ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະ​ຊວງ​ຍຸ​ຕິ​ທຳ ສ​ຫລ ກົດ​ດັນ ອັງ​ກິດ ໃຫ້​ມອບ​ຕົວ ​ຜູ້​ກໍ່​ຕັ້ງ ເວັບ​ໄຊ WikiLeaks


ຜູ້​ກໍ່​ຕັ້ງ​ເວັບ​ໄຊ WikiLeaks ທ້າວ ຈູ​ລຽນ ອາ​ຊາງ ເດີນ​ທາງ​ອອກ​ຈາກ​ສານ Southwark Crown ຫຼັງ​ຈາກ​ຖືກ​ຕັດ​ສິນ​ໂທດ. ນະ​ຄອນຫຼວງ ລອນດອນ, ອັງ​ກິດ. 1 ພຶດ​ສະ​ພາ, 2019.
ຜູ້​ກໍ່​ຕັ້ງ​ເວັບ​ໄຊ WikiLeaks ທ້າວ ຈູ​ລຽນ ອາ​ຊາງ ເດີນ​ທາງ​ອອກ​ຈາກ​ສານ Southwark Crown ຫຼັງ​ຈາກ​ຖືກ​ຕັດ​ສິນ​ໂທດ. ນະ​ຄອນຫຼວງ ລອນດອນ, ອັງ​ກິດ. 1 ພຶດ​ສະ​ພາ, 2019.

ກະ​ຊວງ​ຍຸ​ຕິ​ທຳ ໄດ້​ຂໍ​ຮ້ອງຢ່າງ​ເປັນ​ທາງ​ການໃຫ້ ອັງ​ກິດ ສົ່ງ​ຕົວ​ຜູ້ກໍ່​ຕັ້ງ​ເວັບ​ໄຊ
WikiLeaks ທ້າວ ຈູລຽນ ອາຊາງ ມາ ສະຫະລັດ ເພື່ອຮັບຂໍ້ກ່າວຫາທີ່ກ່ຽວຂ້ອງກັບ
ການເປີດເຜີຍເອກະສານ ກ່ຽວກັບ ໂທລະເລກທາງການທູດລັບ ແລະ ການຮົ່ວໄຫຼ
ຂອງເອກະສານສົງຄາມ, ອີງຕາມການກ່າວຂອງເຈົ້າໜ້າທີ່ ສະຫະລັດ ໃນວັນອັງ
ຄານວານນີ້.

ການ​ຂໍ​ຮ້ອງ​ຢ່າງ​ເປັນ​ທາງ​ການ​ສຳ​ລັບ​ການ​ສົ່ງ​ຕົວ​ທ້າວ ອາ​ຊາງ ໄດ້​ຖືກ​ສົ່ງ​ເຖິງ​ບັນ​
ດາເຈົ້າໜ້າທີ່ ອັງກິດ ໃນວັນພະຫັດທີ່ຜ່ານມາ, ພຽງບໍ່ເທົ່າໃດວັນ ກ່ອນວັນຂີດເສັ້ນ
ຕາຍທີ 11 ມິຖຸນາ ວານນີ້.

ພາຍ​ໃຕ້​ສົນ​ທິ​ສັນ​ຍາ​ການ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ​ກັບ​ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ
ນັ້ນ, ສະຫະລັດ ມີເວລາ 60 ວັນຈາກວັນທີ່ທ້າວ ອາຊາງ ຖືກຈັບ ເຊິ່ງແມ່ນວັນທີ 11
ເມສາທີຜ່ານມາ ເພື່ອຮ່າງຄຳຮ້ອງທາງການ ສຳລັບການມອບຕົວຂອງລາວ. ສົນທິ
ສັນຍາດັ່ງກ່າວຫ້າມບັນດາໄອຍະການ ສະຫະລັດ ຈາກການຕັ້ງຂໍ້ກ່າວຫາ ທ້າວ ອາ
ຊາງ ກ່ຽວກັບ ຄະດີອາຍາ ທີ່ບໍ່ໄດ້ກ່າວໃນການຮ້ອງຂໍ, ເຮັດໃຫ້ການເພີ່ມຂໍ້ກ່າວຫາ
ຕໍ່ທ້າວ ອາຊາງ ແມ່ນເບິ່ງຄືວ່າຈະບໍ່ເກີດຂຶ້ນເປັນຢ່າງສູງ.

ນັກ​ສ້າງ​ໂປ​ຣ​ແກ​ຣມ ຄອມ​ພິວ​ເຕີ ຊາວ ອອ​ສ​ເຕ​ຣ​ເລຍ ແລະ ເປັນ​ນັກ​ເຄື່ອນ​ໄຫວ
ນັ້ນແມ່ນກຳລັງຖືກພະຍາຍາມນຳຕົວມາຮັບຂໍ້ກ່າວຫາ ໃນສານລັດຖະບານກາງຢູ່
ພາກເໜືອຂອງລັດ ເວີຈິເນຍ ທີ່ລາວໄດ້ເຮັດວຽກກັບອະດີດຜູ້ຊ່ຽວຊານກອງທັບບົກ
ທ້າວ ແຊລຊີ ແມນນິງ ທີ່ຮັບເອົາ ແລະ ເປີດເຜີຍລາຍງານ ກ່ຽວກັບ ສົງຄາມໃນ ອີຣັກ
ແລະ ອັຟການິສຖານ ຫຼາຍຮ້ອຍພັນສະບັບ ຢ່າງຜິດກົດໝາຍ, ພ້ອມກັບສະພາບໃນ
ຄຸກທະຫານ ທີ່ອ່າວ ກວນຕານາໂມ, ໃນປະເທດ ຄິວບາ.

ທ້າວ ອ​າ​ຊາງ ໄດ້ຫຼົບ​ໜີ​ການ​ຈັບ​ກຸມ​ເວ​ລາ 7 ປີ ດ້ວຍ​ການ​ໄປ​ລີ້ ​ຢູ່​ໃນ​ສະ​ຖານ​ທູ​ດ
ເອກົວດໍ ໃນນະຄອນຫຼວງ ລອນດອນ, ຈົນກວ່າບັນດາເຈົ້າໜ້າທີ່ ເອກົວດໍ ໄດ້ຫັນ
ມາເປັນປໍລະປັກກັບລາວ ເມື່ອເດືອນເມສາທີ່ຜ່ານມາ. ຫຼັງຈາກການຈັບກຸມລາວ
ໂດຍ ຕຳຫຼວດ ອັງກິດ ນັ້ນ, ບັນດາໄອຍະການ ສະຫະລັດ ໄດ້ເປີດການຟ້ອງຮ້ອງ
ດົນນຶ່ງປີ ທີ່ຕັ້ງຂໍ້ກ່າວຫາລາວນຶ່ງກະທົງ ກ່ຽວກັບ ການລ່ວງລ້ຳທາງຄອມພິວເຕີ ໃນ
ການເຊື່ອມໂຍງກັບ ການເປີດເຜີຍເອກະສານລັບ. ແຕ່ໃນເດືອນແລ້ວນີ້, ເຂົາເຈົ້າ
ໄດ້ຂະຫຍາຍຄວາມຮ້າຍແຮງຂອງສະຖານະການຂຶ້ນ, ໂດຍກ່າວຫາທ້າວ ອາຊາງ
ໃນການຟ້ອງຮ້ອງ ທີ່ມີຂໍ້ກ່າວຫາໃໝ່ 18 ກະທົງ ກ່ຽວກັບ ການລະເມີດກົດໝາຍ
ການສອດແນມປີ 1917 ດ້ວຍການກະຈາຍຂໍ້ມູນລັບ.

ທ້າວ ອາ​ຊາງ, ອາ​ຍຸ 47 ປິ, ຈະ​ປະ​ເຊີນ​ກັບ​ການ​ຖືກ​ຂັງ​ຄຸກ​ເຖິງ 10 ປີ​ສຳ​ລັບ​ຂໍ້​ກ່າວ​
ຫາໃໝ່ ແຕ່ລະອັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG