ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະຊວງຍຸຕິທໍາສະຫະລັດ ອ້າງຫຼັກຖານກ່ຽວກັບການຂັດຂວາງ ໃນກໍລະນີຂໍ້ມູນຕ່າງໆຂອງທ່ານທຣໍາ


ໃນຮູບພາບນີ້ ປະກອບດ້ວຍໝາຍຄົ້ນຈາກສານ ໂດຍກະຊວງຍຸຕິທໍາ ເມື່ອວັນທີ 30 ສິງຫາ 2022, ແລະໄດ້ຮັບການກວດແກ້ຄືນໂດຍອົງການ FBI, ເປີດເຜີຍໃຫ້ເຫັນເອກະສານຕ່າງໆທີ່ຢຶດມາໄດ້ ຈາກການກວດຄົ້ນໃນວັນທີ 8 ສິງ​ຫາ ໂດຍອົງການ FBI ຢູ່ທີ່ບ້ານພັກຕາກອາກາດ ມາ-ອາ-ລາໂກ ຂອງທ່ານທຣໍາ ໃນລັດຟລໍຣິດາ.
ໃນຮູບພາບນີ້ ປະກອບດ້ວຍໝາຍຄົ້ນຈາກສານ ໂດຍກະຊວງຍຸຕິທໍາ ເມື່ອວັນທີ 30 ສິງຫາ 2022, ແລະໄດ້ຮັບການກວດແກ້ຄືນໂດຍອົງການ FBI, ເປີດເຜີຍໃຫ້ເຫັນເອກະສານຕ່າງໆທີ່ຢຶດມາໄດ້ ຈາກການກວດຄົ້ນໃນວັນທີ 8 ສິງ​ຫາ ໂດຍອົງການ FBI ຢູ່ທີ່ບ້ານພັກຕາກອາກາດ ມາ-ອາ-ລາໂກ ຂອງທ່ານທຣໍາ ໃນລັດຟລໍຣິດາ.

ກະຊວງຍຸຕິທໍາຂອງສະຫະລັດເປີດເຜີຍໃນຕອນແລງຂອງວັນອັງຄານວານນີ້ວ່າ ພວກເຂົາເຈົ້າມີຫຼັກຖານທີ່ເບິ່ງຄືວ່າ ເປັນຄວາມພະຍາຍາມຂັດຂວາງໃນການ​ສືບ​ສວນຂອງລັດຖະບານ ກ່ຽວກັບເອກະສານລັບ ຂອງປະເທດ ທີ່ເກັບ​ໄວ້​ຢູ່​ບ້ານ​ພັກຂອງອະດີດປະທານາທິບໍດີ ດໍໂນ ທຣໍາ ໃນລັດຟລໍຣິດາ.

ການຍື່ນຟ້ອງຂອງສານໄດ້ອ້າງຈາກການຖະແຫຼງໂດຍ​ຜູ້​ຕາງ​ໜ້າຂອງທ່ານທຣໍາ ທີ່ໄດ້ກ່າວວ່າເອກະສານລັບທັງໝົດໄດ້ສົ່ງກັບຄືນໄປໃຫ້ລັດຖະບານແລ້ວ, ເຊັ່ນດຽວກັນກັບຖະແຫຼງການຂອງທະນາຍຄວາມທ່ານທຣໍາທີ່ວ່າ ເອກະສານທັງໝົດແມ່ນຍັງເກັບໄວ້ຢູ່ຫ້ອງເກັບເຄື່ອງຂອງທໍານຽບຂາວ.

ກະຊວງຍຸຕິທໍາຂອງສະຫະລັດກ່າວວ່າ ທະນາຍຄວາມຂອງທ່ານທຣໍາ ໄດ້ສັ່ງຫ້າມບໍ່ໃຫ້ເຈົ້າໜ້າທີ່ຂອງລັດຖະບານ ກວດ​ເບິ່ງ​ຂ້າງ​ໃນ​ຂອງແກັດຕ່າງໆຢູ່ໃນຫ້ອງເກັບເຄື່ອງ ເພື່ອຢືນຢັນວ່າບໍ່ມີເອກະສານລັບໃດໆຢູ່ທີ່ນັ້ນແລ້ວ.

ສອງເດືອນຕໍ່ມາ, ອົງການ FBI ໄດ້ອອກໝາຍຄົ້ນຢູ່ທີ່ສະຖານທີ່ດັ່ງກ່າວ, ໂດຍ ຢຶດໄດ້ 33 ແກັດ ທີ່ບັນຈຸເອກະສານລັບຫຼາຍກວ່າ 100 ສະບັບ ລວມທັງເອກະສານທີ່ມີຄວາມລັບສູງສຸດຂອງປະເທດ.

ກະຊວງຍຸຕິທໍາກ່າວວ່າ ເຈົ້າໜ້າທີ່ຄົ້ນພົບເອກະສານລັບບາງສະບັບໃນລີ້ນຊັກຂອງຫ້ອງເຮັດວຽກຢູ່ທີ່ເຮືອນພັກຕາກອາກາດຂອງທ່ານທຣໍາໃນຊ່ວງຕົ້ນເດືອນສິງຫານີ້.

ພາຍໃຕ້ກົດໝາຍຂອງສະຫະລັດ, ຂໍ້ມູນຕ່າງໆກ່ຽວກັບປະທານາທິບໍດີແມ່ນຂອງລັດຖະບານ ແລະຕ້ອງໄດ້ສົ່ງຄືນໃຫ້ສູນເກັບກໍາຂໍ້ມູນແຫ່ງຊາດເມື່ອສິ້ນສຸດການປະຕີບັດງານໃນຊ່ວງສຸດທ້າຍຂອງການດໍາລົງຕໍາແໜ່ງ. ທ່ານທຣໍາ ອອກຈາກ ຕໍາແໜ່ງໃນເດືອນມັງກອນ ປີ 2021.

ທ່ານທຣໍາ ໄດ້ຕໍາໜິຕໍ່ການກວດຄົ້ນໃນເດືອນສິງຫານີ້ວ່າ ເປັນການກະທໍາ ທີ່ບໍ່ ຈໍາເປັນ ແລະບໍ່ເຄີຍມີມາກ່ອນ, ໂດຍທ່ານກ່າວວ່າ ທ່ານຖືກດໍາເນີນການໂດຍໜ່ວຍງານຂອງລັດຖະບານ. ທະນາຍຄວາມຂອງທ່ານທຣໍາ ໄດ້ຮ້ອງຂໍໃຫ້ຜູ້ພິ ພາກສາຂອງລັດຖະບານກາງ ແຕ່ງຕັ້ງຜູ້ຊ່ຽວຊານພິເສດ ເພື່ອກວດຄືນເອກະ ສານຕ່າງໆທີ່ຢຶດໄປນັ້ນ ລວມມີຂໍ້ມູນທີ່ເປັນຄວາມລັບພິເສດອື່ນໆຫຼືບໍ່.

ກະຊວງຍຸຕິທໍາໄດ້ກ່າວຢູ່ຖະແຫຼງການໃນວັນອັງຄານວານນີ້ວ່າ ທ່ານທຣໍາ ໄດ້ຮັບເວລາຢ່າງ​ພຽງ​ພໍ ໃນການປະຕິບັດຕາມການຮຽກຮ້ອງ ໃຫ້ທ່ານສົ່ງຄືນຂໍ້ມູນຕ່າງໆຂອງລັດຖະບານ, ແລະໜ່ວຍງານພິເສດຂອງກະຊວງກໍໄດ້ສໍາເລັດການ ດໍາເນີນງານເລືອກເຟັ້ນ ລາຍລະອຽດທັງຫຼາຍທີ່ເປັນສິດທິພິເສດອອກໄປແລ້ວ.

ຜູ້ພິພາກສາ ຈະພິຈາລະນາກ່ຽວກັບຄໍາຮຽກຮ້ອງຂອງທ່ານທຣໍາໃນການຮັບຟັງການພິຈາລະນາຄະດີ ທີ່ຈະມີຂຶ້ນໃນວັນພະຫັດມື້ອື່ນນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG