ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການປ່ອນ​ບັດ ​ຢູ່​ໄທ ​ໃນ​ເດືອນ​ກໍ​ລະ​ກົດ ຍັງ​ບໍ່ ​ແນ່ນອນເທື່ອ (ສະ​ໄລ​ດ໌/ວີດີໂອ)


thailandviolence15may14
please wait

No media source currently available

0:00 0:00:55 0:00

ເບິ່ງວີດີໂອເລື້ອງນີ້

ເຈົ້າ​ໜ້າ​ທີ່ກຳກັບ​ການ​ເລືອກ​ຕັ້ງ​ຂອງ​ໄທ ຮຽກຮ້ອງ​ໃຫ້​ເລື່ອນ
​ເວລາການ​ເລືອກ​ຕັ້ງໃນ​ເດືອນ​ກໍລະກົດ​ອອກ​ໄປ ຫຼັງ​ຈາກ​ປະ
ຊາຊົນ 3 ຄົນ​ເສຍ​ຊີວິດ ​ໃນ​ການ​ແກ​ວ່ງ​ລະ​ເບີ​ດມື ​ແລະ​ການ
​ຍິງ​ປືນ​ໂຈມ​ຕີ ພວກ​ປະ​ທ້ວງ​ຕໍ່ ຕ້ານລັດຖະບານ​ທີ່​ບາງກອກ
ໃນ​ຄືນ​ຜ່ານ​ມາ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ ປະຈຳສູນກາງຮັບມືກັບເຫດການສຸກ​ເສີນ​
ໃນ​ນະຄອນຫຼວງຂອງໄທ ກ່າວ​ວ່າ ການ​ໂຈມ​ຕີ​ໃນ​ວັນ​ພະຫັດ
​ມື້​ນີ້​ຍັງ​ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 22 ຄົນ​ດ້ວຍ.

ຄວາມ​ວຸ້ນວາຍ​ດັ່ງກ່າວ ມີ​ຂຶ້ນ​ໃນ​ເວລາ​ນຶ່ງ​ອາທິດ ຫຼັງ​ຈາກ​ສານ
​ລັດຖະທຳ​ມະນູນປົດ​ນາຍົກລັດຖະມົນຕີຍິ່ງລັກ ຊິນນະ​ວັດ​ອອກຈາກ​ຕຳ​ແໜ່​ງ​ໃນ​
ຂໍ້​ຫາ​ໃຊ້​ອຳນາດ​ເກີນ​ຂອບ​ເຂດ. ພວກ​ສະໜັບສະໜຸນ​ທ່ານ​ນາງໃຫ້​ຄຳ​ໝັ້ນ​ສັນຍາ
​ໄວ້​ວ່າ ຈະ​ປ້ອງ​ກັນ​ລັດຖະບານຊຶ່ງ​ຍັງເຮັດໜ້າທີ່ຕໍ່​ໄປ​ຢ່າງ​ຊ້າໆ​ເຖິງ​ແມ່ນໄດ້ມີການ​
ປົດ​ທ່ານ​ນາງ​ອອກ​ຈາກ​ຕຳ​ແໜ່​ງ​ແລ້ວ​ກໍ​ຕາມ.

ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ກຳລັງ​ຮຽກຮ້ອງ​ໃຫ້​ຍຸບ​ລັດຖະບານ​ຮັກສາການ​ຊົ່ວຄາວແລະສັບ​ປ່ຽນ​ດ້ວຍ​ສະພາ​ປົກຄອງ​ທີ່​ບໍ່​ໄດ້​ຖືກເລືອກ ​ຕັ້ງຈາກ​ປະຊາຊົນ ​
ເພື່ອ​ປົກຄອງ​ປະ​ເທດ ​ໃນ​ຂະນະ​ທີ່​ດຳ​ເນີນ​ການ​ປະຕິ​ຮູບ​ດ້ານ​ການ​ເມືອງ​ຕ່າງໆ.

ຢ່າງ​ໜ້ອຍ ມີປະຊາຊົນ 28 ຄົນ​ໄດ້​ເສຍ​ຊີວິດ​ຈາກ​ຄວາມ​ວຸ້ນວາຍ​ທີ່​ພົວພັນ​ກັບ​
ຄວາມ​ປັ່ນ​ປ່ວນ​ທາງ​ດ້ານ​ການ​ເມືອງ​ຂອງໄທ ຊຶ່ງ​ເຮັດ​ໃຫ້​ປະຊາຊົນ​ຫຼາຍ​ຮ້ອຍ​ຄົນ
​ຕື່ມ​ອີກ​ໄດ້​ຮັບ​ບາດ​ເຈັບ ຕັ້ງ​ແຕ່​ເດືອນ​ພະຈິກປີ​ແລ້ວ​ນີ້​ເປັນ​ຕົ້ນ​ມາ.
XS
SM
MD
LG