ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນໄປໄດ້ສູງ ທີ່ ຜູ້ພິພາກສາ ຈະບໍ່ຟື້ນຟູ ດຳລັດ ຂອງທ່ານທຣຳ ກ່ຽວກັບ ເມືອງລີ້ໄພ


ລັດຖະມົນຕີ ກະຊວງຍຸຕິທຳ ທ່ານ Jeff Sessions ກ່າວຖະແຫລງຕໍ່ ບັນດາເຈົ້າໜ້າທີ່ພິທັກກົດໝາຍ ຂອງລັດຖະບານກາງ ລັດ ແລະ ທ້ອງຖິ່ນ ກ່ຽວກັບ ເມືອງລີ້ໄພ ທັງຫຼາຍ ແລະ ຄວາມພະຍາມ ເພື່ອຕໍ່ສູ້ ກັບອາຊະຍາກຳ ຮ້າຍແຮງ, ວັນທີ 12 ກໍລະກົດ 2017, ທີ່ນະຄອນ Las Vegas.
ລັດຖະມົນຕີ ກະຊວງຍຸຕິທຳ ທ່ານ Jeff Sessions ກ່າວຖະແຫລງຕໍ່ ບັນດາເຈົ້າໜ້າທີ່ພິທັກກົດໝາຍ ຂອງລັດຖະບານກາງ ລັດ ແລະ ທ້ອງຖິ່ນ ກ່ຽວກັບ ເມືອງລີ້ໄພ ທັງຫຼາຍ ແລະ ຄວາມພະຍາມ ເພື່ອຕໍ່ສູ້ ກັບອາຊະຍາກຳ ຮ້າຍແຮງ, ວັນທີ 12 ກໍລະກົດ 2017, ທີ່ນະຄອນ Las Vegas.

ຜູ້ພິພາກສາ ລັດຖະບານກາງ ໃນນະຄອນ San Francisco ກ່າວວ່າ ເປັນໄປໄດ້ສູງ
ທີ່ທ່ານຈະ​ເຫັນ​ພ້ອມ ກັບຄຳສັ່ງຂອງສານກ່ອນໜ້ານີ້ ທີ່ກີດກັນລັດ ຖະບານທ່ານທຣຳ
ບໍ່ໃຫ້ກັກເງິນທຶນລັດຖະບານກາງ ສຳລັບເມືອງຕ່າງໆ ທີ່ເອີ້ນວ່າ “​ເມືອງລີ້ໄພ” ຊຶ່ງບໍ່
ຍອມໃຫ້ຄວາມຮ່ວມມື ກັບການເສີມຂະຫຍາຍ​ໃນ​ການປະຕິບັດກົດໝາຍຄົນເຂົ້າເມືອງ
ຂອງສະຫະລັດ. ໃນວັນທີ 25 ເດືອນເມ ສາປີນີ້ ຜູ້ພິພາກສາ William Orrick ທີ 3
ໄດ້ກີດກັນຊົ່ວຄາວຕໍ່ຄຳສັ່ງຂອງລັດຖະບານ ໃຫ້ກັກເງິນທຶນຊ່ອຍເຫຼືອລ້າ ຂອງລັດຖະ
ບານກາງ ໃນການຕອບສະໜອງ ຕໍ່ການຟ້ອງຮ້ອງ​ທີ່ຢື່ນໂດຍ ນະຄອນ San
Francisco ແລະ​ເຂດ​ເມືອງ Santa Clara. ໃນວັນພຸດວານນີ້ ທະນາຍຄວາມ ຂອງ
ລັດຖະບານທ່ານທຣຳ ໄດ້ຂໍໃຫ້ທ່ານ Orrick ພິຈາລະນາຄືນ ແຕ່ທ່ານໄດ້ກ່າວວ່າ
ທ່ານຮູ້ສຶກ “ເອນອຽງຢ່າງໜັກ” ທີ່ຈະປະຄຳສັ່ງຂອງສານໄວ້ຄືເກົ່າ.

ພວກປະທ້ວງຖືປ້າຍຕ່າງໆນາໆ ຢູ່ດ້ານນອກ ສຳນັກງານຂອງສານ, ວັນທີ 14 ເມສາ 2017, ບ່ອນທີ່ຜູ້ພິພາກສາ ສານເຂດເມືອງ ຂອງສະຫະລັດ ທ່ານ William Orrick ໄດ້ຕັດສິນ ກ່ຽວກັບ ການຟ້ອງຮ້ອງ ທ້າທາຍຕໍ່ ດຳລັດຝ່າຍບໍລິຫານ ຂອງປະທານາທິບໍດີ ດໍໂນລ ທຣຳ ເພື່ອກັກເງິນທຶນຈາກເມືອງລີ້ໄພທັງຫຼາຍ.
ພວກປະທ້ວງຖືປ້າຍຕ່າງໆນາໆ ຢູ່ດ້ານນອກ ສຳນັກງານຂອງສານ, ວັນທີ 14 ເມສາ 2017, ບ່ອນທີ່ຜູ້ພິພາກສາ ສານເຂດເມືອງ ຂອງສະຫະລັດ ທ່ານ William Orrick ໄດ້ຕັດສິນ ກ່ຽວກັບ ການຟ້ອງຮ້ອງ ທ້າທາຍຕໍ່ ດຳລັດຝ່າຍບໍລິຫານ ຂອງປະທານາທິບໍດີ ດໍໂນລ ທຣຳ ເພື່ອກັກເງິນທຶນຈາກເມືອງລີ້ໄພທັງຫຼາຍ.

ຜູ້ພິິພາກສາດັ່ງກ່າວ ໄດ້ກ່າວກ່ອນໜ້ານີ້ ວ່າ ດຳລັດຂອງທ່ານທຣຳ ທີ່ໄດ້ ລົງນາມໃນ
ວັນທີ 25 ມັງກອນ ປີນີ້ ໄດ້ຖືກຂຽນຂຶ້ນຢ່າງກວ້າງຂວາງ ໂດຍມັນໄດ້ສົ່ງຜົນກະທົບ
ຕໍ່ການ​ໃຫ້ທຶນຊ່ອຍເຫຼືອລ້າຂອງລັດຖະບານກາງທັງໝົດ ແລະວ່າ ການຕີຄວາມໝາຍ
ທີ່ຈຳກັດ ສະເໜີໃຫ້ມາໂດຍຂອງກະຊວງຍຸຕິທຳບໍ່ໄດ້ປ່ຽນຄຳ ເວົ້າຂອງດຳລັດເລີຍ ເຮັດໃຫ້ເງິນທຶນ ຫຼາຍຮ້ອຍລ້ານໂດລາ ທີ່ຈະມອບໃຫ້ແກ່ເມືອງແລະເທດສະບານ
ຕ່າງໆນັ້ນ ມີຄວາມສ່ຽງທີ່ຈະບໍ່ໄດ້ຮັບ. ທ່ານໄດ້ກ່າວວ່າ ທ່ານປະທານາທິບໍດີ ບໍ່ສາ
ມາດວາງເງື່ອນໄຂໃໝ່​ໃດໆ ໃສ່ທຶນຊ່ອຍເຫຼືອລ້າ ຊຶ່ງໄດ້ຖືກຮັບຮອງໂດຍລັດຖະສະພາ.

ການປະຕິບັດກົດໝາຍຄົນເຂົ້າເມືອງ ເປັນສິດພິເສດຂອງລັດຖະບານກາງ ແຕ່ລັດ
ຖະບານທ່ານທຣຳ ກ່າວວ່າ ຕົນຮຽກຮ້ອງໃຫ້ລັດຖະບານທ້ອງຖິ່ນ ໃຫ້ການຮ່ວມມື
ແລະ ວ່າ ການເນລະເທດພວກອາຊະຍາກອນຕ່າງດ້າວ ທີ່​ເປັນອັນຕະລາຍ ແມ່ນ
ເປັນເລື່ອງ ຄວາມປອດໄພ ຂອງມະຫາຊົນ.

ລັດຖະມົນຕີກະຊວງຍຸຕິທຳ ສະຫະລັດ ທ່ານ Jeff Sessions ໃນການກ່າວຖະແຫລງ
ຢູ່ທີ່ນະຄອນ Las Vegas ເມື່ອວັນພຸດວານນີ້ ​ເວົ້າວ່າ ສະຫະລັດ ໄດ້ເຫັນອາຊະຍາກຳ
ຮ້າຍແຮງເພີ່ມສູງຂຶ້ນ ໃນໄລຍະ 2 ປີຜ່ານມາ ຫຼັງຈາກທີ່ອັດຕາການກໍ່ອາຊະຍາກຳ ໄດ້
ຫລຸດລົງ ຫຼາຍທົດສະວັດມາແລ້ວ. ທ່ານໄດ້ອ້າງອີງເຖິງພວກແກ້ງຊາວແອລຊາວາດໍ
MS-13 ທີ່ເປັນສາເຫດນຶ່ງ ແລະໄດ້ກ່າວວ່າ ເມືອງລີ້ໄພຕ່າງໆ ເຊັ່ນ San Francisco
ສະໜອງບ່ອນຫລົບລີ້ ໃຫ້ແກ່ພວກອາຊະຍາກອນຕ່າງດ້າວ.

ທັງທ່ານທຣຳ ແລະ ທ່ານ Sessions ໄດ້ຊີ້ໃຫ້ເຫັນ​ເຖິງຜູ້ຍິງຄົນນຶ່ງຊື່ວ່າ ນາງ Kate
Steinle ທີ່ໄດ້ຖືກຍິງເສຍຊີວິດໃນນະຄອນ San Francisco ໂດຍຄົນເຂົ້າເມືອງຜິດ
ກົດໝາຍ 2 ຄົນເມື່ອສອງປີກ່ອນ. ຊາຍຄົນນຶ່ງໄດ້ຖືກພົບເຫັນວ່າ ມີຄວາມຜິດທາງ
ອາຍາ 7 ເທື່ອ ແລະ ໄດ້ຖືກເນລະເທດອອກຈາກປະເທດ 5 ເທື່ອ. ເຈົ້າໜ້າທີ່ທັງສອງ
ທ່ານ ຍັງໄດ້ຊີ້ໄປຍັງນັກສຶກສາທີ່ຊື່ວ່າ Jamiel Shaw ທີ 2 ຢູ່ນະຄອນ Los Angeles
ທີ່​ໄດ້ຖືກຍິງເສຍຊີວິດ ໃນປີ 2008 ໂດຍ ຄົນເຂົ້າເມືອງ ທີ່ບໍ່ໄດ້ຈົດທະບຽນ ຜູ້ທີ່ມີ
ປະຫວັດ ການກໍ່ອາຊາກຳຮ້າຍແຮງ.

ຫຼາຍເມືອງ ຂອງສະຫະລັດ ປະກອບດ້ວຍ San Francisco Chicago Houston
ແລະ New York ເອີ້ນຕົນເອງວ່າ ເປັນ “ເມືອງລີ້ໄພ” ແລະ ຈຳກັດການແລກປ່ຽນ
ຂໍ້ມູນນຳບັນດາເຈົ້າໜ້າທີ່ຂອງສະຫະລັດ ກ່ຽວກັບ ຖານະການເຂົ້າມາໃນປະເທດ
ຂອງພົນລະເມືອງຕົນ ຍົກເວັ້ນແຕ່ ໃນເວລາທີ່​ພວກ​ເຂົາຕ້ອງການ ໂດຍກົດໝາຍ
ລັດຖະບານກາງ. ທ່ານ Sessions ໄດ້ກ່າວໃນວັນພຸດວານນີ້ ວ່າ ອຳນາດການປົກ
ຄອງ 300 ​ເຂດ ແມ່ນບໍ່ແລກປ່ຽນຂໍ້ມູນກ່ຽວກັບຖານະການເຂົ້າມາໃນປະເທດ ຂອງ
ພວກທີ່ຖືກຈັບກຸມ ຫຼື ຖືກຄວບຄຸມໂຕ ນຳທາງການ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG