ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນແຫ່ງການພິພາກສາ: ບັນດາປະເທດໃນຢູໂຣບ ເລີ້ມການສືບສວນ ຂໍ້ຫາກໍ່ອາຊະຍາກຳສົງຄາມ ຂອງຣັດເຊຍ ໃນຢູເຄຣນ


ທະຫານຢູເຄຣນຄົນນຶ່ງຍ່າງຜ່ານສູນກາງໂລຈິສຕິກ ທີ່ກຳລັງຖືກໄຟເຜົາຜານແລະຄວັນໄຟພຸ່ງຂຶ້ນທ້ອງຟ້າຫຼັງຈາກຖືກຍິງດ້ວຍປືນໃຫຍ່ໃນນະຄອນຫຼວງກີຢິບ ຂອງຢູເຄຣນ ເມື່ອວັນທີ 3 ມີນາ 2022.
ທະຫານຢູເຄຣນຄົນນຶ່ງຍ່າງຜ່ານສູນກາງໂລຈິສຕິກ ທີ່ກຳລັງຖືກໄຟເຜົາຜານແລະຄວັນໄຟພຸ່ງຂຶ້ນທ້ອງຟ້າຫຼັງຈາກຖືກຍິງດ້ວຍປືນໃຫຍ່ໃນນະຄອນຫຼວງກີຢິບ ຂອງຢູເຄຣນ ເມື່ອວັນທີ 3 ມີນາ 2022.

ໃນຄຳປາໄສຜ່ານທາງວີໂດໂອທີ່ເຕັມໄປດ້ວຍອາລົມເມື່ອຕົ້ນອາທິດນີ້ ຜູ້ນຳຂອງ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສ໌ກີ ໄດ້ເນັ້ນໜັກເຖິງການຍິງປືນໃຫຍ່ຂອງ ຣັດເຊຍໂຈມ​ຕີ​ພົນລະເຮືອນທີ່ກຳລັງຫລົບໜີ ຈາກເມືອງຢູ່ນອກນະຄອນຫຼວງກີຢິບ ໂດຍກ່າວວ່າ ບໍ່ສາມາດທີ່ຈະໃຫ້ອະໄພໄດ້ ສຳລັບການຍິງໃສ່ພວກຄົນທີ່ບໍ່ໄດ້ຖືອາວຸດ.

ທ່ານກ່າວດ້ວຍນ້ຳສຽງສະເທືອນໃຈວ່າ “ແທນທີ່ຈະໃຫ້ອະໄພນັ້ນ ຈະຕ້ອງມີວັນແຫ່ງການພິພາ​ກສາ.”

ເຢຍຣະມັນແລະອັງກິດ ແມ່ນລວມຢູ່ໃນບັນດາປະເທດໃນຢູໂຣບ ທີ່ຕ້ອງການຮັບປະກັນໃຫ້ມີການພິພາກສາ ແລະກຳລັງຢູ່ໃນຂັ້ນຕອນຂອງການຈັດຕັ້ງໜ່ວຍງານອາຊະຍາກຳສົງຄາມ ເພື່ອເກັບ​ກຳຫຼັກຖານ​ສຳ​ລັບນຳມາໃຊ້ໃນການດຳເນີນຄະດີ ການກໍ່ອາຊະຍາກຳສົງຄາມ ຕາມທີຫຼັງ.

ບັນດາເຈົ້າໜ້າທີ່ຂອງຢູໂຣບ ກ່າວວ່າ ບັນຊີຂອງເຫດການຕ່າງໆ ແມ່ນໄດ້ຖືກເກັບກຳລວບລວມໄວ້ແລ້ວ ທ່າມກາງຄວາມຄຽດແຄນ ທີ່ເພີ້ມສູງຂຶ້ນຂອງນາໆຊາດກ່ຽວກັບການໂຈມຕີຕໍ່ພົນລະເຮືອນແລະພື້ນຖານໂຄງລ່າງທີ່ຈຳເປັນ. ເມື່ອ ມື້ວັນຈັນຜ່ານມານີ້ ສະຫະປະຊາຊາດ ໄດ້ບັນທຶກການເສຍຊີວິດຂອງພົນລະເຮືອນ 474 ຄົນ ແລະພົນລະເຮືອນທີ່ໄດ້ຮັບບາດເຈັບ 861 ຄົນ ຊຶ່ງເປັນຜົນໂດຍກົງຂອງບັນຫາຂັດແຍ້ງທີ່ໄດ້ກະຕຸ້ນໃຫ້ຣັດເຊຍບຸກໂຈມຕີຢູເຄຣນໃນວັນທີ 24 ກຸມພາ ນັ້ນ.

ແຕ່ອົງການສະຫະປະຊາຊາດ ແລະບັນດາເຈົ້າໜ້າທີ່ຂອງຢູເຄຣນ ກ່າວວ່າ ໂຕເລກຈຳນວນຂອງການເສຍຊີວິດ ອາດຈະສູງກວ່ານັ້ນຫຼາຍ.

ລັດຖະມົນຕີກະຊວງຍຸຕິທຳຂອງເຢຍຣະມັນ ທ່ານມາຣໂຄ ບຸສແມນ (Marco Bushmann) ໄດ້ກ່າວຕໍ່ ໜັງສືພິມເຢຍຣະມັນ ໃນວັນອັງຄານຜ່ານມານີ້ ວ່າໄອຍະການລັດຖະບານກາງຂອງປະເທດ ໄດ້ເລີ້ມເກັບກຳລວບລວມຫຼັກຖານການກໍ່ອາຊະຍາກຳສົງຄາມ ຂອງຣັດເຊຍ ຢູ່ໃນຢູເຄຣນ.

ທ່ານບຸສແມນ ກ່າວວ່າ ການໂຈມຕີ ຕໍ່ຢູເຄຣນຂອງຣັດເຊຍ ແມ່ນ “ເປັນການລະເມີດຂອງກົດໝາຍສາກົນຢ່າງຮ້າຍແຮງ ຊຶ່ງບໍ່ສາມາດມີສິ່ງໃດເປັນເຫດຜົນ ເໝາະສົມເລີຍ.” ທ່ານກ່າວຕື່ມວ່າ “ການລະເມີດຂອງກົດໝາຍອາຊະຍາກຳສາກົນຕ່າງໆ ທີ່ເປັນໄປໄດ້ນັ້ນ ຕ້ອງມີຄວາມສອດຄ້ອງ ໃນການດຳເນີນຄະດີ.”

ສຳນັກງານໄອຍະການຂອງສະເປນ ຍັງໄດ້ເປີດການສອບສວນ ໃນຄວາມເປັນໄປໄດ້ຂອງ “ການລະເມີດຢ່າງຮ້າຍແຮງ ຕໍ່ກົດໝາຍສາກົນດ້ານມະນຸດສະທຳ ໂດຍຣັດເຊຍ ຢູ່ໃນຢູເຄຣນ.” ເປົ້າໝາຍ ກໍແມ່ນວ່າ ເພື່ອ “ກຳນົດລັກສະນະໃນດ້ານອາຊະຍາກຳ” ໃນການບຸກລຸກຢູເຄຣນຂອງຣັດເຊຍ ອີງຕາມຖະແຫຼງການ ສະບັບນຶ່ງ ຂອງສຳນັກງານດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG