ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະຊວງ​ຍຸຕິ​ທຳ​ ຈະດຳເນີນການ ຢ່າງໄວວາ ກ່ຽວກັບ emails ຂອງທ່ານນາງ Clinton


US Pres Campain
please wait
Embed

No media source currently available

0:00 0:02:36 0:00

ກະຊວງ​ຍຸຕິ​ທຳ​ສະຫະລັດ ລະບຸ​ວ່າ​ຕົນ​ກຳລັງ​ປະຕິບັດ​ງານ​ຮ່ວມ​ກັບ​ອົງການ​ສັນຕິບານ​ຂອງ​ລັດຖະບານ​ກາງ ຫຼື FBI ​ເພື່ອ​ທຳການ​ສືບສວນສອບ​ສວນຄືນໃໝ່ ​ກ່ຽວ​ກັບ​ເລື້ອງ emails ຂອງ​ທ່ານ​ນາງ Hillary Clinton ​“ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.”

​ເຈົ້າ​ໜ້າ​ທີ່ອະ​ວຸ​ໂສກະຊວງ​ຍຸຕິ​ທຳ ທ່ານ Peter Kadzik ​ໄດ້ສົ່ງ​ຈົດໝາຍຄ້ຳປະກັນ​ ໃນ​ວັນ​ຈັນ​ວານ​ນີ້ ​ໄປ​ຫາສະມາຊິກ​ສະພາ​ສູງພັກ Democrats ທີ່​ສຳຄັນໆ​ຫຼາຍທ່ານຊຶ່ງມີ​ຄວາມ​ໂກດ​ແຄ້ນ ຕໍ່ການ​ທີ່​ອົງການ​ FBI ໄດ້​ປະກາດ ກ່ຽວ​ກັບ​ການ​ສືບສວນ​ຄືນ​ໃໝ່ ​ໃນ​ໄລຍະ ໃກ້ໆ ​ກັບ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​.

ທ່ານນາງ Huma Abedin ຜູ້ຊ່ອຍຄົນສຳຄັນຂອງທ່ານນາງ Clinton ຍ່າງນຳໜ້າຜູ້ສະໝັກເປັນປະທານາທິບໍດີສະຫະລັດ ສັງກັດພັກ ທ່ານນາງ Hillary Clintonມ ວໍຊີງຕັນ, 10 ມິຖຸນາ, 2016.
ທ່ານນາງ Huma Abedin ຜູ້ຊ່ອຍຄົນສຳຄັນຂອງທ່ານນາງ Clinton ຍ່າງນຳໜ້າຜູ້ສະໝັກເປັນປະທານາທິບໍດີສະຫະລັດ ສັງກັດພັກ ທ່ານນາງ Hillary Clintonມ ວໍຊີງຕັນ, 10 ມິຖຸນາ, 2016.

ທ່ານ Kadzik ​ໄດ້​ຂຽນວ່າ “ພວກ​ເຮົາຄ້ຳປະກັນ​ພວກ​ທ່ານ​ວ່າ ທາງກະຊວງ​ຈະ​ສືບ​ຕໍ່​ປະຕິ ບັດ​ງານ​ຢ່າງ​ໃກ້​ຊິດກັບອົງການ FBI ​ແລະ​ຮ່ວມກັນ​ແລ້ວ ພວກ​ເຮົາ​ຈະ​ນຳໃຊ້ທຸກ​ອົງ​ປະກອບທີ່​ຈຳ​ເປັນ ​ແລະ​ເອົາ​ທຸກໆບາດກ້າວຢ່າງ​ວ່ອງ​ໄວ ​ເທົ່າ​ທີ່​ຈະ​ທຳ​ໄ​ດ້.” ຊຶ່ງທ່ານຍັງ​ກ່າວຕື່​ມອີກ​ວ່າ “ພວກ​ເຮົາຫວັງວ່າ ຂໍ້​ມູນ​ນີ້ຈະ​ເປັນ​ປະ​ໂຫຍດ.”

ຜູ້ອຳນວຍການອົງການ FBI ທ່ານ James Comey ​ໄດ້ແຈ້ງລັດສະຖະສະພາ​ຊາບ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ປະຕິບັດກົດໝາຍ ຈະ​ກວດ​ສອບ​ເບິ່ງ email ຈຸ​ໃໝ່​ຂອງ​ທ່ານ​ນາງ Clinton ທີ່​ໄດ້​ຄົ້ນ​ພົບ​ໃນ​ເຄື່ອງ​ຄອມ​ພິວ​ເຕີ​ ໃນລະຫວ່າງທີ່​ໄດ້​ມີການ​ສືບສວນ ອະດີດ​ສະມາຊິກ​ສະພາຕ່ຳ Anthony Weiner. ​ຜູ້ກ່ຽວ​ເປັນ​ສາມີ​ຂອງ​ທ່ານ​ນາງ Huma Abedin ທີ່​ເປັນ​ຜູ້​ຊ່ອຍ​ຄົນ​ໃກ້ຊິດ​ທ່າ​ນນາ​ງ Clinton.

ທ່ານ Weiner ​ໄດ້​ຖືກ​ກ່າວ​ຫາ ໄດ້ແລ​ກປ່ຽນ emails ຂໍ້ຄວາມ​ລາມົກທາງເພດ​ກັບ​ເດັກ​ຍິງ​ອາຍຸ 15 ປີ. ທ່ານ Weiner ​ແລະທ່ານ​ນາງ Abedin ອາດ​ຈະ​ໃຊ້​ເຄື່ອງ ຄອມ​ພິວ​ເຕີນີ້ ​ຮ່ວມກັນ.

ທ່ານ Comey ​ໄດ້​ກ່າວ​ວ່າ ການ​ສືບສວນ​ສອບ​ສວນ ​ໄດ້​ຄົ້ນ​ພົບພວກ emails ກ່ອນ​ໜ້າ​ນີ້
ທີ່​ຖືກ​ສົ່ງ​ແລະ​ຮັບ​ໂດຍ​ທ່ານ​ນາງ Clinton ​ໃນ​ຊ່ວງ​ທີ່​ທ່ານ​ດຳລົງ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ.

Clinton, the FBI and Her Emails
please wait

No media source currently available

0:00 0:01:08 0:00

ທ່ານ​ນາງ Clinton ກັບ​ພັກ Democrats ​ແມ່ນ​ດີ​ໃຈ ​ເວລາ​ທ່ານ Comey ​ໄດ້ຍຸຕິ ການ​ສືບສວນ​ສອບ​ສວນ​ໃນ​ເດືອນ​ກໍລະກົດ ​ໂດຍ​ກ່າວ​ວ່າທ່ານ​ນາງ Clinton ລະຫຼວມ
​ ​ແລະ​ບໍ່​ເອົາໃຈ​ໃສ່ ​ໃນ​ການ​ເກັບ​ຮັກສາ emails ຂອງ​ທ່ານ​ນາງ ​ແຕ່ທ່ານນາງ​ບໍ່​ໄດ້​ກະທຳ​ຜິດ​ກົດໝາຍ​ແຕ່​ຢ່າງ​ໃດ​ເລີຍ.

ຈົນ​ເທົ່າ​ເຖິງ​ປະຈຸ​ບັນ​ນີ້ ທ່ານ Comey ຍັງ​ບໍ່​ໄດ້​ໃຫ້​ຂໍ້​ມູນ​ໃດໆ​ເພີ່ມ​ຕື່ມ ກ່ຽວ​ກັບອັນ​ທີ່​ເຈົ້າໜ້າ​ທີ່ສອບ​ສວນ​ໄດ້​ພົບ​ເຫັນ ​ທີ່​ພາ​ໃຫ້​ມີ​ການ​ສືບສວນ​ຄືນໃໝ່ ​ແລະ​ໄລຍະ​ເວລາ​ທີ່​ໃກ້ກັບ​ການລົງ​ຄະ​ແນນ​ເລືອກ​ຕັ້ງ ຊຶ່ງ​ພາ​ໃຫ້​ສະມາຊິກ Democrats ​ແລະພັກ​ພັກ Republican ຫຼາຍໆ​ຄົນ ພາກັນ​ເກົາ​ຫົວ​ຂອງ​ພວກ​ເຂົາ​ເຈົ້າ ​ແລະ​ງຸນງົງ ກ່ຽວ​ກັບ​ວ່າ ມີ​ຫຍັງ​ເກີດ​ຂຶຶ້ນແທ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Trump Says FBI Dir. Comey Did The Right Thing
please wait

No media source currently available

0:00 0:01:22 0:00

XS
SM
MD
LG