ກະຊວງຍຸຕິທໍາຂອງສະຫະລັດ ໃນວັນພະຫັດວານນີ້ ໄດ້ຮ້ອງຂໍໃຫ້ສານລັດຖະ ບານກາງເປີດເຜີຍ ຄຳສັ່ງຄົ້ນເຮືອນຂອງອະດີດປະທານາທິບໍດີດໍໂນລ ທຣຳ ໃນລັດຟລໍຣິດາ ທີ່ກ່ຽວຂ້ອງກັບການສືບສວນເລື້ອງເອກະສານບັນທຶກຂອງທໍານຽບຂາວຂອງທ່ານທຣຳ.
ລັດຖະມົນຕີກະຊວງຍຸຕິທໍາ, ທ່ານເມີຣິກ ກາແລນ (Merrick Garland) ໄດ້ ປະກາດຄໍາຮ້ອງຂໍດັ່ງກ່າວ ໂດຍເວົ້າວ່າ ທ່ານເອງເປັນຜູ້ອະນຸຍາດ ໃຫ້ມີການ ຕັດສິນໃຈ ຊອກຫາທາງອອກຄໍາສັ່ງຄົ້ນເຮືອນດັ່ງກ່າວທີ່ກ່ຽວຂ້ອງກັບການສືບ ສວນທີ່ກຳລັງດຳເນີນໄປຢູ່ໃນການຈັດການກ່ຽວກັບເອກະສານບັນທຶກຂອງທໍານຽບຂາວຂອງທ່ານທຣຳ.
ໃນການໃຫ້ຄໍາເຫັນຕໍ່ສາທາລະນະຊົນ ຄັ້ງທໍາອິດຂອງທ່ານ ກ່ຽວກັບການຄົ້ນບ້ານພັກຕາກອາກາດ ມາ-ອາ-ລາໂກ (Mar-A-Lago) ຂອງທ່ານທຣຳໂດຍເຈົ້າໜ້າທີ່ສັນຕິບານກາງ ຫລື FBI ທີ່ມີການໂຕ້ແຍ້ງກັນໃນວັນຈັນຜ່ານມານັ້ນ, ທ່ານກາແລນ ກ່າວວ່າ ການຕັດສິນໃຈ ທີ່ຈະເປີດເຜີຍການອອກຄຳສັ່ງໃຫ້ຄົ້ນເຮືອນຕະຫລອດທັງໃບຮັບຂອງເຮືອນ ທີ່ມອບໃຫ້ຜູ້ຕາງຫນ້າ ຂອງທ່ານທຣຳນັ້ນ ໄດ້ມີຂຶ້ນຫຼັງຈາກທ່ານທຣຳໄດ້ເປີດເຜີຍ ກ່ຽວກັບ ການຄົ້ນເຮືອນດັ່ງກ່າວ.
ທ່ານກາແລນ ກ່າວໃນຖະແຫຼງການຜ່ານທາງໂທລະພາບ ແບບສັ້ນໆວ່າ "ກະຊວງໄດ້ຕັດສິນໃຈທີ່ຈະຍື່ນຄໍາຮ້ອງຂໍໃຫ້ເປີດເຜີຍກ່ຽວກັບຄຳສັ່ງຄົ້ນເຮືອນແລະໃບຮັບ ພາຍໃຕ້ການຢືນຢັນຢ່າງເປີດເຜີຍ ຂອງອະດີດປະທານາທິບໍດີກ່ຽວກັບການຄົ້ນເຮືອນ, ສະຖານະການທີ່ຢູ່ອ້ອມຂ້າງ, ແລະຄວາມສົນໃຈຢ່າງຫຼວງຫຼາຍຂອງປະຊາຊົນໃນເລື່ອງນີ້."
ການຄົ້ນເຮືອນທີ່ເຈົ້າໜ້າທີ່ FBI ໄດ້ດຶງເອົາເອກະສານປະມານສິບປາຍກ່ອງທີ່ກ່ຽວຂ້ອງກັບການດຳລົງຕຳແໜ່ງປະທານາທິບໍດີຂອງທ່ານທຣຳໄດ້ຖືກປະນາມ ຈາກພັກຣີພັບບລີກັນວ່າ ເປັນອາວຸດຂອງກະຊວງຍຸຕິທໍາ ຕໍ່ອະດີດປະທານາທິບໍດີ.
ໂດຍກ່າວວ່າກະຊວງຍຸຕິທໍາ "ບໍ່ໄດ້ຖືເບົາກ່ຽວກັບການຕັດສິນໃຈດັ່ງກ່າວ," ທ່ານກາແລນຊີ້ໃຫ້ເຫັນວ່າ ອົງການບັງຄັບໃຊ້ກົດຫມາຍບໍ່ມີທາງເລືອກອັນອື່ນ ແລ້ວ.
ທ່ານກາແລນກ່າວວ່າ "ເມື່ອໃດຫາກເປັນໄປໄດ້ ຖ້າມີການປະຕິບັດທີ່ເປັນມາດ ຕະຖານໃນການຄົ້ນເຮືອນ ໂດຍວິທີທີ່ມີລົບກວນຫນ້ອຍກວ່າໃຫ້ເລືອກ ແລະຫລຸດຂອບເຂດຂອງການຄົ້ນເຮືອນໃດລົງໄດ້ ມັນກໍຈະຖືກນຳເອົາມາປະຕິບັດ."
ທ່ານກາແລນໄດ້ປະຕິເສດ ການຕຳໜິຂອງພັກຣີພັບບລິກັນ ຕໍ່ກະຊວງຍຸຕິທຳ ແລະອົງການ FBI ໃນຂໍ້ກ່າວຫາວ່າ ໄດ້ເຈາະຈົງທຳການສືບສວນອະດີດປະ ທານາທິບໍດີ ເພື່ອຈຸດປະສົງທາງການເມືອງ.