ລັດຖະບານຂອງທ່ານທຣໍາເວົ້າວ່າ ການຕັດສິນຂອງສານທີ່ຮຽກຮ້ອງໃຫ້ ລັດຖະບານເອົາເດັກນ້ອຍ ແລະຄອບຄົວຂອງພວກເຂົາ ທີ່ຖືກເອົາພາກຈາກກັນ ຢູ່ຊາຍແດນຂອງສະຫະ
ລັດໄປໄວ້ຢູ່ນໍາກັນຄືນອີກນັ້ນ ອາດຈະພາໃຫ້ເດັກນ້ອຍ ຖືກກັກຂັງໄວ້ດົນກວ່າໄລຍະເວ
ລາທີ່ອະນຸຍາດໃຫ້ໃນປັດຈຸບັນນີ້.
ກະຊວງຍຸຕິທໍາກ່າວຢູ່ໃນເອກະສານຕັດສິນຂອງສານໃນວັນສຸກວານນີ້ວ່າ "ລັດຖະບານ
ຈະບໍ່ເອົາຄອບຄົວແຍກອອກຈາກກັນ ແຕ່ວ່າຈະຂັງຄອບຄົວຂອງເຂົາເຈົ້າຢູ່ນໍາກັນໃນຊ່ວງໄລຍະທີ່ດໍາເນີນຂະບວນການຍຸຕິທໍາເມື່ອເຂົາເຈົ້າຖືກຈັບກຸມຢູ່ດ່ານຊາຍແດນ ຫລືລະຫວ່າງກາງຂອງດ່ານຊາຍແດນ.”
ຄອບຄົວອາດຈະຖືກຂັງເປັນເວລາຫລາຍເດືອນ ຫລືແມ່ນກະທັ້ງເປັນເວລາຫລາຍປີ
ຍ້ອນວ່າມີຄະດີພວກເຂົ້າເມືອງທີ່ຍັງຄ້າງຢູ່ ຕັ້ງຫລາຍພັນຄະດີ ຢູ່ໃນລະບົບຂອງສານ.
ການຕົກລົງຂອງສານລັດຖະບານກາງທີ່ເອີ້ນກັນວ່າ ຂໍ້ຕົກລົງຟລໍສ໌ ຫລື Flores
Agreement ບໍ່ອະນຸຍາດໃຫ້ກັກຂັງເດັກນ້ອຍນານເກີນ 20 ມື້.
ຜູ້ພິພາກສາເຂດຂອງສະຫະລັດ ໃນເມືອງແຊນດີອາໂກ ລັດຄາລິຟໍເນຍ ໄດ້ຕັດສິນໃນວັນອັງຄານຜ່ານມາວ່າ ຄອບຄົວທີ່ຖືກແຍກອອກຈາກກັນ ຕ້ອງໄດ້ ເອົາກັບຄືນໄປຢູ່ນໍາກັນ
ພາຍໃນ 30 ວັນ ແລະເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ ຕ້ອງເອົາໄປຢູ່ນໍາຄອບຄົວພາຍ
ໃນ 2 ອາທິດ.
ລັດຖະບານເວົ້າວ່າ "ພວກພິພາກສາໄດ້ເຮັດວຽກຮ່ວມກັນ ເພື່ອຈະອະນຸຍາດໃຫ້ກັກຂັງ
ພໍ່ແມ່ກັບລູກນ້ອຍຂອງພວກເຂົາເຈົ້າທີ່ຖືກຈັບກຸມພ້ອມກັນກັບເຂົາເຈົ້ານັ້ນໄດ້. ຕ້ອງໄດ້
ມີການດັດແກ້ຂໍ້ຕົກລົງຟລໍສ໌ ຫລື Flores Agreement ແມ່ນເໝາະສົມເພື່ອແກ້ໄຂ
ບັນຫານີ້."
ພວກເຈົາໜ້າທີ່ເວົ້າວ່ ມີເດັກນ້ອຍປະມານ 2,000 ກໍາລັງລໍຖ້າໄປຢູ່ນໍາກັນກັບພໍ່ແມ່
ຂອງພວກເຂົາ.
ຊາວອາເມຣິກັນຫລາຍຄົນຮູ້ສຶກບໍ່ດີໃຈທີ່ເຫັນພາບທີ່ສາຍອອກໃນໂທລະພາບ ໃຫ້ເຫັນ
ວ່າ ຄອບຄົວທັງຫລາຍຖືກເອົາໄປພັດພາກຈາກກັນ ແລະລູກຂອງພວກ ເຂົາເຈົ້າຖືກຂັງ
ໄວ້ໃນ “ກົງ” ຢູ່ສາງ.
ໃນວັນເສົາມື້ນີ້ ຈະມີການເດີນຂະບວນປະທ້ວງໃນທົ່ວປະເທດ ລວມທັງ ໃນນະຄອນ
ຫລວງວໍຊິງຕັນ ເພື່ອຄັດຄ້ານນະໂຍບາຍດ້ານຄົນເຂົ້າເມືອງແບບ “ບໍ່ມີການຜ່ອນຜັນ”
ຫລື “zero-tolerance” ຂອງລັດຖະບານທ່ານທຣໍາ.