ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະ​ຊວງ​ຍຸ​ຕິ​ທຳ ສ​ຫລ ຈະ​ສືບ​ສວນວ່າ ທ່ານ​ຊິງ​ກີ ຕົວະ​ເຈົ້າ​ໜ້າ​ທີ່ ຫຼື​ບໍ່


ຮູບ​ຖ່າຍ ເມື່ອ​ວັ​ນ​ທີ 11 ທັນ​ວາ 2018, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ທ່ານ​ຣາຍ​ອັນ ຊິງ​ກີ ພວມ​ຖະ​ແຫຼງ ທີ່ ສຳ​ນັກ​ງານ​ໃຫຍ່ ອົງ​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ສ​ຫລ ທີ່​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ.
ຮູບ​ຖ່າຍ ເມື່ອ​ວັ​ນ​ທີ 11 ທັນ​ວາ 2018, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ທ່ານ​ຣາຍ​ອັນ ຊິງ​ກີ ພວມ​ຖະ​ແຫຼງ ທີ່ ສຳ​ນັກ​ງານ​ໃຫຍ່ ອົງ​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ສ​ຫລ ທີ່​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ.

ກະ​ຊວງ​ຍຸ​ຕິ​ທຳສະ​ຫະ​ລັດ ​ເລີ້ມ​ການ​ສືບ​ສວນ​ກ່ຽວ​ກັບ​ວ່​າ ທ່ານຣາຍ​ອັນ ຊິງ​ກີ (Ryan Zinke) ໄດ້​ຕົວະ​ຄະ​ນະ​ສືບ​ສວນ​ຂອງ​ກະ​ຊວງ​ຊັ​ບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຫຼື​ບໍ່.

ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ​ທ໌ ລາຍ​ງານ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ພາກ​ສ່ວນ​ການ​ສືບ​ສວນ​ທາງ​ອາ​ຍາ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ ໄດ້​ເລີ້ມ​ການ​ສືບ​ສ​ວນ ​ກ່ຽວ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ຜູ້​ຊຶ່ງ​ໄດ້​ອອກ​ຈາກ​ຕຳ​ແໜ່ງ​ ໃນ​ວັນ​ພຸດ​ຜ່ານ​ມານີ້.

ທ່ານ​ຊິງ​ກີ ກ່າວ​ຕໍ່​ອົງ​ການ​ຂ່າວ​ເອ​ພີ​ວ່າ ທ່ານ​ບໍ່​ໄດ້​ຕົວະ​ຄະ​ນະ​ສືບ​ສວນ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ລະ​ເມີດ​ຈັນ​ຍາ​ບັນແລະ​ລາຍ​ງານ​ໄດ້​ມີ​ການ​ຮົ່ວ​ໄຫຼ​ໂດຍພວກ​ທີ່​ຫວັງ​ຈະ​ທຳ​ລາຍ​ຊື່​ສຽງ​ຂອງ​ທ່ານ.

ການ​ປະ​ພຶດ​ໃນ​ທາງ​ສ່ວນ​ຕົວ​ແລະ​ການ​ຕັດ​ສິນ​ໃຈ​ໃນ​ກາ​ນ​ບໍ​ລິ​ຫານ​ງານ​ຂອງທ່ານ ໄດ້​ພາ​ໃຫ້​ມີ​ຄຳ​ຖາມ​ກ່ຽວ​ກັບ​ວ່າ ທ່ານ​ໄດ້​ໃຊ້​ຕຳ​ແໜ່ງ​ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ຕົວຂອງ​ທ່ານ​ຫຼື​ບໍ່ ທີ່​ໄດ້​ພາ​ໃຫ້​ມີ​ການ​ສືບ​ສວນ​ຢ່າງ​ໜ້ອຍ 15 ຄັ້ງ ຊຶ່ງ​ຫຼາຍໆ​ຄັ້ງ​ໃນຈຳ​ນວນ​ດັ່ງ​ກ່າວ​ແມ່ນ​ພົບ​ວ່າ​ທ່ານ​ບໍ່​ມີ​ຄວາມ​ຜິດ.

ອະ​ດີດ​ສະ​ມາ​ຊິກ​ສະ​ພາສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ຈາກ​ລັດ​ມອນ​ຕາ​ນາ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ສະ​ຫະ​ລັດ​ຊຶ່ງ​ໄດ້​ເຂົ້າ​ຮັບ​ໜ້າ​ທີ່​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນທຳ​ມະ​ຊາດ​ເປັນ​ເວ​ລາ​ເກືອບ 2 ປີ​ທ່ານນີ້ ໄດ້​ລາ​ອອກ​ບໍ່​ເທົ່າ​ໃດ​ອາ​ທິດ ​ກ່ອນ​ທີ່ພັກ​ເດ​ໂມ​ແຄ​ຣັດຈະ​ເຂົ້າ​ຄວບ​ຄຸມ​ສະ​ພາ​ຕ່ຳ.

ໃນ​ຖາ​ນະ​ ທີ່​ເປັນ​ຫົວ​ໜ້າ ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ຊຶ່ງ​ເປັນ​ຜູ້​ຄຸ້ມ​ຄອງ​ດູ​ແລ​ດິນ​ຂອງ​ລັດ​ຖ​ະ​ບານ​ກາງ ແລະ​ພວກ​ສັດ​ປ່ານັ້ນ ທ່ານ​ຊິງ​ກີ​ໄດ້​ຊ່ວຍ​ໃຫ້​ລັດ​ຖະ​ບານ​ຂອງ​ປະ​ທາ​ນາທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຕ່າວ​ປີ້ນ​ຄືນ​ລະ​ບຽບ​ການ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ​ຈຳ​ນວນ​ນຶ່ງ. ນອກນັ້ນ ທ່ານ​ຍັງ​ໄດ້​ຊຸກ​ຍູ້​ ການ​ພັດ​ທະ​ນາ​ພະ​ລັງ​ງານ​ ຂອງ​ສະ​ຫະ​ລັດ ແຕ່​ຄຳ​ຖາມຕ່າງໆ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ທ່ານນັ້ນ ແມ່ນ​ຕິດ​ຕາມ​ທ່ານ​ຕະ​ຫຼອດ​ເວ​ລາໃນ​ລະ​ຫວ່າງ​ການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ທ່ານ.

ອົງ​ການ​ກວດ​ສອບ​ພາຍ​ໃນ ​ຂອງ​ກະ​ຊວງ​ຊັບ​ພະ​ຍາ​ກອນ ທີ່​ສືບ​ສວນ​ກ່ຽວ​ກັບ​ການພົວ​ພັນ​ຂອງ​ທ່ານ​ຊິງ​ກີ ໃນ​ການ​ຕົກ​ລົງ​ເລື້ອງ​ທີ່​ດິນ ​ຢູ່​ລັດ​ມອນ​ຕາ​ນາ ແມ່ນໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ໂດຍ​ທ່ານເດ​ວິດ ລີ​ຊາ (David Lesar) ປະ​ທານ​ບໍ​ລິ​ສັດ​ບໍລິ​ການ​ບໍ່​ນ້ຳ​ມັນຮາ​ລີ​ເບີ​ຕັນ.

ຫ້ອງ​ການຜູ້ກວດ​ກາ​ທົ່ວ​ໄປ​ໄດ້​ສົ່ງ​ການ​ສືບ​ສວນ​ດັ່ງ​ກ່າວນີ້ໄປ​ໃຫ້​ກະ​ຊວງ​ຍຸ​ຕິ​ທຳ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ກະ​ທຳ​ຄວາມ​ຜິດ. ທ່ານ​ຊິງ​ກີອະ​ດີດ​ໜ່ວຍ​ກ້າຕາຍ​ເນ​ວີ​ຊຽ​ລ (Navy SEAL) ໄດ້​ປະ​ຕິ​ເສດ​ວ່າ ທ່ານ​ບໍ່​ໄດ້​ກະ​ທຳ​ຜິດ​ຫຍັງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG