ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

Jerry Sandusky ຖືກ ສານຕັດສິນວ່າ ມີຄວາມຜິດ (ວີດີໂອ)


ທ່ານ Jerry Sandusky ອະດີດຜູ້ຊ່ວຍຫົວໜ້າຝຶກກິລາຟຸດບອນ ຂອງມະຫາວິທະຍາໄລລັດ Pennsylvania ມີຄວາມຜິດໃນ 45 ຂອງຈໍານວນທັງໝົດ 48 ກະທົງກ່ຽວກັບການລວນລາມທາງເພດ.

ຄະນະ​ຕຸລາການ​ໄດ້​ພົບ​ເຫັນ​ວ່າ ອະດີດ​ຜູ້​ຊ່ວຍຫົວໜ້າ​ຝຶກ​ກິ​ລາ​ຟຸດ​ບອນ ທ່ານ Jerry
Sandusky ຂອງມະຫາວິທະຍາ​ໄລລັດ Pennsylvania ມີ​ຄວາມ​ຜິດ ​ໃນ 45 ຂອງຈໍາ​
ນວນ​ທັງໝົດ 48 ກະ​ທົງ ກ່ຽວ​ກັບ​ການ​ລວນ​ລາມ​ທາງ​ເພດ ​ຕໍ່​ພວກ​ເດັກນ້ອຍ 10 ຄົນ ​
ໃນ​ລະຍະ​ນຶ່ງທົດ​ສະຫວັດກວ່າໆ ​ທີ່​ຜ່ານ​ມາ.

ທ່ານ Sandusky ​ໄດ້​ຖືກ​ນໍາພາ​ຕົວ​ອອກ​ຈາກ​ສານ ທີ່​ເມືອງ Bellefonte ລັດ
Pennsylvania ​ໃນ​ຕອນ​ແລງ​ຂອງ​ວັນ​ສຸກວານ​ນີ້​ພ້ອມດ້ວຍການໃສ່​ກັບ​ມື​ແລະ​ນໍາຕົວ
​ໄປເຂົ້າ​ຄຸກ. ຄະນະ​ຕຸລາການ​ໄດ້ບັນລຸຄຳ​ຕັດສິນ ຫລັງ​ຈາກ​ໄດ້​ມີ​ການ​ພິ ຈາລະ​ນາ​ເປັນ​
ເວລາ 21 ຊົ່ວ​ໂມງ​.

ຄະນະ​ຕຸລາການ ​ໄດ້​ຟັງຄຳໃຫ້ການ​ເປັນ​ເວລາ 7 ວັນ ຮວມ​ທັງຄໍາ​ຖະ​ແຫລ​ງ ຂອງ
ພວກຜູ້​ຊາຍ 8 ​ໃນ​ຈຳນວນ 10 ຄົນທີ່​ອ້າງວ່າ​ໄດ້ເປັນ​ຕົກ​ເປັນ​ເຫຍື່ອຂອງ​ ທ່ານ
Sandusky ​ໃນ​ລະຍະ 15 ປີກວ່າ​ໆ​ຜ່ານ​ມານີ້.​ ທ່ານ Sandusky ທີ່ ມີອາຍຸ​ 68 ປີ
ບໍ່​ໄດ້​ໃຫ້ການເພື່ອ​ປ້ອງ​ກັນຕົນ​ເອງ. ຫຼັງຈາກ​ໄດ້​ມີ​ການ​ອອກ​ຄຳ​ຕັດສິນ​ແລ້ວ ທະນາຍ
ຄວາ​ມຂອງ​ທ່ານ Sandysky ຄືທ່ານ Joe Amendola ກ່າວຕໍ່​ພວກນັກ​ຂ່າວ​ວ່າ ​
ປະ​ກົດ​ວ່າລູກ​ຄວາມ​ຂອງ​ລາວ​ຮູ້ສຶກ​ຜິດ​ຫວັງ​ແລ​ະໂສກ​ເສົ້າຈິດ​ໃຈ​ວຸ້ນວາຍ.

ທ່ານ Amendola ກ່າວ​ວ່າ ທ່ານ Sandusky ບໍ່​ເຄີ​ຍພິຈາລະນາ​ວ່າ ຈະຮັບເອົາ
​ການຕົກລົງ​ວ່າໄດ້​ກະທຳ​ຄວາມຜິດ ​ແລະຍັງ​ສືບ​ຕໍ່​ຢືນ​ຢັດ​ວ່າ ທ່ານ​ບໍ່​ໄດ້​ມີ ຄວາມ​ຜິດ
​ມາ​ໂດຍຕະຫລອດ. ທ່ານ Amendola ກ່າວ​ວ່າ ​ເວລາການ​ປ້ອງຕໍ່ ສູ້​ຄະດີ​ຈະ​ດຳ​ເນີນ​
ໃນອັນ​ທີ່ຮອ້ງວ່າ “ການຂໍ​ອຸທອນ.”

ທະນາຍຄວາມ​ຂອງ​ລັດ Pennsylvania ທ່ານ​ນາງ Linda Kelly ກ່າວ​ຂອບ​ໃຈ​ຕໍ່ບັນ
ດາ​ພວກ​ເຄາະ​ຮ້າຍ ທີ່​ໄດ້​ໃຫ້ການ ​ໂດຍເວົ້າ​ວ່າ ​ເຂົາ​ເຈົ້າ​ໄດ້​ “ສະ​ແດງ​ຄວາມເຂັ້ມ​ແຂງ
​ແລະ​ຄວາມອາດ​ຫານ” ​ໃນ​ລະຍະ​ການ​ສືບສວນ.

ຝູງ​ຊົນ​ທີ່​ໜາ​ແໜ້ນ​ພາກັນ​ເຕົ້າໂຮ​ມ​ຢູ່​ຕີນຂັ້ນ​ໃດ​ຂອງ​ສານ ຮ້ອງ​ໂຮ ​ໃນຂະນະ​ທີ່​ພັນ​ລະ
​ຍາ​ຂອງ ທ່ານ Sandusky ຢ່າງ​ຜ່ານ​ອອກ​ໄປ ​ແລະ​ໂອບ​ກອດ​ ຜູ້​ສະ ໜັບສະ​ໜູນ​ສອງ
​ສາມ​ຄົນ. ​ອິງ​ຕາ​ມນະ​ໂຍບາຍຂອງການ​ຕັດສິນ​ແລ້ວ ທ່ານ Sandusky ປະ​ເຊີນກັບ​
ການຈຳຄຸກ​ຕະຫລອດ​ຊີວິດ.

XS
SM
MD
LG