ຣຳ ທີ່​ຂຽນ​ລົງ​ໃນ​ທວີດ​ເຕີ ທີ່​ສົ່ງ​ຈາກ​ບ້ານ​ພັກ​ຕາກ​ອາ​ກາດ
ມາ-ອາ-ລາ​ໂກ (Mar-a-lago) ​ຂອງ​ທ່ານ ຢູ່​ໃນ​ລັດ​ຟ​ລໍ​ຣິ​ດາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກ​ິດ

XS
SM
MD
LG