ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

​ຕໍາຫລວດ ສຫລ ກຽມພ້ອມຮັກສາ ​ຄວາມ​ປອດໄພໃນໄລຍະສະເຫລີມ ສະຫລອງບຸນ ວັນທີ 4 ກໍລະກົດ


​ຕໍາຫລວດນະຄອນນິວຢັອກກຽມລົດກວດກາໄປຈອດໄວ້ ທີ່ຖະໜົນ 34th ໃນນະຄອນ​ນີວຢອກເພື່ອຮັກສາຄວາມ
ປອດໄພໃນໄລຍະ ສະເຫລີມສະຫຼອງວັນເອກະລາດສະຫະລັດ ທີ 4 ກໍລະກົດ
​ຕໍາຫລວດນະຄອນນິວຢັອກກຽມລົດກວດກາໄປຈອດໄວ້ ທີ່ຖະໜົນ 34th ໃນນະຄອນ​ນີວຢອກເພື່ອຮັກສາຄວາມ ປອດໄພໃນໄລຍະ ສະເຫລີມສະຫຼອງວັນເອກະລາດສະຫະລັດ ທີ 4 ກໍລະກົດ

ໃນ​ຂະນະ​ທີ່​ບັນດາ​ຕົວ​ເມືອງ​ທັງຫລາຍ​ຢູ່​ທົ່ວ​ສະຫະລັດ ກະກຽມການສະ​ເຫລີ​ມສະ
ຫລອງ ​ເພື່ອ​ລະນຶກ​ເຖິງ​ວັນ​ປະກາດ​ເອກະລາດ​ຂອງ​ປະ​ເທດຢູ່​ນີ້ ກອງກໍາລັງ​ປະຕິ
ບັດກົດໝາຍ ຫລື​ຮັກສາ​ຄວາມ​ສະຫງົບ​ປະ​ຈໍາ​ທ້ອງ​ຖິ່ນ ​ແລະ​ເຈົ້າໜ້າທີ່​ລັດຖະບານ
​ກາງ​ ກໍກໍາລັງ​ເຮັດ​ວຽກຮ່ວມ​ກັນ​ເພື່ອ​ຮັບປະກັນ​ວ່າ ການ​ສະ​ເຫລີ​ມສະຫລອງ​ດັ່ງກ່າວ ຈະມີ​ຄວາມ​ປອດ​ໄພ.

​ຫລາຍ​ກວ່າ​ສາມ​ລ້ານ​ຄົນ ຄາດ​ວ່າ​ ຈະ​ພາກັນ​ຊົມການຍິງ​ບັ້ງໄຟ​ດອກ​ໃຫຍ່​ທີ່​ສຸດ​
ຂອງ​ຊາດ​ໃນ​ວັນ​ອັງຄານ​ມື້ນີ້ ຢູ່​ທີ່​ນະຄອນ​ນີວຢອກ. ​ເຖິງ​ແມ່ນ​ວ່າ ທາງການ​ຕໍາ
ຫລວດຂອງ​ນະຄອນ​ນີວຢອກ​ຈະ​ບໍ່​ໄດ້​ພົບເຫັນສິ່ງ​ທີ່​ເປັນ​ “ໄພ​ນາບຂູ່ທີ່ໜ້າ​ເຊື່ອຖື​ໄດ້​”
ວ່າ ​ຈະ​ມີ​ການ​ໂຈມ​ຕີ​ຢູ່​ໃນ​ໄລຍະ​ບຸນ​ຕ່າງໆ​ເຫລົ່ານີ້ ​ກໍ​ຕາມ ​ແຕ່ ທ່ານ Bill de Blasio
​ເຈົ້າ​ເມືອງ​ນີວຢອກກໍເວົ້າວ່າ ຈະ​ມີ​ການ​ດໍາ​ເນີນການ​ຕ້ານ​ການກໍ່ການ​ຮ້າຍ ​ແລະ​ວ່າ​ຈ້າງ
“​ເຈົ້າໜ້າທີ່​ຕໍາຫລວດ​ທີ່​ມີ​ການ​ປະກອບ​ອາວຸດ ​ເປັນ​ຢ່າງ​ດີ” ກຸ່ມ​ອື່ນ​ອີກນຳ.

​ສ່ວນຢູ່ນະຄອນ​ວໍ​ຊິງ​ຕັນນີ້ ​ກໍ​ຄາດ​ວ່າ​ ຈະ​ມີ​ຄົນ​ຫລາຍໆພັນ​ຄົນ ເຂົ້າຮ່ວມ​ງານສະຫລອງ
ວັນ​ບຸນນີ້ ຊຶ່ງ​ລວມມີການ​ຍິງ​ບັ້ງໄຟ​ດອກ ​ແລະ​ການສະ​ແດງ​ດົນຕີ ທີ່ບໍລິເວນ​ຫ້ອງການ​ຂອງລັດຖະສະພາສະຫະລັດ. ທ່ານ Peter Newsham ຫົວໜ້າ ຕໍາຫລວດ​ປະ​ຈໍາ​ເຂດ
​ນະຄອນ​ວໍ​ຊິງ​ຕັນ​ດີ​ຊີ​ເວົ້າ​ໃນ​ອາທິດ ຜ່ານ​ມາ​ວ່າ ບໍ່ມີໄພ​ນາບ​ຂູ່​ໃດໆ ຕໍ່ງານ​ບຸນ​ດັ່ງກ່າວ ​ແຕ່​ວ່າ​ຈະ​ມີ​ “ການ​ປະກອບ​ກໍາລັງ​ຢ່າງ​ເຕັມ​ສ່ວນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG