ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະຕຸລາການ ໄດ້ຕັດສິນວ່າ ທ້າວ Dylann Roof ຜິດ ທຸກຂໍ້ຫາ ຂອງການຄາດຕະກຳ ໃນໂບດ ຢູ່ ສຫລ

ຄວາມກຽດຊັງດ້ານຜິວພັນ ໄດ້ຜັກດັນ ໃຫ້ທ້າວ Dylann Roof ຜູ້ທີ່ສາບານຕົນ ເປັນກຸ່ມຊາວຜິວຂາວ ຈຳແນກຜິວພັນ ທີ່ເຫັນໄດ້ໃນຮູບຖ່າຍນີ້ ເມື່ອເດືອນມິຖຸນາ ປີ 2015, ໃຫ້ສັງຫານເກົ້າຄົນ ຢູ່ທີ່ໂບດຂອງຊາວຜິວດຳໃນເມືອງ Charleston, ລັດ South Carolina ເມື່ອປີກາຍນີ້.

ຕຸລາການ ຢູ່​ລັດ South Carolina ​ໄດ້​ພົບ​ເຫັນ​ ຜູ້​ທີ່ສາບານຕົນ ເປັນກຸ່ມຊາວຜິວຂາວ ຈຳແນກຜິວພັນ ມີ​ຄວາມ​ຜິດ​ຕໍ່​ຄວາມກຽດ​ຊັງ​ໃນ​ສານ​ລັດຖະບານ​ກາງ ​ຂອງການ​ຍິງ​ສັງຫານສະມາຊິກຂອງ​ໂບດ ເກົ້າ​ຄົນທີ່​ເປັນ​ຄົນ​ຜິວ​ດຳ ຢູ່ໂບດ​ປະຫວັດສາດ​ໃນ​ເມືອງ Charleston ​ໃນ​ປີແລ້ວ​ນີ້.

ທ້າວ Dylann Roof ອາຍຸ 22 ປີ​ຍັງ​ໄດ້​ພົບ​ເຫັນ​ວ່າ ​ມີ​ຄວາມ​ຜິດ​ໃນ​ການ​ລົບ​ກວນ​
ການ​ປະ​ຕິ​ບັດ​ທາງ​ສາສະໜາ ຕໍ່​ພວກ​ທີ່​ລາວ​ໄດ້​ຍິງ​ ລະຫວ່າງ​ການ​ຮຽນ​ຄຳ​ພີ ຢູ່​ທີ່ໂບດ Emanuel African Methodist Episcopal ​ໃນ​ວັນ​ທີ 17 ​ເດືອນ ມິຖຸນາ ປີ 2015. ຄະນະ​ຕຸລາການໄດ້​ລົງ​ຄວາມ​ເຫັນ​ໜ້ອຍ​ກວ່າ ​ສອງ​ຊົ່ວ​ໂມງ ຫລັງ​ຈາກ​ຫົກ​ມື້ ​ຂອງ
​ການ​ໃຫ້ການ. ທ້າວ Roof ບໍ່​ໄດ້​ສ​ະ​ແດ​ງຄວາ​ມໂສກ ​ເສົ້າ​ ເສຍໃຈ ​ອອກ​ມາເລີຍ ​ໃນ​ຂະນະ​ທີ່​ອ່ານ​ການ​ກ່າວ​ຫາ.

ບັນດາພວກຜູ້ໄວ້ທຸກ ລໍຖ້າເຂົ້າແຖວ ເພື່ອເຂົ້າຮ່ວມພິທີສົ່ງສະການ ຂອງນາງ Cynthia Hurd, ລວມອາຍຸໄດ້ 54 ປີ, ຢູ່ທີ່ໂບດ Emanuel African Methodist Episcopal ໃນເມືອງ Charleston, ລັດ South Carolina, ບ່ອນທີ່ນາງໄດ້ຖືກຂ້າຕາຍ ລວມດ້ວຍອີກແປດຄົນ ໃນວັນທີ 17 ມິຖຸນາ, ພາບຖ່າຍເມື່ອວັນທີ 27 ມິຖຸນາ 2015.

ທ້າວ Roof ຈະ​ປະຊີນ​ໜ້າ​ກັບ​ຄະນະ​ຕຸລາການ​ດຽວ​ກັນ ​ໃນ​ວັນ​ທີ 3 ​ເດືອນ ມັງກອນ ລະຫວ່າງ​ຂັ້ນ​ຕອນ​ທີສອງ​ຂອງ​ການ​ດຳ​ເນີ​ຄະ​ດີ ທີ່​ຈະ​ຕັດສິນ​ໃຈ​ວ່າ ລາວ​ຈະ​ຖືກ​ລົງ​
ໂທດ​ປະຫານ​ຊີວິດ ຫລື ຈະ​ຕິດ​ຄຸກ​ຕະ​ຫລອດ​ຊີວິດ​ ປາດ​ສະ​ຈາກ​ການ​ຝາກ​ໂທດ.

​ໃນ​ການ​ໃຫ້ການ​ສາລະພາບ​ຕໍ່​ເຈົ້າ​ໜ້າ​ທີ່​ລັດຖະບານ​ກາງ FBI ມື​ປືນ​ໄດ້​ກ່າວ​ວ່າ ລາວ
​ໄດ້​ນຳ​ປະຕິບັດການ​ສັງຫານ ຫລັງ​ຈາກ​ໄດ້​ຄົ້ນ​ຄວ້າ​ຫາ “ຄົນ​ຜິວ​ດຳ​ທີ່ກະທຳ​ຄວາມ​ຜິດ
​ຕໍ່​ຄົນ​ຜີວ​ຂາວ”
ຢູ່​ໃນ​ອິນ​ເຕີ​ແນັດ. ຢູ່​ໃນ​ບັນທຶກສຽງ​ອັນ​ຍາວ​ຂອງ​ການດຳ​ເນີນ​ຄະດີ
ທ້າວ​ Roof ​ໄດ້​ກ່າວ​ຕໍ່​ເຈົ້າ​ໜ້າ​ທີ່ FBI ວ່າ ລາວ​ໄດ້​ເລືອກ​ເອົາໂບດ ​Mother Emanuel ​ເພາະວ່າ ​ເປັນ​ໂບດ​ປະຫວັດສາດ ​ທີ່ສຳຄັນ​ແກ່​ປະຊາ​ຄົມ​ຜິວ​ດຳ. ​ໂບດນີ້ ​ເປັນ​ບ່ອນ​
ເກົ່າ​ແກ່​ທີ່​ສຸດ​ຢູ່​ພາກໃຕ້ ​ແລະ​ຜູ້ກໍ່​ຕັ້ງ​ຄົນ​ນຶ່ງ ທ່ານ Denmark Vesey ​ໄດ້ນຳພາພວກ
ຂ້າ​ທາດ​ທຳການປະຕິວັດ ທີ່ລົ້ມແຫລວ ໃນ​ປີ 1822 ຊຶ່ງໄດ້ກົດດັນໃຫ້​ໂບດນີ້ ຕ້ອງໄດ້ ຫລົບລີ້ຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG