ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຂອງກຸ່ມ ພຣາວບອຍສ໌ ​ຖືກ​ຕັດ​ສິນ​ລົງ​ໂທດ​ໃນ​ຂໍ້​ຫາ​ສົມ​ຮູ້​ຮ່ວມ​ຄິດ​ໃນ​ການ​ໂຈມ​ຕີຫໍລັດຖະສະພາສະຫະລັດ

ຫຼາຍ​ກວ່າ 500 ຄົນ​​ຮັບ​ສາລະພາບ​ວ່າ​ມີ​ຄວາມ​ຜິດ​ຕໍ່​ຂໍ້​ກ່າວ​ຫາ​ຂອງ​ລັດຖະບານ​ກາງ, ​ຫຼາຍ​ສິບ​ຄົນ​​ຖືກ​ຕັດສິນ​ລົງ​ໂທດ​ໃນຂໍ້ຫາພົວພັນກັບການ​ໂຈມ​ຕີ​ລັດຖະສະພາສະຫະລັດ ໃນ​ວໍ​ຊິງ​ຕັນ ​ວັນ​ທີ 6 ມັງກອນ 2021. FBI ກ່າວ​ວ່າ​ກຳລັງ​ຊອກ​ຫາ​ຂໍ້​ມູນ​ຂອງ​ອີກ 260 ຄົນ​ທີ່​ສົງ​ໄສ​ວ່າ​​ກໍ່​ຄວາມ​ຮຸນ​ແຮງ

ຄະນະຕຸລາການຂອງລັດຖະບານກາງໃນວໍຊິງຕັນໄດ້​ພົບ​ວ່າ ອະດີດຜູ້ນໍາຂອງກຸ່ມຂວາຈັດ ພຣາວບອຍສ໌ (Proud Boys) ແລະ ອີກສາມຄົນ ມີ​ຄວາມ​ຜິດໃນຂໍ້ຫາສົມຮູ້ຮ່ວມຄິດທີ່ຮ້າຍແຮງ ຈາກບົດບາດຂອງພວກເຂົາໃນການປິດລ້ອມຫໍລັດຖະສະພາສະຫະລັດ ໃນວັນທີ 6 ມັງກອນ 2021.

ອະດີດປະທານ ຂອງ​ກຸ່ມ​ພ​ຣາວບອຍ​ສ໌ (Proud Boys), ທ້າ​ວ​ ເອັນ​ຣິເກ ທາ​ຣິ​ໂອ (Enrique Tarrio) ແລະຜູ້ນຳໃນພາກພື້ນ ທ້າວ ໂຈ ບິກສ໌ (Joe Biggs), ທ້າວ ເອຕານ ນໍດີນ (Ethan Nordean) ແລະ ທ້າວ ແຈັກ ແຣລ (Zach Rehl) ຖືກຕັດສິນວ່າ ມີຄວາມຜິດ ໃນວັນພະຫັດວານນີ້ ໃນການສົມຮູ້ຮ່ວມຄິດເພື່ອຂັດຂວາງລັດຖະສະພາບໍ່ໃຫ້ຮັບຮອງໄຊຊະນະຂອງ ທ່ານໂຈ ໄບເດັນ ຊະ​ນະທ່ານ ດໍ​ໂນ​ລ ທຣຳ ໃນການເລືອກຕັ້ງປະທານາທິບໍດີປີ 2020.

ແຕ່ຄະນະຕຸລາການບໍ່ສາມາດຕັດສິນໃນຂໍ້ກ່າວຫາສົມຮູ້ຮ່ວມຄິດທັງ 2 ຄະດີ ຕໍ່ ​ທ້າວໂດ​ມີ​ນິກ ເປ​ໂຊ​ຣາ (Dominic Pezzola) ເຊິ່ງເປັນຈຳເລີຍທີ່ຫ້າໃນຄະດີນີ້.

ທ້າວ ເປໂຊຣາ (Pezzola) ແມ່ນອະດີດທະຫານມາຣີນ ແລະນັກມວຍ ທີ່ເຂົ້າຮ່ວມກຸ່ມພຣາວບອຍສ໌ (Proud Boys) ຫຼັງຈາກການເລືອກຕັ້ງປີ 2020 ແຕ່ບໍ່ໄດ້ຢູ່ໃນຕຳແໜ່ງຜູ້ນຳ.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG