ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫົວ​ໜ້າ​ຜູ້ກວດ​ກາ​ໃຫຍ່​ ກະ​ຊວງຍຸ​​ຕິ​ທຳ ຈະ​ໄປ​ໃຫ້​ການ ຢູ່ສ​ະພາ​ສູງ ກ່ຽວ​ກັບ ການສືບສວນ​ ເລື້ອງ​ຣັດ​ເຊຍ


ທ່ານ Michael Horowitz ຫົວ​ໜ້າ​ຜູ້ກວດ​ກາ​ໃຫຍ່​ຂອງກະ​ຊວງ​ຍຸ​​ຕິ​ທຳ​ສະ​ຫະ​ລັດ ໄປ​ຮ່ວມ​ພິ​ທີ​ເປີດ ໜ່ວຍ​ສະ​ເພາະ​ກິດ ຕ້ານການ​​ຮ່ວມ​ມື​ກັນສໍ້ໂກງໃນ​ການ​ຈັດ​ຊື້ ທີ່ກະ​ຊວງ​ຍຸ​ຕິ​ທຳ ໃນ​ວັນ​ທີ 5 ພະ​ຈິກ, 2019.
ທ່ານ Michael Horowitz ຫົວ​ໜ້າ​ຜູ້ກວດ​ກາ​ໃຫຍ່​ຂອງກະ​ຊວງ​ຍຸ​​ຕິ​ທຳ​ສະ​ຫະ​ລັດ ໄປ​ຮ່ວມ​ພິ​ທີ​ເປີດ ໜ່ວຍ​ສະ​ເພາະ​ກິດ ຕ້ານການ​​ຮ່ວມ​ມື​ກັນສໍ້ໂກງໃນ​ການ​ຈັດ​ຊື້ ທີ່ກະ​ຊວງ​ຍຸ​ຕິ​ທຳ ໃນ​ວັນ​ທີ 5 ພະ​ຈິກ, 2019.

ຫົວ​ໜ້າ​ຜູ້ກວດ​ກາ​ໃຫຍ່​ຂອງກະ​ຊວງ​ຍຸຕິ​ທຳ​ສະ​ຫະ​ລັດ ມີ​ກຳ​ນົດ​ທີ່​ຈະ​ໄປ​ໃຫ້​ການ ໃນ​ວັນ​ພຸດມື້ນີ້ ຢູ່ຕໍ່ໜ້າຄະ​ນະ​ກຳ​ມະ​ການ​ດ້ານ​ຕຸ​ລາ​ການ​ຂອງ​ສະ​ພາ​ສູງ ກ່ຽວກັບ​ບົດ​ລາຍ​ງານ​ຂອງ​ທ່ານທີ່ບໍ່​ໄດ້​ພົບ​ເຫັນ​ຫລັກ​ຖານ​ໃດໆ​ວ່າ ມີ​ການ​ລຳ​ອຽງ ທາງ​ການ​ເມືອງ ຢູ່​ໃນ​ການ​ເປີດ​ການສື​ບ​ສວນຂອງ​ອົງ​ການສັນ​ຕິ​ບານ​ກາງ ຫລື FBI ຕໍ່​ເລື້ອງ​ການ​ແຊກ​ແຊງ​ຂອງ​ຣັດ​ເຊຍ ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ.

ທ່ານໄມ​ເກີ​ ຮໍ​ໂຣ​ວິ​ດ​ສ໌ (Michael Horowitz) ໄດ້​ເຮັດ​ບົດ​ລາຍ​ງານ​ອອກ​ມາ ໃນ​ວັນ​ຈັນ​ຜ່ານ​ມາ ໂດຍ​ທີ່​ມີ​ຜົນການສືບ​ສວນ ​ທີ່ເປັນ​ການ​ປະ​ຕິ​ເສດ​ຕໍ່​ຄຳ​ກ່າວ​ອ້າງຢູ່​ເລື້ອຍໆ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ​ທ​ຣຳ​ ທີ່​ເວົ້າວ່າການສື​ບ​ສວນຂອງ​ອົງ​ການ FBI ເປັນ​ການ​ຊອກ​ຫາ​ຈັບ​ຜິດ ​ໂດຍ​ມີເຫດ​ຜົນ​ທາງ​ການ​ເມືອງ ເພື່ອ​ເຮັດ​ໃຫ້ທ່ານ​ໄດ້ຖືກ​ປົດ​ລົງ​ຈາກ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ.

ແຕ່​ຢ່າງ​ໃດ​ກໍ​ຕາມທ່ານ ທ​ຣຳ ​ກໍຍັງ​ຢືນ​ຢັດວ່າ ບົດ​ລາຍ​ງານດັ່ງ​ກ່າວເປັນ​ການ​ຢືນ​ຢັນໄດ້ວ່າ “ມີຄວາມ​ພະ​ຍາ​ຍາມໂຄ່ນ​ລົ້ມ" ລັດ​ຖະ​ບານທີ່​ຮ້າຍ​ແຮງໄປ​ເກີນ ກວ່າ ສິ່ງ​ທີ່​ທ່ານ​ເຄີຍ​ຄິດ​ໄວ້​ນັ້ນ​ອີກ.

ໃນ​ວັນ​ອັງ​ຄານ​ວານນີ້ ທ່ານປະ​ທາ​ນາ​ທິ​ບໍ​ດີໄດ້​ຕຳ​ໜິ​ຫົວ​ໜ້າ​ອົງ​ການ FBI, ທ່ານ ຄ​ຣິ​ສ​ໂຕ​ຟ​ເຟີ ເວ​ຣ (Christopher Wray) ທີ່​ໄດ້​ກ່າວ​ຢູ່ໃນ​ການ​ໃຫ້​ສຳ​ພາດ​ຕໍ່​ອົງ​ການ​ຂ່າວ ABC ວ່າ​ ການ​ສືບ​ສວນ "ໄດ້​ເປີດ​ຂຶ້ນບົນ​ພື້ນ​ຖານທີ່​ມີເຫດມີ​ຜົນ ແລະມີ​ການ​ອະ​ນຸ​ມັດທີ່​ເໝາະ​ສົມ." ທ່ານ​ເວ​ຣ ຍັງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ອີກວ່າ ທ່ານ ຮໍ​ໂຣ​ວິ​ດ​ສ໌ (Horowitz) ໄດ້​ພົບ​ວ່າ ອົງ​ການ FBI ໄດ້​ເຮັດ​ຜິດ​ພາດ​ຫລາຍ​ຢ່າງ​ໃນ​ການ​ສືບ​ສວນນັ້ນ.

"ຂ້າ​ພະ​ເຈົ້າ​ບໍ່​ຮູ້ວ່າ​ແມ່ນ​ບົດ​ລາຍ​ງານ​ໃດ​ທີ່ຫົວ​ໜ້າ​ອົງ​ການ FBI ຄ​ຣິ​ສ​ໂຕ​ຟ​ເຟີ ເວ​ຣ (Christopher Wray) ກຳ​ລັງ​ອ່ານຢູ່, ແຕ່​ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ມັນ​ບໍ່​ແມ່ນ​ບົດ​ລາຍ​ງານ ​ທີ່​ຍື່ນໄປ​ໃຫ້​ຂ້າ​ພະ​ເຈົ້ານັ້ນ​ດອກ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ
ທ​ຣຳ ທີ່​ຂຽນ​ລົງ​ໃນ​ທວີດ​ເຕີ. ທ່ານ​ຂຽນ​ເພີ້ມ​ອີກວ່າ "ໂດຍ​ທີ່​ມີ​ນິ​ໄສ​ແບບນັ້ນ, ລາວ​ຈະ​ບໍ່​ສາ​ມາດທີ່​ຈະ​ປັບ​ປຸງອົງ​ການ FBI ທີ່ໃຊ້​ການບໍ່​ໄດ້​ຢ່າງ​ແຮງນັ້ນ​ໄດ້​ຈັກ​ເທື່ອດອກ ເຖິງ​ແມ່ນ​ວ່າ​ຈະ​ມີ​ພະ​ນັກ​ງານຊາຍ ແລະ​ຍິງ​ຈຳ​ນວນ​ນຶ່ງ ​ທີ່​ດີ​ເລີດ​ເຮັດ​ວຽກ​ຢູ່​ໃນ​ນັ້ນ​ກໍ​ຕາມ!"

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ, ທ່ານ​ວິ​ລ​ລຽມ ບາ ໄດ້ກ່າວ​ຊ້ຳ​ແລ້ວຊ້ຳ​ອີກ ຢູ່​ໃນ​ການ​ໃຫ້​ສຳ​ພາດ​ກັບນັກ​ຂ່າວພີດ ວິ​ລ​ລຽ​ມ​ສ໌ (Pete Williams) ຈາກ​ອົງ​ການ​ຂ່າວ NBC ທີ່​ອອກ​ອາ​ກາດ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ທ່ານ​ມີ​ຄວາມເຊື່ອ​ວ່າ ອົງ​ການ FBI ອາດ​ຈະ​ເຮັດ​ວຽກ “ໂດຍ​ມີ​ຄວາມ​ເຊື່ອ​ທີ່ບໍ່​ດີ” ຢູ່​ກໍເປັນ​ໄດ້​ ໃນ​ເວ​ລາ​ທີ່​ອົງການດັ່ງ​ກ່າວ ທຳ​ການ​ສືບ​ສວນເພື່ອກວດ​ເບິ່ງວ່າ ​ຄະ​ນະໂຄ​ສະ​ນາ​ຫາ​ສຽງ ຂອງ​ທ່ານທ​ຣຳ ມີການສົມ​ຮູ້​ຮ່ວມ​ຄິດກັບ​ຣັດ​ເຊຍ​ຫຼື​ບໍ່ ນັ້ນ.

ທ່ານ ບາ ເວົ້າ​ວ່າ "ຂ້າ​ພະ​ເຈົ້າ​ຄິດ​ວ່າປະ​ເທດ​ຊາດ​ຂອງ​ພວກ​ເຮົາ ໄດ້​ຖືກ​ປັ່ນ​ຫົວມາ​ໄດ້ 3 ປີ​ແລ້ວ ໂດຍ​ອີງ​ໃສ່​ເລື້ອງ​ທີ່​ຂີ້​ຕົວະຢ່າງ​ສິ້ນ​ເຊີງ​ເລີຍຊຶ່ງສ່ວນ​ໃຫຍ່​ແລ້ວ​ຖືກເຜີຍແຜ່​ອອກ​ໄປ ແລະໂຄ​ສະ​ນາ​ຊວນ​ໃຫ້​ເຊື່ອ ໂດຍ​ອົງ​ການ​ຂ່າວ​ທີ່​ຂາດ​ຄວາມ​ຮັບ​ຜິດ​ຊອບທັງໝົດ​ທັງສິ້ນເລີຍ." ທ່ານ​ກ່າວ​ຕໍ່​ໄປ​ວ່າ " ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ມີການກະ​ທຳ​ຜິດ​ຢ່າງ​ໃຫຍ່​ຫລວງ ... ແລະມີ​ການ​ປະ​ພຶດ​ທີ່​ລັບ​ລີ້ ທີ່ບໍ່ສາ​ມາດຜ່ອນ​ຜັນ​ໃຫ້​ໄດ້​ຢູ່​ໃນ​ອົງ​ການ FBI."

ຄຳ​ເຫັນ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີເບິ່ງ​ຄືຈະ​ເຮັດ​ໃຫ້ຄວາມ​ຄິດ​ທີ່​ເປັນ​ການ​ໂຕ້ແຍ້ງ​ກັນ​ກ່ຽວ​ກັບ​ວ່າ ທ່ານ​ເອງ​ແມ່ນ​ມີ​ການ​ກະ​ທຳ​ທີ່​ມີ​ຄວ​າມຊື່​ສັດ​ຈິງ​ໃຈບໍ່ ຫລື​ເປັນ​ການ​ກະ​ທຳ​ໃນນາມ​ທີ່​ເປັນປະ​ຈົບ​ປະ​ແຈງ​ເອົາ​ໃຈ​ທ່ານ​ທ​ຣຳນັ້ນ ເພີ້ມ​ທະ​ວີ​ຄວາມ​ຮ້າຍ​ແຮງຂຶ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG