ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ​ທີ່​ແຕ່ງ​ຕັ້ງ​ໂດຍ​ທະ​ຫານ​ຂອງ​ໄນ​ເຈີ ໄປ​ຢ້ຽມ​ຢາມ​ຊາດ ຂະ​ນະ​ທີ່ ສ​ຫລ ແລະ ຣັດ​ເຊຍ ຮຽກ​ຮ້ອງ​ໃຫ້​ແກ້​ໄຂ​ບັນ​ຫາ​ ໂດຍ​ທາງການ​ທູດ


​ແຜນ​ທີ່​ໄນ​ເຈີ, ຊາດ, ໄນ​ຈີ​ເຣຍ ແລະ​ກາ​ເມ​ຣູນ
​ແຜນ​ທີ່​ໄນ​ເຈີ, ຊາດ, ໄນ​ຈີ​ເຣຍ ແລະ​ກາ​ເມ​ຣູນ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ​ພວກ​ທະ​ຫານ​ໄນ​ເຈີ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຊາດ ຊຶ່ງ​ເປັນ​ປະ​ເທດ​ເພື່ອນ​ບ້ານ ແບບ​ບໍ່​ມີ​ການ​ປະ​ກາດ​ລ່ວງ​ໜ້າ ໃນ​ວັນ​ອັງ​ຄານ​ວານນີ້ ຂະ​ນະ​ທີ່​ບັນ​ດາ​ປະ​ເທດ​ໃນ​ເຂດ​ອ​າ​ຟ​ຣິ​ກາ​ຕ​າ​ເວັນ​ຕົກ ​ມີ​ກຳ​ນົດ ​ ​ເປີດ​ການ​ເຈ​ລະ​ຈາພິ​ຈາ​ລະ​ນາ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ແຊກ​ແຊງ​ທາງ​ທະ​ຫານ​ເພື່ອ​ຕ່າວ​ປີ້​ນ​ການ​ເຮັດ​ລັດ​ຖະ​ປະ​ຫານ​ຢູ່​ໃນ​ປະ​ເທດ​ຂອງ​ທ່ານ ຊຶ່ງ​ສະ​ຫະ​ລັດ​ແລະ​ຣັດ​ເຊຍ​ໄດ້​ຮຽກ​ຮ້ອງ​ໃຫ້​ແກ້​ໄຂ​ທາ​ດ້ານ​ການ​ທູດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

ທ່ານ​ອາ​ລີ ມ​ະ​ຫາ​ແມນ ລາ​ມີນ ເຊນ (Ali Mahaman Lazine Zeine) ​ຊຶ່ງ​ເປັນ​ພົນ​ລະ​ເຮືອນ ​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ໂດຍ​ພວກ​ທະ​ຫານປົກ​ຄອງ​ປະ​ເທດ ທີ່​ໄດ້​ໂຄ່ນປະ​ທາ​ນາ​ທິ​ບໍ​ດີ​ໂມ​ຮາ​ເໝັດ ບາ​ຊູມ ເມື່ອ​ວັນ​ທີ 26 ກໍ​ລະ​ກົດ ໄດ້​ເດີນ​ທາງ​ໄປ​ເຖິງ​ປ​ະ​ເທດ​ຊາດ ເພື່ອ “ຢ້ຽມ​ຢາມ​ແລະ​ເຮັດ​ວຽກ​ໄປ​ພ້ອມ” ອີງ​ຕາມ​ຄຳ​ເວົ້າ​ຂອງ​ລັດ​ຖ​ະ​ບານ​ຊາດ ທີ່​ຂຽນ​ລົງ​ໃນ​ເຟ​ສ​ບຸກ.

ຢູ່​ໃນ​ຖ​ະ​ແຫຼງ​ການ​ ທີ່​ນຳ​ອອກ​ເຜີຍ​ແຜ່ ​ຫຼັງ​ຈາກ​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຊາດ​ ທ່ານ​ມະ​ຫາ​ໝັດ ໄອ​ດ​ຣິ​ສ ເດ​ບີ ອິດ​ໂນ ທ່ານ​ເຊນ​ກ່າວ​ວ່າ ທ່ານ​ໄດ້​ນຳ​ເອົາ​ສານ “ໃນ​ການ​ເປັນ​ເພື່ອນ​ບ້ານ​ທີ່​ດີ​ແລະ​ພີ່​ນ້ອງ​ທາງ​ສາ​ສະ​ໜາ” ຈາກ​ຫົວ​ໜ້າ​ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ​ມາ​ໃຫ້.

“ພວກ​ເຮົາ​ພວມ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ຫັນ​ປ່ຽນ. ພວກ​ເຮົາ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເຂົ້າ​ແລະ​ອອກແລະ​ກ່າວ​ຢ້ຳ​ເຖິງ​ການ​ເປີດກວ້າງ​ຢູ່​ສະ​ເໝີ​ຂອງ​ພວກ​ເຮົາ ສຳ​ລັບ​ການ​ເຈ​ລະ​ຈາ​ກັບ​ທຸກ​ພັກ​ຝ່າຍ ແຕ່​ກໍ​ຢືນ​ຢັດ​ໃນ​ຄວາມ​ເປັນ​ເອກ​ກະ​ລາດ​ຂອງ​ປະ​ເທດ​ພວກ​ເຮົາ” ທ່າ​ນ​ໄດ້​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG