ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະ​ກຳ​ມະ​ການ ຕຸ​ລາ​ການ ໃກ້​ຈະ​ລົງ​ຄະ​ແນນ​ສຽງ ເພື່ອ​ຟ້ອງ​ຮ້ອງ ທ່ານ ທ​ຣຳ


ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕຸ​ລາການ​ສະ​ພາ​ຕ່ຳ ທ່ານ ເຈີ​ໂຣ​ລ ແນດ​ເລີ, ຊ້າຍ, ກັບ ສະ​ມາ​ຊິກສະ​ພາ​ຕ່ຳ ທ່ານ ດັກ ຄອ​ລລິນ​ສ໌, ຂວາ ສົນ​ທະ​ນາ​ກັນ. ລັດ​ຖະ​ສ​ະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ. 11 ທັນ​ວາ, 2019.
ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕຸ​ລາການ​ສະ​ພາ​ຕ່ຳ ທ່ານ ເຈີ​ໂຣ​ລ ແນດ​ເລີ, ຊ້າຍ, ກັບ ສະ​ມາ​ຊິກສະ​ພາ​ຕ່ຳ ທ່ານ ດັກ ຄອ​ລລິນ​ສ໌, ຂວາ ສົນ​ທະ​ນາ​ກັນ. ລັດ​ຖະ​ສ​ະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ. 11 ທັນ​ວາ, 2019.

ຄະ​ນະ​ກຳ​ມະ​ການ ຕຸ​ລາ​ການ ສະ​ພາ​ຕ່ຳ ສະ​ຫະ​ລັດ ຄ​າດ​ວ່າ ​ຈ​ະ​ໃຫ້​ການ​ອະ​ນຸມັດ​ຕໍ່ມາດ​ຕາ​ຕ່າງໆ ​ໃນການ​ຟ້ອງ​ຮ້ອງ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄວສຸດ​ແມ່ນ​ວັນ​ພະ​ຫັດ​ມື້ນີ້, ໃນ​ຂະ​ນະ​ທີ່​ພັກ​ເດ​ໂມ​ແຄ​ຣັດທີ່​ມີ​ສຽງ​ສ່ວນຫຼາຍ​ໄດ້​ທຳ​ການ​ຜັກ​ດັນ​ເພື່ອ​ລົງ​ໂທດ​ຜູ້​ນຳ​ທີ່​ເຂົາ​ເຈົ້າ​ເວົ້າ​ວ່າ​ໄດ້​ລະ​ເມີດ​ອຳ​ນາດ​ຂອງ​ທ່ານ ໃນ​ຂະ​ນະ​ທີ່​ພັກ​ຣີ​ພັບ​ບ​ລີ​ກັນ​ໄດ້​ວິ​ພາກວິ​ຈານ​ຂະ​ບວນ​ການ​ທີ່​ວ່າ​ນັ້ນ​ວ່າ​ມີ​ຈຸດ​ປະ​ສົງ​ທາງ​ການ​ເມືອງ ແລະ ຂາດຫຼັກ​ຖານ.

ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ​ໄດ້​ໃຊ້​ຄ່ຳ​ຄືນ​ຂອງວັນ​ພຸດ​ວານນີ້ ອ​ະ​ພິ​ປາຍ​ມາດ​ຕາ​ຕ່າງໆ, ເຊິ່ງ​ກ່າວ​ຫາ​ທ່ານ ທ​ຣຳ ກ່ຽວ​ກັບ ການ​ລະ​ເມີດ​ຕຳ​ແໜ່ງ​ຂອງ​ທ່ານ​ດ້ວຍ​ການ​ຂໍ​ໃຫ້​ລັດ​ຖະ​ບານ​ຕ່າງ​ປະ​ເທດ ເຊັ່ນ ຢູ​ເຄ​ຣນ ແຊກ​ແຊງ​ການ​ເລືອກ​ຕັ້ງ​ປີ 2020 ແລະ ກ່ຽວ​ກັບ ການ​ຂັດ​ຂວາງ​ລັດ​ຖະ​ສະ​ພາ​ດ້ວຍ​ການ​ສັ່ງລັດ​ຖະ​ບານ​ຂອງ​ທ່ານບໍ່​ໃຫ້ສົນ​ໃຈ​ກັບ​ໝາຍຮຽກ​ຕົວ ​ໃນ​ຂະ​ນະ​ທີ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສືບ​ສວນ​ການ​ກະ​ທຳ​ຂອງ​ທ່ານຢູ່.

ການ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ​ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ສືບ​ຕໍ່​ໃນ​ວັນ​ພະ​ຫັດ​ມື້ນີ້ ກ່ອນ​ຄະ​ນະ​ກຳ​ມະ​ການ​ຈະ​ຈັດ​ການ​ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ​ວ່າ ​ຈະ​ສົ່ງ​ບັນ​ຫາ​ດັ່ງ​ກ່າວ​ຫາ​ສະ​ພາ​ຕ່ຳ​ຄົບ​ຄະ​ນະຫຼືບໍ່.

ທ່ານ ທ​ຣຳ ໄດ້​ປະ​ຕິ​ເສດ​ການ​ກະ​ທຳ​ຜິດ. ທ່ານ​ໄດ້​ອ້າງ​ເຖິງ​ການ​ສົນ​ທະ​ນາ​ຂອງ​ທ່ານ ກັບ​ຜູ້​ນຳ​ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດິ​ເມຍ ເຊ​ເລັນ​ສ​ກີ ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກວ່າ “ສົມ​ບູນ”, ແລະ ໄດ້​ກ່າວ​ວ່າຖະ​ແຫຼງ​ການ​ຕ່າງໆ​ຈາກ​ທ່ານ ເຊ​ເລັນ​ສ​ກີ ແລະ ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ຄົນ​ອື່ນໆ​ໄດ້​ຢືນ​ຢັນ​ເຖິງ​ຄວາມ​ບໍ​ລິ​ສຸດ​ຂອງ​ທ່ານ.

ຈຸດ​ເພັ່ງ​ເລັງ​ຂອງ​ການ​ກ່າວ​ຫາ​ດັ່ງ​ກ່າວ​ກໍ​ແມ່ນ​ວ່າ ທ່​ານ ທ​ຣຳ ໄດ້​ກົດ​ດັນ ຢູ​ເຄ​ຣນ ດ້ວຍ​ການ​ກັກ​ເງິນ​ຊ່ວຍ​ເຫຼືອ​ດ້ານ​ທະ​ຫານ 391 ລ້ານ​ໂດ​ລາ ໃນ​ຂະ​ນະ​ທີ່​ທ່ານ​ພະ​ຍາ​ຍາມ​ຂໍ​ຄຳ​ໝັ້ນ​ສັນ​ຍາ​ຈາກ​ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ເພື່ອ​ສືບ​ສວນ​ສອບ​ສວນ​ທ່ານ ໄບ​ເດັນ, ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ແລະ ນຶ່ງ​ໃນ​ຜູ້​ທີ່​ອາດ​ເປັນ​ຄູ່​ແຂ່ງ​ຂອງ​ທ່ານ ທ​ຣຳ ໃນ​ການ​ເລືອກ​ຕັ້ງ​ປີ 2020.

ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ທ່ານ ເຈີ​ຣີ ແນດ​ເລີ ໄດ້​ກ່າ​ວວ່າ “ເວ​ລາ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ສ້າງ​ຄວາມ​ອ່ອນ​ແອ​ໃຫ້​ພັນ​ທະ​ມິດ​ຜູ້​ນຶ່ງ ຜູ້​ທີ່​ໄດ້​ຍົກ​ລະ​ດັບ​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ປອດ​ໄພ​ຂອງ ອາ​ເມ​ຣິ​ກາ ດ້ວຍ​ການ​ຕໍ່​ສູ້​ກັບ​ສັດ​ຕູ​ຂອງ ອາ​ເມ​ຣີ​ກາ ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ນັ້ນ ​ຈະ​ເຮັດ​ໃຫ້ ອາ​ເມ​ຣິ​ກາ ອ່ອນ​ແອ​ລົງ. ແລະ ເມື່ອ​ປະ​ທາ​ນາ​ທິ​ບໍ​ດີ​ຮຽກ​ຮ້ອງ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ ໃຫ້​ສືບ​ສວນ​ຄູ່​ແຂ່ງ​ດ້ານ​ການ​ເມືອງ​ພາຍ​ໃນ​ປະ​ເທດ, ທ່ານ​ໄດ້​ສໍ້​ໂກງ​ການ​ເລືອກ​ຕັ້ງ​ຂອງ​ພວກ​ເຮົາ.”

ສະ​ມາ​ຊິ​ກ​ພັກ​ຣີ​ພັບ​ບ​ລີ​ກັນ​ລະ​ດັບ​ສູງ​ ໃນ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ, ເຊິ່ງ​ແມ່ນ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ທ່ານ ດັກ ຄອ​ລ​ລິນ​ສ໌, ໄດ້​ກ່າວ​ວ່າ ພັກ​ເດ​ໂມ​ແຄ​ຣັດ ຢາກ​ທີ່​ຈະ​ຟ້ອງ​ຮ້ອງ​ທ່ານ ທ​ຣຳ ຕັ້ງ​ແຕ່​ເວ​ລາ​ທີ່​ທ່ານ​ເຂົ້າ​ຮັບ​ຕຳ​ແໜ່ງແລ້ວ, ແລະ ວ່າ​ຂໍ້​ເທັດ​ຈິງ​ຂອງ​ຄະ​ດີ​ດັ່ງ​ກ່າວ​ ແມ່ນບໍ່​ສອດ​ຄ່ອງກັບ​ການ​ກ່າວ​ຫາ​ທີ່​ເຂົາ​ເຈົ້າ​ໄດ້​ນຳ​ສະ​ເໜີ.

ທ່ານ​ໄດ້​ກ່າວ​ວ່າ “ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ບໍ່​ໄດ້​ກໍ່​ຄວາມ​ຜິດ​ທາງ​ອາ​ຍາ​ໃດໆ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ໄດ້​ມີ​ຄວາມ​ສົງ​ໄສ​ມາ​ດົນ​ນ​ານ ກ່ຽວ​ກັບ ການ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ ແລະ ມີ​ຄວາມ​ເຊື່ອ​ຢ່າງ​ເລິກ​ເຊິ່ງວ່າ ຢູ​ເຄ​ຣນ ເປັ​ນ​ປະ​ເທດ​ທີ່​ສໍ້​ໂກງ, ແລະ ບໍ່​ແມ່ນ​ບ່ອນ​ທີ່​ດີ​ສຳ​ລັບ​ການ​ສົ່ງ​ເງິນ​ຂອງ​ຜູ້​ຈ່າຍ​ພາ​ສີ​ຊາວ ອາ​ເມ​ຣິ​ກັນ ໄປ.”

ເມື່ອ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ໄດ້​ຮັບ​ຮ​ອງ​ເອົາ​ມາດ​ຕະ​ການ​ຕ່າງໆ​ແລ້ວ, ສະ​ພາ​ຕ່ຳ​ຄົບ​ຄະ​ນະ​ພ້ອມ​ກັບ​ພັກ​ເດ​ໂມ​ແຄ​ຣັດ ທີ່​ມີ​ສຽງ​ສ່ວນຫຼາຍ​ນັ້ນ ຄາດ​ວ່າ​ຈະ​ລົງ​ຄະ​ແນນ​ສຽງ​ ​ໃນ​ອາ​ທິດ​ໜ້າ.

ບາດ​ກ້າວຂັ້ນ​ສຸດ​ທ້າຍ​ໃນ​ຂະ​ບວນ​ການ​ດັ່ງ​ກ່າວ​ ຈະ​ເປັນ​ການ​ດຳ​ເນີນ​ຄະ​ດີ​ໃນ​ສະ​ພາ​ສູງ​ທີ່​ມີ​ພັກ​ຣີ​ພັບ​ບ​ລີ​ກັນກຳ​ສຽງ​ສ່ວນຫຼາຍ, ເຊິ່ງ​ຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ທ່ານ ມິ​ຈ ແມັກ​ຄອນ​ແນ​ລ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ຈະ​ເກີດ​ຂຶ້ນ​ໃນ​ເດືອນ​ໜ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG