ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ພິພາກສາ ຂອງລັດຖະບານກາງສະຫະລັດ ເປີດເຜີຍຄໍາໃຫ້ການບາງສ່ວນ ຂອງອົງການ FBI


ໜ້າເອກະສານຈາກຄໍາໃຫ້ການຂອງອົງການ FBI ວາງຢູ່ບົນພື້ນຖານຂອງໝາຍຄົ້ນ ສໍາລັບບ້ານພັກຕາກອາກາດ ມາ-ອາ-ລາໂກ ຂອງອະດີດປະທານາທິບໍດີ ທ່ານດໍໂນລ ທຣໍາ, ພາບທີ່ຖືກຖ່າຍໄວ້ເມື່ອວັນທີ 13 ກັນຍາ 2022.
ໜ້າເອກະສານຈາກຄໍາໃຫ້ການຂອງອົງການ FBI ວາງຢູ່ບົນພື້ນຖານຂອງໝາຍຄົ້ນ ສໍາລັບບ້ານພັກຕາກອາກາດ ມາ-ອາ-ລາໂກ ຂອງອະດີດປະທານາທິບໍດີ ທ່ານດໍໂນລ ທຣໍາ, ພາບທີ່ຖືກຖ່າຍໄວ້ເມື່ອວັນທີ 13 ກັນຍາ 2022.

ຂໍ້ມູນໃໝ່ຈາກພາກສ່ວນທີ່​ຫາ​ກໍ​ມີ​ການ​ເປີດ​ເຜີຍ ຂອງບັນດາເອກະສານທາງກົດໝາຍ ທີ່ອົງການ FBI ໄດ້ຍື່ນ​ເພື່ອ​ໃຫ້ເຫດຜົນອັນເໝາະສົມຂອງພວກເຂົາເຈົ້າກ່ຽວກັບໝາຍຄົ້ນ​ບ້ານພັກຕາກອາກາດ ມາ-ອາ-ລາໂກ ຂອງອະດີດປະທານາທິ ບໍດີດໍໂນລ ທຣໍາ, ເຊິ່ງໄດ້ເປີດເຜີຍໃຫ້ເຫັນໝາຍຮຽກຂອງສານກ່ຽວກັບອົງການ​ຂອງ​ທ່ານທຣໍາ, ໂດຍໄດ້ຮ້ອງຂໍກ້ອງວົງຈອນປິດ ທີ່ຕິດຕັ້ງໄວ້ໃກ້ໆກັບບໍລິເວນຫ້ອງເກັບເຄື່ອງຂອງບ້ານພັກຕາກອາກາດ ເຊິ່ງເອກະສານທີ່ເປັນຄວາມລັບໄດ້ຖືກຈັດ, ບັນຈຸໄວ້ຢູ່ໃນແກັດຕ່າງໆ ແລະເຄີຍເກັບມ້ຽນໄວ້ທີ່ນີ້.

ຜູ້ພິພາກສາຂອງລັດຖະບານກາງສະຫະລັດ, ໃນວັນອັງຄານແລ້ວນີ້ ໄດ້ເປີດ ເຜີຍການເອກະສານບາງພາກສ່ວນທີ່​ຖືກ​ລຶບຂອງຈໍານວນເອກະສານທີ່ອົງການ FBI ໄດ້ສົ່ງເຂົ້າມາກ່ອນນັ້ນ ເພື່ອຂໍໝາຍສານໃນການກວດຄົ້ນ ອັນເປັນສ່ວນນຶ່ງໃນການດໍາເນີນງານສືບສວນກ່ຽວກັບເອກະສານລັບທີ່ທ່ານທຣໍາເກັບເອົາໄວ້ລຸນຫຼັງທີ່ທ່ານໝົດຕໍາແໜ່ງ ແລະອອກຈາກທໍານຽບຂາວໃນເດືອນມັງກອນ ປີ 2021.

ຈາກຄໍາໃຫ້ການທີ່ເປັນລາຍລັກອັກສອນກ່າວວ່າ ອົງການ​ຂອງ​ທ່ານທຣໍາ ໄດ້ສົ່ງມອບ ຮາດ ດຣາຍ ພ້ອມດ້ວນພາບຈາກກ້ອງວົງຈອນປິດ ໃຫ້ຕາມຄໍາຮຽກຮ້ອງຂອງໝາຍສານໃນວັນທີ 6 ກໍລະກົດທີ່ຜ່ານມາ.

ອີງຕາມລາຍງານຈາກຄໍາໃຫ້ການ, ອົງການ FBI ໄດ້ອອກໝາຍຮຽກຂອງສານຫາບໍລິສັດກ່ຽວກັບພາບເປັນເວລາຫຼາຍອາທິດ ລຸນຫຼັງທີ່ບັນດາເຈົ້າໜ້າທີ່ໄດ້ພົບເຫັນບັນທຶກຕ່າງໆປະມານ 50 ແກັດ ທີ່ເກັບມ້ຽນໄວ້ຢູ່ໃນຫ້ອງເກັບເຄື່ອງ.

ໝາຍສານດັ່ງກ່າວ ມີຂຶ້ນພຽງບໍ່ເທົ່າໃດອາທິດກ່ອນທີ່ເຈົ້າໜ້າທີ່ດໍາເນີນການປະ ຕິບັດງານຕາມໝາຍຄົ້ນ ໃນວັນທີ 8 ສິງຫາ ຢູ່ທີ່ບ້ານພັກຕາກອາກາດຂອງທ່ານທຣໍາ, ໂດຍຢຶດເອກະສານໄດ້ຫຼາຍກວ່າ 11,000 ສະບັບ, ແລະເຄື່ອງຂອງອື່ນໆອີກ 1,800 ອັນ ລວມທັງເອກະສານທີ່ເປັນຄວາມລັບອີກຫຼາຍກວ່າ 100 ສະບັບ.

ເອກ​ກະ​ສານ​ທີ່​ມີ​ການ​ລຶບຂອງຄໍາໃຫ້ການ​ທີ່ຖືກນໍາໃຊ້ເພື່ອຮັບຮອງໝາຍສານ ໄດ້ຖືກເຜີຍແຜ່ອອກມາໃນເດືອນທີ່ຜ່ານມາ, ແຕ່ກະຊວງຍຸຕິທໍາກ່າວວ່າ ພວກເຂົາເຈົ້າໄດ້ຕັດສິນໃຈທີ່ຈະເປີ​ດ​ເຜີຍສ່ວນຕ່າງໆຂອງເອກະສານທັງໝົດເພີ້ມເຕີມ ລຸນຫຼັງທີ່ທະນາຍຄວາມຂອງທ່ານທຣໍາໄດ້ເປີດເຜີຍໝາຍສານກ່ຽວກັບ​ວີ​ດີ​ໂອທີ່​ຮຽກ​ຮ້ອງ​ໂດຍຄະ​ນະ​ຕຸ​ລາ​ການ​ໃຫຍ່.

ອົງການ FBI ກໍາລັງດໍາເນີນການສອບສວນຄວາມເປັນໄປໄດ້ຂອງອາຊະຍາກໍາທີ່ພົວພັນກັບບັນທຶກຂອງປະທານາທິບໍດີ ທີ່ຢຶດມາໄດ້ຂອງທ່ານທຣໍາ, ລວມເຖິງການລະເມີດຕໍ່​ກົດ​ໝາຍ​ຈາ​ລະ​ກຳ ແລະການຂັດຂວາງຂະບວນການຍຸຕິທໍາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG