ລັດຖະບານ ທ່ານ Barack Obama ໄດ້ອອກລະບຽບ
ການທີ່ປັບປຸງໃໝ່ເພື່ອຄຳ້ປະກັນວ່າ ໂຮງຮຽນຫຼວງຂອງ
ສະຫະລັດປະຕິບັດຕາມກົດໝາຍລັດຖະບານກາງໂດຍ
ອະນຸຍາດໃຫ້ເດັກນ້ອຍຊາວຕ່າງດ້າວທີ່ເຂົ້າເມືອງແບບ
ຜິດກົດໝາຍ ມີສິດໄດ້ຮັບການສຶກສາ.
ລັດຖະມົນຕີຍຸດຕິທຳສະຫະລັດ ທ່ານ Eric Holder ກ່າວ
ໃນວັນພະຫັດວານນີ້ວ່າ ສານສູງສຸດໄດ້ຕັດສິນເມື່ອ 30 ປີ
ກ່ອນວ່າ ກົດໝາຍທີ່ປະຕິເສດບໍ່ໃຫ້ພວກ ເດັກນ້ອຍມີສິດ
ໄປໂຮງຮຽນ ໂດຍອີງຕາມຖານະຄົນເຂົ້າເມືອງ ຂອງພວກ
ເຂົາເຈົ້າ ນັ້ນ ແມ່ນລະເມີດຕໍ່ຄວາມຄິດພື້ນຖານໃນເລື່ອງ
ຍຸດຕິທຳ.
ແຕ່ ທ່ານ Holder ກ່າວວ່າ ທ່ານຍັງສືບຕໍ່ໄດ້ຍິນລາຍງານທີ່ລົບກວນວ່າ ໂຮງຮຽນໃນ ບາງເຂດ ເອົາບາດກ້າວທີ່ທ່ານກ່າວວ່າ ສ້າງເຄື່ອງກີດຂວາງແກ່ບັນດາເດັກນ້ອຍ
ຕ່າງດ້າວ.
ທ່ານ Holder ກ່າວວ່າ ບັນດາໂຮງຮຽນຫລວງ ມີຄວາມຮັບຜິດຊອບ ໃນການຮັບເອົາ
ພວກນັກຮຽນເຂົ້າຮຽນ ບໍ່ວ່າຈະມີຖານະຄົນເຂົ້າເມືອງ ຜີວພັນ ຫລືເຊື້ອຊາດໃດກໍຕາມ.
ທ່ານກ່າວວ່າ ກະຊວງຍຸຕິທຳ ຈະບັງຄັບໃຊ້ກົດໝາຍຢ່າງເຄັ່ງຄັດ ເພື່ອຄ້ຳປະກັນວ່າປະ
ຕູໂຮງຮຽນທຸກໆແຫ່ງເປີດໃຫ້ແກ່ທຸກຄົນ.