ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະຕຸລາການ ຟັງຄວາມເຫັນ ທີ່ແຕກຕ່າງກັນ ຢ່າງກວ້າງຂວາງ ກ່ຽວກັບ ການຕາຍຂອງທ້າວ ຈອຣ໌ຈ ຟລອຍດ໌


ທະນາຍຄວາມຈຳເລີຍ ທ່ານ ເອຣິກ ແນລສັນ, ຊ້າຍ, ແລະ ອະດີດຕຳຫຼວດນະຄອນ ມິນເນອາໂປລິສ ທ້າວ ເດເຣັກ ໂຊວິນ ຟັງຜູ້ພິພາກສາເມືອງ ເຮັນເນພິນ ທ່ານ ປີເຕີ ເຄຮິລ, 29 ມີນາ, 2021.
ທະນາຍຄວາມຈຳເລີຍ ທ່ານ ເອຣິກ ແນລສັນ, ຊ້າຍ, ແລະ ອະດີດຕຳຫຼວດນະຄອນ ມິນເນອາໂປລິສ ທ້າວ ເດເຣັກ ໂຊວິນ ຟັງຜູ້ພິພາກສາເມືອງ ເຮັນເນພິນ ທ່ານ ປີເຕີ ເຄຮິລ, 29 ມີນາ, 2021.

ຄະນະຕຸລາການ ສະຫະລັດ ໃນການດຳເນີນຄະດີທີ່ໄດ້ຮັບຄວາມສົນໃຈຈາກສາທາລະນະຢ່າງຫຼວງຫຼາຍ ກ່ຽວກັບ ອະດີດຕຳຫຼວດຄົນຜິວຂາວທີ່ຖືກກ່າວຫາໃນການເສຍຊີວິດຂອງທ້າວ ຈອຣ໌ຈ ຟລອຍດ໌ ໄດ້ເບິ່ງວິດີໂອຂອງຜູ້ຊາວຄົນຜິວດຳອາຍຸ 46 ປີດັ່ງກ່າວອ້າປາກຫາຍໃຈ, ໃນຂະນະທີ່ການດຳເນີນຄະດີໄດ້ໄຂຂຶ້ນໃນວັນຈັນວານນີ້.

ວິທີໂອທີ່ຖືກເບິ່ງຢ່າງກວ້າງຂວາງ ກ່ຽວກັບ ທ້າວ ຟລອຍດ໌ ກຳລັງຕາຍໃນຂະນະທີ່ຖືກຕຳຫຼວດຄວບຄຸມຕົວເມື່ອປີກາຍນີ້ ໃນນະຄອນ ມິນເນອາໂປລິສ, ລັດ ມິນເນໂຊຕ້ານັ້ນ, ໄດ້ກໍ່ໃຫ້ເກີດການປະທ້ວງໃນທົ່ວໂລກ ເພື່ອຕໍ່ຕ້ານການລະເມີດຂອງຕຳຫຼວດຕໍ່ຊົນກຸ່ມນ້ອຍ.

ບັນດາຕຸລາການໄດ້ເບິ່ງວິດີໂອໃນຂະນະທີ່ອະດີດເຈົ້າໜ້າທີ່ຕຳຫຼວດນະຄອນ ມິນເນອາໂປລິສ ທ້າວ ເດເຣັກ ໂຊວິນ ໄດ້ກົດທ້າວ ຟລອຍດ໌ ໃສ່ພື້ນຫົນທາງດົນກວ່າ 9 ນາທີ, ໃນເວລາທີ່ທ້າວ
ຟລອຍດ໌ ໄດ້ກ່າວຢ່າງຊໍ້າແລ້ວຊໍ້າອີກວ່າລາວຫາຍໃຈບໍ່ໄດ້. ຜູ້ທີ່ເຫັນເຫດການໃນວິດີໂອໄດ້ໃສ່ທ້າວ ໂຊວິນ ຫຼາຍຄັ້ງໃຫ້ອອກຈາກທ້າວ ຟລອຍດ໌.

ທັງຜູ້ຟ້ອງຮ້ອງ ແລະ ຈຳເລີຍໄດ້ໃຫ້ປາກຄຳຂອງເຂົາເຈົ້າໃນຕອນເລີ່ມຕົ້ນຂອງການດຳເນີນຄະດີ ໃນວັນຈັນວານນີ້, ດ້ວຍການສະໜອງທັດສະນະຄະຕິທີ່ແຕກຕ່າງກັນຢ່າງຊັດເຈນ ກ່ຽວກັບ ທ້າວ ຟລອຍດ໌ ເສຍຊີວິດແນວໃດໃນລະຫວ່າງ ການຖືກຄວບຄຸມຕົວນັ້ນ.

ໄອຍະການປະຈຳລັດ ທ່ານ ເຈີຣີ ແບລັກແວລ໌ (Jerry Balckwell) ໄດ້ກ່າວຫາທ້າວ ໂຊວິນ, ໃນການດຳເນີນຄະດີນັ້ນສຳລັບການຄາດຕະກຳ, ໃນການໃຊ້ກຳລັງ “ເກີນຂອບເຂດ ແລະ ບໍ່ມີເຫດ ຜົນ” ເວລາທີ່ລາວໄດ້ເຕັງຫົວເຂົ່າໃສ່ຄໍຂອງທ້າວ ຟລອຍດ໌ ຢູ່ຖະໜົນຂອງຕົວເມືອງ ຫຼັງຈາກເຈົ້າຂອງຮ້ານຂາຍເຄື່ອງທີ່ຢູ່ໃກ້ຄຽງໄດ້ກ່າວຫາທ້າວ ຟລອຍດ໌ ກ່ຽວກັບ ພະຍາຍາມໃຊ້ເງິນ ໃບ 20 ໂດລາປອມ ເພື່ອຊື້ຢາສູບ.

ທ່ານ ແບລັກແວລ໌ ໄດ້ກ່າວຕໍ່ສະມາຊິກ 12 ຄົນຂອງຄະນະຕຸລາການ ໃນການເລີ້ມການດຳເນີນຄະດີຂອງນະຄອນ ມິນເນອາໂປລິສ ວ່າອະດີດເຈົ້າໜ້າທີ່ຕຳຫຼວດນັ້ນ “ໄດ້ລະເມີດອຳນາດຂອງລາວ” ໃນເຫດການດັ່ງກ່າວ.

ທ່ານ ແບລັກແວລ໌ ໄດ້ກ່າວ ກ່ຽວກັບ ທ້າວ ຟລອຍດ໌ ວ່າ “ລາວປ້ອງກັນຕົວບໍ່ໄດ້” ແລະ “ລາວກໍບໍ່ໄດ້ຂັດຂືນ.”

ແຕ່ທະນາຍຄວາມຂອງຈຳເລີຍ ທ່ານ ເອຣິກ ແນລສັນ ໄດ້ຕອບໂຕ້ໃນການໃຫ້ການຂອງລາວວ່າ “ທ້າວ ເດເຣັກ ໂຊວິນ ໄດ້ເຮັດຄືທີ່ລາວຖືກສອນໃຫ້ເຮັດໃນອາຊີບ 19 ປີຂອງລາວເພື່ອຄວບຄຸມທ້າວ ຟລອຍດ໌ ຫຼັງຈາກລາວໄດ້ຂັດ ຂືນການຈັບກຸມ.

ທ່ານ ແນລສັນ ໄດ້ກ່າວວ່າ ຫຼັກຖານທາງການແພດໃນຄະດີດັ່ງກ່າວ ຈະສະ ແດງໃຫ້ເຫັນວ່າ “ມັນບໍ່ມີສັນຍານຂອງການເຮັດໃຫ້ຫາຍໃຈບໍ່ອອກ” ດັ່ງທີ່ຄະນະຕຸລາການອ້າງວ່າໄດ້ຂ້າທ້າວ ຟລອຍດ໌ ຈາກການເຕັງຫົວເຂົ່າໃສ່ຄໍຂອງ ລາວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG