ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການເລືອກຄະນະຕຸລາການ ມີການຊັກຊ້າ ໃນການດຳເນີນຄະດີ ອະດີດຕຳຫຼວດ ທີ່ຖືກກ່າວຫາ ໃນຄະດີການຕາຍ ຂອງທ້າວຟລອຍດ໌


ພວກປະທ້ວງເດີນຂະບວນຢູ່ໃນນະຄອນມິນນິອາໂປລິສ ກ່ອນ
ການເລືອກຄະນະຕຸລາການ ເພື່ອດຳເນີນຄະດີ ອະດີດເຈົ້າໜ້າທີ່ຕຳຫຼວດ ທ່ານເດີເຣັກ ໂຊວິນ ຜູ້ທີ່ຖືກກ່າວຫາໃນການເສຍຊີວິດ
ຂອງຜູ້ຊາຍຜີວດຳ ທ້າວຈອຣ໌ຈ ຟລອຍດ໌ ວັນທີ 7 ມີນາ 2021.
ພວກປະທ້ວງເດີນຂະບວນຢູ່ໃນນະຄອນມິນນິອາໂປລິສ ກ່ອນ ການເລືອກຄະນະຕຸລາການ ເພື່ອດຳເນີນຄະດີ ອະດີດເຈົ້າໜ້າທີ່ຕຳຫຼວດ ທ່ານເດີເຣັກ ໂຊວິນ ຜູ້ທີ່ຖືກກ່າວຫາໃນການເສຍຊີວິດ ຂອງຜູ້ຊາຍຜີວດຳ ທ້າວຈອຣ໌ຈ ຟລອຍດ໌ ວັນທີ 7 ມີນາ 2021.

ການເລືອກເອົາຄະນະຕຸລາການໄດ້ມີການຊັກຊ້າໃນວັນຈັນວານນີ້ ຢູ່ເມືອງມິນນິອາໂປ
ລິສ ລັດມິນເນໂຊຕ້າ ໃນພາກກາງຂ້ອນໄປທາງທິດຕາເວັນຕົກຂອງສະຫະລັດ ໃນການ
ດຳເນີນຄະດີອະດີດເຈົ້າໜ້າທີ່ຕຳຫຼວດ ທ່ານເດີເຣັກ ໂຊວິນ ຜູ້ທີ່ຖືກກ່າວຫາໃນການ
ເສຍຊີວິດຂອງຜູ້ຊາຍຜີວດຳ ທ້າວຈອຣ໌ຈ ຟລອຍດ໌. ການປະເຊີນໜ້າ ໄດ້ພາໃຫ້ເກີດ
ການປະທ້ວງເປັນເວລາຫຼາຍເດືອນຢູ່ໃນທົ່ວໂລ ຕໍ່ຕ້ານການໃຊ້ສິດ ອຳນາດໄປໃນທາງ
ຜິດຂອງຕຳຫຼວດ ຕໍ່ບັນດາຊົນກຸ່ມນ້ອຍ.

ທ່ານໂຊວິນ ອາຍຸ 44 ປີ ຊຶ່ງເປັນຄົນຜິວຂາວ ປະເຊີນກັບຂໍ້ຫາຂ້າຄົນ ແລະຂ້າຄົນໂດຍ
ບໍ່ໄດ້ເຈດຕະນາໃນການເສຍຊີວິດເມື່ອເດືອນພຶດສະພາຂອງທ້າວຟລອຍດ໌ ອາຍຸ 46 ປີ
ຊຶ່ງເປັນຄົນຜິວດຳ. ທ້າວຟລອຍດ໌ ເສຍຊີວິດພາຍໃຕ້ການຄວບຄຸມຂອງຕຳຫຼວດ ຫຼັງຈາກ
ທ່ານໂຊວິນໄດ້ເອົາຫົວເຂົ່າໜີບໃສ່ຄໍ ທ້າວຟລອຍດ໌ ກວ່າ ເກົ້ານາທີ ເຖິງແມ່ນວ່າ ທ້າວ
ຟລອຍດ໌ ໄດ້ຮ້ອງອອກມາວ່າລາວຫາຍໃຈບໍ່ໄດ້.

ກ່ອນການເລືອກຄະນະຕຸລາການທີ່ຈະເລີ້ມຂຶ້ນໃນວັນຈັນວານນີ້ ທະນາຍຄວາມ ຕໍ່ສູ້ຄະ
ດີຂອງທ່ານໂຊວິນ ຄືທ່ານເອຣິກ ແນລສັນ ໄດ້ກ່າວວ່າທ່ານຈະຍື່ນຄຳຂໍ ຮ້ອງຕໍ່ສານສູງ
ສຸດລັດມິນເນໂຊຕ້າ ເພື່ອໃຫ້ທົບທວນການຕັດສິນຂອງສານຊັ້ນຕົ້ນ ທີ່ອອກໃນວັນສຸກ
ແລ້ວນີ້ ໂດຍຮຽກຮ້ອງໃຫ້ຜູ້ພິພາກສາທີ່ດຳເນີນຄະດີຄື ທ່ານປີເຕີ ຄາຮິລ ໃຫ້ພິຈາລະນາ
ຄືນໃໝ່ເພື່ອນຳການກ່າວຫາການຄາດຕະກຳລະດັບ 3 ກັບ ຄືນມາຕໍ່ທ່ານໂຊວັນ.

ທ່ານໂຊວິນ ໄດ້ປະເຊີນໜ້າຢູ່ໃນລະດັບສອງຂອງການຄາດຕະກຳຢູ່ແລ້ວ ແລະການຂ້າ
ຄົນໂດຍບໍ່ເຈດຕະນາ.

ດ້ວຍການເພີ້ມຂໍ້ກ່າວຫາ ທີ່ຍັງບໍ່ລົງລອຍກັນນັ້ນ ທ່ານຄາຮິລ ໄດ້ໂຈະຄະດີໄວ້ ຢ່າງໜ້ອຍ
ອີກນຶ່ງມື້ ແລະສົ່ງພວກທີ່ຈະເປັນຄະນະຕຸລາການ ກັບຄືນບ້ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG