ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານ​ສູງ​ສຸດ​ ສຫລ ​ອະນຸ​ຍາດ​ໃຫ້ ​ລັດຖະບານ ປ. ​ທຣໍາ ຫ້າມອົບພະຍົບ ເຂົ້າປະເທດຊົ່ວຄາວ


ແມ່ຍິງຊີເຣຍຄົນນຶ່ງ ຜູ້ທີ່ເປັນໂຈດ ໃນການທ້າທາຍ ຂອງລັດຮາວາຍ ຕໍ່ການຫ້າມເຂົ້າປະເທດ ໂດຍລັດຖະບານ ປະທານາທິບໍດີທຣໍາ.
ແມ່ຍິງຊີເຣຍຄົນນຶ່ງ ຜູ້ທີ່ເປັນໂຈດ ໃນການທ້າທາຍ ຂອງລັດຮາວາຍ ຕໍ່ການຫ້າມເຂົ້າປະເທດ ໂດຍລັດຖະບານ ປະທານາທິບໍດີທຣໍາ.

ສານ​ສູງ​ສຸດ​ສະຫະລັດ​ໄດ້​ອອກ​ຄໍາ​ສັ່ງ​ຊົ່ວຄາວ ອະນຸ​ຍາດ​ໃຫ້​ລັດຖະບານປະທານາທິບໍ
ດີ​ທຣໍາ ຮັກສາ​ນະໂຍບາຍ​ທີ່ເຄັ່ງຄັດ ກ່ຽວ​ກັບ​ອົບ​ພະຍົບ ໂດຍ​ປະ​ໄວ້​ຊົ່ວຄາວ ການ​ຕັດ
ສິນ​ຂອງ​ສານ​ຊັ້ນຕົ້ນ ທີ່​ອະນຸຍາດ​ໃຫ້​ຮັບ​ເອົາອົບ​ພະຍົບຈຳນວນນຶ່ງ​ເຂົ້າມາ​ໃນ​ປະ​ເທດ
ຈົນ​ຮອດ​ວັນ​ອັງຄານ​ມື້ນີ້.

ຜູ້​ພິພາກສາ​ Anthony Kennedy ​ໄດ້​ອອກຄຳ​ສັ່ງ​ຊົ່ວຄາວ ​ໃນ​ວັນ​ຈັນ​ວານ​ນີ້ ແລະ​ໄດ້
​ຮ້ອງ​ຂໍ​ໃຫ້​ພວກ​ທີ່​ທ້າ​ທາຍ ກ່ຽວ​ກັບ​ການ​ຫ້າມ​ເຂົ້າປະ​ເທດ​ຂອງ​ພວກ​ອົບພະຍົບ ຍື່ນ​ຄຳ
ຮ້ອງ​ຕ່າງຫາກ​ພາຍ​ໃນ​ຕອນ​ທ່ຽງ​ຂອງ​ວັນ​ອັງຄານ​ມື້ນີ້.

ສານ​ອຸທອນ​ເຂດ 9 ​ໄດ້​ຕັດສິນ​ໃນສັບປະດາ​ແລ້ວນີ້ວ່າ ພວກ​ອົບ​ພະຍົບ​ໄດ້​ຮັບອະນຸ
ຍາດ​ໃຫ້​ເຂົ້າມາ​ໃນ​ສະຫະລັດ​ໄດ້ ຖ້າ​ອົງການ​ຕັ້ງຖິ່ນ​ຖານ​ໃໝ່ ຢູ່​ໃນ​ສະຫະລັດ​ໄດ້​ຕົກ
ລົງ​ ຮັບ​ເອົາ​ກໍລະນີ​ຂອງ​ພວກ​ເຂົາ​ເຈົ້າ ຊຶ່ງ​ອາດ​ຈະ​ຮວມທັງ​ ພວກ​ອົບ​ພະຍົບທັງ​ໝົດ
24,000 ຄົນ.

​ແຕ່​ກະຊວງ​ຍຸຕິ​ທຳ​ສະຫະລັດ ​ໄດ້​ທ້າ​ທາຍ​ວ່າ ການ​ຕັດສິນ​ທີ່​ຍື່ນ​ໄປ​ຫາ​ສານ​ສູງ​ສຸດ​ໃນ​
ວັນ​ຈັນ​ວານ​ນີ້ ​ໂດຍ​ເວົ້າວ່າ “ຈະ​ເປັນ​ການ​ລົບ​ກວນ​ ຕໍ່​ສະຖານະ​ພາບ​ ແລະ ລົບ​ກວນ
ການຈັດຕັ້ງປະຕິບັດຕໍ່ຂໍ້ກຳນົດວ່າດ້ວຍອົບພະຍົບ.”

ໄອຍະການສານສູງສຸດ ສະຫະລັດ ທ່ານ Anthony Kennedy ກ່າວລະຫວ່າງພິທີສາບານໂຕເຂົ້າຮັບຈຳແໜ່ງຂອງ ໄອຍະການ Neil Gorsuch.
ໄອຍະການສານສູງສຸດ ສະຫະລັດ ທ່ານ Anthony Kennedy ກ່າວລະຫວ່າງພິທີສາບານໂຕເຂົ້າຮັບຈຳແໜ່ງຂອງ ໄອຍະການ Neil Gorsuch.

ການ​ຍື່ນ​ດັ່ງກ່າວນີ້ ​ແມ່ນ​ການ​ປ່ຽນ​ແປງ​ຫລ້າ​ສຸດ ​ໃນ​ການ​ຕໍ່ສູ້​ທາງ​ດ້ານ​ກົດໝາຍ ທີ່​
ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ກ່ຽວ​ກັບ​ດຳລັດ​ຂອງ​ປະທານາທິບໍດີ​ທຣຳ ສະບັບວັນ​ທີ 6 ມີນາທີ່​
ຫ້າມ​ພວກ​ເດີນທາງ​ຈາກ​ອີຣ່ານ ຊີ​ເຣຍ ລີ​ເບຍ ​ໂຊ​ມາ​ເລຍ ຊູ​ດານ ​ແລະ​ເຢ​ເມນ ບໍ່​ໃຫ້
​ເຂົ້າມາ​ໃນ​ສະຫະລັດ​ເປັນ​ເວລາ 90 ວັນ ຊຶ່​ງ​ເປັນ​ການ​ເຄື່ອນ​ໄຫວທີ່​ປະທານາທິບໍດີ
ທຣຳ ​ໂຕ້​ແຍ້​ງວ່າ ມີ​ຄວາມ​ຈຳ​ເປັນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ກໍ່​ການ​ຮ້າຍ​ໂຈມ​ຕີ. ດຳລັດ​
ສະບັບ​ດຽວ​ກັນນີ້ ​ແມ່ນ​ຮວມທັງ​ການ​ຫ້າມ​ເປັນ​ເວລາ 120 ວັນ​ຕໍ່​ພວກ​ອົບ​ພະຍົບ.

ສານ​ຊັ້ນຕົ້ນ​ໄດ້​ຂັດຂວາງ​ຕໍ່​ຂໍ້​ຫ້າມ​ທັງ​ທັງ ​ແຕ່​ໃນ​ເດືອນ​ມິ​ຖຸນາ ສານ​ສູງ​ສຸດ​ໄດ້​ອະນຸ
ຍາດ​ໃຫ້​ບາງ​ສ່ວນ​ຂອງ​ດຳ​ລັງ ມີ​ຜົນ​ໃຊ້​ໄດ້​ເປັນ​ການ​ຊົ່ວຄາວ. ຜູ້​ພິພາກສາກ່າວ​ວ່າ
ການ​ຫ້າມ​ດັ່ງກ່າວ​ນີ້ສາມາດ​ນຳ​ໃຊ້​ໄດ້​ຕໍ່​ພວກ​ຜູ້​ຄົນ​ທີ່​ບໍ່​ມີ​ຄວາມ​ສຳພັນ​ທີ່ແທ້​ຈິງ ກັບ​
ຜູ້​ຄົນ​ຫລື​ອົງການ​ຢູ່​ໃນ​ສະຫະລັດ ຊຶ່ງ​ໄດ້​ພາ​ໃຫ້​ມີ​ການ​ຟ້ອງ​ຮ້ອງ​ກ່ຽວກັບ​ຄວາມໝາຍ
ຂອງ​ຄຳ​ເວົ້າດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG