ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະຕຸລາການ ໄດ້ຖືກປົດຈາກໜ້າທີ່ ໃນຄະດີຄວາມການຂົ່ມຂືນ ​ຢູ່ສະພາແຫ່ງ​ຊາດຂອງ ອອສເຕຣເລຍ


ແຟ້ມພາບ - ທ່ານບຣູສ ເລີມານ, ກາງ, ເດີນທາງເຖິງສານສູງສຸດເຂດນະຄອນຫຼວງຂອງອອສເຕຣເລຍ ໃນນະຄອນແຄນເບີຣາ ຂອງອອສເຕຣເລຍ, ວັນທີ 4 ຕຸລາ 2022.
ແຟ້ມພາບ - ທ່ານບຣູສ ເລີມານ, ກາງ, ເດີນທາງເຖິງສານສູງສຸດເຂດນະຄອນຫຼວງຂອງອອສເຕຣເລຍ ໃນນະຄອນແຄນເບີຣາ ຂອງອອສເຕຣເລຍ, ວັນທີ 4 ຕຸລາ 2022.

ໃນວັນພະ​ຫັດມື້ນີ້ຜູ້ພິພາກສາໄດ້ປົດສະມາຊິກຄະ​ນະຕຸລາການຄົນນຶ່ງ ໃນຄະດີຄວາມທີ່ໄດ້ຮັບສົນໃຈສູງຂອງອະດີດທີ່ປຶກສາຂອງລັດຖະບານ ຜູ້ທີ່ຖືກກ່າວຫາວ່າ ໄດ້ຂົ່ມຂືນເພື່ອນຮ່ວມງານໃນສະພາແຫ່ງ​ຊາດຂອງ ອອສເຕຣເລຍ ຍ້ອນສະ​ມາ​ຊິກ​ຄະ​ນະຕຸລາການຄົນນີ້ ໄດ້ນຳເອົາເອກະສານຄົ້ນຄວ້າ ກ່ຽວກັບ ການລ່ວງ ລະເມີດທາງເພດເຂົ້າມາໃນຫ້ອງປະຊຸມຄະນະຕຸລາການ.

ຫົວໜ້າຕຸລາການເຂດນະຄອນຫຼວງຂອງ ອອສເຕຣເລຍ ທ່ານນາງ ລູຊີ ແມັກຄາລລຳ (Lucy McCallum) ໄດ້ກ່າວວ່າ ຕຸລາການຄົນນີ້ ໄດ້ດຳເນີນ ການຄົ້ນຄວ້າກ່ຽວກັບຄະດີດັ່ງກ່າວ ແລະໄດ້ນຳເອົາມັນເຂົ້າມາໃນຫ້ອງບ່ອນທີ່ ຄະນະຕຸລາການ 12 ຄົນ ກຳລັງພິຈາລະນາຕັດສິນຄະດີຢູ່ນັ້ນ.

“ຂ້າພະເຈົ້າໄດ້ຮັບຫລັກຖານທີ່ວ່າ ຢ່າງນ້ອຍຕຸລາການຄົນນຶ່ງ ໄດ້ມີເອກະສານ ການຄົ້ນຄວ້າທີ່ບໍ່ໄດ້ສະໜອງໃຫ້ແກ່ຄະນະຕຸລາການ ໃນລະຫວ່າງການດຳ ເນີນຄະດີ” ທ່ານນາງ ແມັກຄາລລຳ ໄດ້ກ່າວ.

ທ່ານນາງກ່າວຕື່ມວ່າ “ມັນເໜືອຄຳຖາມທີ່ວ່າການກະ​ທຳ​ຂອງຕຸລາການນັ້ນ ຈະ​ເຮັດ​ໃຫ້ການດຳເນີນຄະດີລົ້ມ​ແຫຼວ.” ເຈົ້າໜ້າທີ່ສານທ່ານນຶ່ງໄດ້ພົບເຫັນ ເອກະສານຄົ້ນຄວ້າດັ່ງກ່າວຢູ່ໃນຫ້ອງປະຊຸມເມື່ອຕອນແລງວັນພຸດວານນີ້. ຄະນະຕຸລາການຄວນຈະບັນລຸຄຳຕັດສິນຂອງຕົນດ້ວຍຫຼັກຖານທີ່ຖືກນຳສະເໜີເທົ່ານັ້ນ ໃນລະຫວ່າງການດຳເນີນຄະດີ ໄລຍະ 12 ວັນ.

ອະດີດທີ່ປຶກສາຂອງລັດຖະມົນຕີ ທ່ານ ບຣູສ ເລແມນ (Bruce Lehrmann) ອາຍຸ 27 ປີ ໄດ້ສາລະພາບວ່າ ບໍ່ຜິດ ໃນສານສູງສຸດເຂດນະຄອນຫຼວງຂອງ ອອສເຕຣເລຍ ຕໍ່ຂໍ້ກ່າວຫາການມີເພດສຳພັນໂດຍປາສະຈາກການຍິນຍອມໃນຫ້ອງການຂອງລັດຖະມົນຕີ ເມື່ອເດືອນມີນາ 2019 ຫຼັງຈາກທີ່ໄດ້ດື່ມເຫຼົ້າ ຢ່າງໜັກໃນຄືນນຶ່ງ. ທ່ານໄດ້ປະເຊີນກັບໂທດ​ຂັງຄຸກ 12 ປີ ຖ້າຖືກຕັດສິນວ່າ ມີຄວາມຜິດ.

ຜູ້ເຄາະຮ້າຍທີ່ໄດ້ກ່າວຫາຜູ້ກ່ຽວໃນເວລານັ້ນມີອາຍຸ 24 ປີ ເປັນເພື່ອນຮ່ວມ ງານລຸ້ນນ້ອງຊື່ວ່າ ນາງ ບຣິດນີ ຮິກກິນສ໌ (Brittany Higgins) ໄດ້ສະແດງ ປະຕິກິລິຍາຕໍ່ຂ່າວຂອງການດຳເນີນຄະດີທີ່ຜິດພາດ ດ້ວຍການກ່າວໂຈມຕີ ຢ່າງຮຸນແຮງຕໍ່ລະບົບຍຸຕິທຳ.

“ຂ້ອຍເລືອກທີ່ຈະເວົ້າອອກມາ. ເວົ້າອອກມາເພື່ອຕໍ່ຕ້ານການຂົ່ມຂືນ ເວົ້າອອກມາເພື່ອຕໍ່ຕ້ານຄວາມບໍ່ຍຸຕິທຳ ແລະເລົ່າປະສົບການຂອງຂ້ອຍໃຫ້ຄົນອື່ນໆຮູ້. ຂ້ອຍໄດ້ບອກຄວາມຈິງ ເຖິງແມ່ນວ່າມັນໄດ້ເຮັດໃຫ້ຂ້ອຍບໍ່ສະບາຍໃຈ ຫຼື ບໍ່​ເໝາະ​ສົມ​ຊ່ຳ​ໃດ​ຕໍ່ສານ” ນາງຮິກກິນສ໌ ໄດ້ກ່າວພ້ອມດ້ວຍນ້ຳຕາຕໍ່ບັນດານັກຂ່າວຢູ່ດ້ານນອກຂອງສານ.

ນາງກ່າວຕື່ມວ່າ “ຜົນຂອງມື້ນີ້ຈະບໍ່ປ່ຽນແປງຄວາມຈິງ. ແຕ່ຂ້ອຍກໍໄດ້ເວົ້າອອກ ມາແລ້ວ, ຂ້ອຍບໍ່ເຄີຍເຂົ້າໃຈຢ່າງເຕັມທີ່ເລີຍວ່າ ລະບົບຍຸຕິທຳທາງອາຍາແມ່ນ​ບໍ່​ມີ​ຄວາມ​ເປັນ​ທຳ​ແນວໃດ, ແຕ່ດຽວນີ້ຂ້ອຍເຂົ້າໃຈແລ້ວ.”

ອົງການຂ່າວເອພີ ຕາມປົກກະຕິແລ້ວ ຈະບໍ່ລະບຸຊື່ຂອງຜູ້ເຄາະຮ້າຍທີ່ຖືກ ລ່ວງລະເມີດທາງເພດ ແຕ່ນາງ ຮິກກິນສ໌ ໄດ້ເລືອກທີ່​ຈ​ະລະບຸໂຕລາວເອງ ໃນສື່ມວນຊົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG